ປະຊາຊົນຢູ່ໃນພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ ໄດ້ກັບຄືນມາບ້ານເຮືອນຂອງຕົນພາຍ ຫລັງທີ່ໄດ້ມີຝົນຕົກໜັກທີ່ສຸດໃນປະຫວັດສາດ ທີ່ໄດ້ພາໃຫ້ມີນໍ້າຖ້ວມຢ່າງໃຫຍ່ຫລວງ.
ປະຊາຊົນເປັນພັນໆຄົນ ຢູ່ເກາະ Kyushu ໄດ້ເລີ້ມທໍາຄວາມສະອາດ ໃນວັນຈັນມື້ນີ້ ໃນ ຂະນະທີ່ຈໍານວນຄົນເສຍຊີວິດຍ້ອນນໍ້າຖ້ວມ ແລະດິນເຈື່ອນໄດ້ເພີ້ມຂຶ້ນເຖິງຢ່າງໜ້ອຍ 27 ຄົນ.
ໃນວັນອາທິດວານນີ້ ທະຫານຍີ່ປຸ່ນໄດ້ເອົາສະບຽງອາຫານໃສ່ເຮືອບິນໄປຢ່ອນລົງໃຫ້ປະຊາ
ຊົນຫລາຍກວ່າ 3ພັນຄົນ ທີ່ຍັງບໍ່ສາມາດອອກໄປໃສໄດ້ຢູ່ໃນເທດສະບານ Fukuoka ທາງ
ພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ.
ມີລະດັບນໍ້າຝົນຫລາຍກວ່າ 90 ມີລີແມັດຕໍ່ຊົ່ວໂມງຕົກຢູ່ໃນເທດສະບານ Kyoto ທາງພາກ
ຕາເວັນຕົກຂອງຍີ່ປຸ່ນ ຊຶ່ງໄດ້ຖ້ວມບ້ານເຮືອນເປັນ ຫລາຍຮ້ອຍຫລັງ.
ໃນວັນອາທິດວານນີ້ ອົງການອຸຕຸນິຍົມຂອງຍີ່ປຸ່ນເວົ້າວ່າ ສະພາບຝົນຕົກຮ້າຍແຮງທີ່ສຸດ
ໄດ້ຜ່ານພົ້ນໄປແລ້ວ ແຕ່ກໍທໍານາຍວ່າ ຍັງຈະມີຝົນຕົກໜັກ ຢູ່ໃນບາງເຂດຈົນຮອດວັນຈັນມື້ນີ້.