ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາມະການສະພາອັງກິດ ກັງວົນໃຈເລື້ອງຮັກສາ ຄວາມປອດໄພສໍາລັບ ກິລາໂອລິມປິກ


This citizen journalism image provided by Aleppo Media Center shows a Free Syrian Army fighter firing an AK-47 during a battle against the Syrian army loyal to Bashar Assad in Aleppo, Nov. 8, 2013.
This citizen journalism image provided by Aleppo Media Center shows a Free Syrian Army fighter firing an AK-47 during a battle against the Syrian army loyal to Bashar Assad in Aleppo, Nov. 8, 2013.

ລາຍ​ງານ​ຂອງ​ກໍາມະການ​ສະພາ​ອັງກິດ​ສະບັບ​ນຶ່ງ ​ທີ່​ນໍາ​ອອ​ກ​ເຜີຍ​ແຜ່ໃນວັນ​ພະຫັດ​ມື້​ນີ້
​ເວົ້າວ່າ ຄວາມ​ໝັ້ນ​ໃຈ​ໃນ​ການ​ແຂ່​ງຂັນ​ກິລາ​ໂອ​ລິ​ມປິກ​ທີ່ ກຸງລອນ​ດອນ​ຄັ້ງ​ນີ້ ​ໄດ້​ຫຼຸດໜ້ອຍ​
ລົງ ​ຍ້ອນ​ຄວາມບໍ່​ສາມາ​ດ​ໃນ​ການສະໜອງ​ການ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຢ່າງ​ພຽງພໍ​ຂອງ
​ບໍລິສັດສັນຍາ​ຮັບ​ເໝົາ​ພາກສ່ວນເອກ​ກະ​ຊົນ.

ທ່ານ​ນາງ Margaret Hodge ປະທານ​ຄະນະ​ກໍາມະການ​ດ້ານ​ຄວາມ​ຮັບຜິດ​ຊອບ​ສາທາ
ລະນະ ກ່າວ​ຢູ່​ໃນ​ລາຍງານ​ນັ້ນ​ວ່າ ຄວາມ​ສັບສົນວຸ້ນວາຍ ຊຶ່ງ​ໄດ້​ປາກົດ​ອອກ​ມາ​ໃຫ້​ເຫັນ​
ກ່ຽວ​ກັບ​ການ​ສັນຍາ​ຮັບຜິດ​ຊອບ​ດ້ານ​ຄວາມປອດ​ໄພ​ນັ້ນ ພໍ​ຈະ​ບອກສະຖານະ​ການທີ່​ຈະ
ເກີດ​ຂຶ້ນ​ລ່ວງ​ໜ້າ​ໄດ້.

ບໍລິສັດ​ຮັກສາ​ຄວາມ​ປອດ​ໄພ G4S ​ໄດ້​ຂໍຂະ​ມາ​ໂທດ​ທີ່​ຕົນ​ບໍ່​ສາມາດ​ປະຕິບັດ​ງານ​ຕາມ​
ສັນຍາ​ຂອງ​ຕົນ​ໄດ້​ຢ່າງ​ເຕັມເມັດ​ເຕັມ​ໜ່ວຍ. ບໍລິສັດ G4S ​ເວົ້າວ່າ ຕົນ​ກໍາລັງ​ປະ​ເຊີນ​ກັບ
​ຄວາ​ມຍຸ່ງຍາກລໍາ​ບາກ​ ​ກ່ຽວ​ກັບຂັ້ນ​ຕອນ​ຮັບ ​ເອົາ​ຜູ້​ສະໝັກ​ເຂົ້າເປັນພະນັກງານ​ຮັກສາ​
ຄວາມປອດ​ໄພ.

​ກ່ຽວ​ກັບເລຶ່ອງດັ່ງກ່າວນີ້ ພາ​ໃຫ້ບັນດາ​ເຈົ້າໜ້າ​ທີ່​ລັດຖະບານອັງກິດມີ​ຄໍາ​ສັ່ງ​ໃຫ້​ເພີ່ມຈໍານວນ
ທະຫານຂຶ້ນອີກ 13,500 ຄົນ ​ເພື່ອ​ປະຕິບັດ​ການ​ຮັກ ສາ​ຄວາມ​ປອດ​ໄພ​ໃນ​ລະຫວ່າງ
​ການ​ແຂ່ງຂັນ​ໂອ​ລິ​ມປິກ​ຄັ້ງ​ນີ້.

ບໍລິສັດ G4S ​ເວົ້າວ່າ ຕົນຈະ​ຕ້ອງ​ໄດ້​ຈ່າຍ​ເງິນ​ໃຫ້​ແກ່​ພວກ​ທະຫານ ທີ່ສົ່ງ​ມາເພີ່ມຄື​ບໍລິ
ສັດ​ປະ​ເມີນ​ວ່າ ​ຄ່າ​ໃຊ້​ຈ່າຍດັ່ງກ່າວ​ຈະ​ຕົກ​ຢູ່​ລະຫວ່າງ 54 ​ຈາກ​ຈຳນວນ 77 ລ້ານ​ໂດລາ
​ໃນ​ຂໍ້​ຕົກລົງ​ດ້ານຮັກສາ​ຄວາມ​ປອດ​ໄພສຳ​ຫຼັບການແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ຂອງ​ຕົນ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ທ່ານ​ນາງ Hodge ປະທານ​ຄະນະ​ກໍາມະການ​ດ້ານ​ຄວາມ​ຮັບຜິດ
​ຊອບ​ສາທາລະນະ ຍັງ​ໄດ້​ຕໍາ​ໜິຕິຕຽນ​ການ​ທໍາ​ງານ​ຜິດພາດຂອງກໍາມະການ​ຈັດ​ງານ
​ແຂ່ງຂັນ ຫຼື LOCG ​ທີ່​ເປັນ​ຜູ້​ກຳກັບ​ນຳ​ການ​ປະ ຕິ​ບັດ​ໜ້າ​ທີ່​ຂອງ​ບໍລິສັດ G4S.

​ໃນ​ລາຍ​ງານ​ສະບັບ​ດັ່ງກ່າວ ກະຊວງ​ວັດທະນະ​ທໍາ ສື່​ມວນ​ຊົນ​ແລະ​ກິລາຂອງ​ລັດຖະບານ​
ອັງກິດ ຖືກ​ກ່າວ​ຫາ​ວ່າ ກັກ​ຂໍ້​ມູນ​ຂ່າວສານ​ດ້ານ​ຄວາມ​ພ້ອມພຽງ​ຂອງ​ການ​ຮັກສາ​ຄວາມ
​ປອດ​ໄພ ​ແລະ​ຄ່າ​ໃຊ້​ຈ່າຍ​ຂອງ​ການແຂ່ງຂັນກິລາ​ນີ້​ໄວ້.

ທ່ານ​ນາງ Hodge ຫວັງ​ວ່າ ຈະ​ດໍາ​ເນີນ​ການ​ສຶກສາ​ທົບ​ທວນເບິ່ງການ​ແຂ່ງຂັນກິລາ​ໂອ​ລິ​ມ
ປິກ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ກັນຍາ.

ກິລາ​ໂອ​ລິ​ມປິກ​ທີ່​ກຸງລອນ​ດອນ ຈະ​ເລີ່​ມຂຶ້ນໃນ​ວັນ​ທີ່ 27 ​ເດືອນ​ກໍລະກົດ​ນີ້ ​ໄປ​ຈົນ​ເຖິງວັນ​ທີ່
12 ​ເດືອນ​ສິງຫາ.

XS
SM
MD
LG