ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ກໍາລັງຢູ່ໃນ
ນະຄອນ Tel Aviv ເພື່ອທໍາການພົບປະທີ່ຄາດວ່າ ຈະເພັ່ງເລັງໃສ່ຂັ້ນຕອນການສ້າງ
ສັນຕິພາບທີ່ຢຸດສະງັກຢູ່ໃນເຂດຕາເວັນອອກກາງ ແລະຄວາມວຸ້ນວາຍທາງການເມືອງ ຢູ່ໃນບ່ອນຕ່າງໆ ເຊັ່ນ ຊີເຣຍ ແລະອີຈິບ.
ທ່ານນາງ ຄລິນຕັນມີແຜນທີ່ຈະພົບກັບນາຍົກລັດຖະມົນຕີ ອິສຣະແອລ ທ່ານ Benjamin
Netanyahu. ຈາກນັ້ນ ນາຍົກລັດຖະມົນຕີຂອງປາແລສຕາຍ ທ່ານ Salam Fayyad ກໍຈະໄປພົບກັບທ່ານນາງຄລິນຕັນ ທີ່ໂຮງແຮມຂອງທ່ານນາງໃນນະຄອນ Jerusalem.
ລັດຖະມົນຕີການຕ່າງປະເທດຂອງສະຫະລັດທ່ານນີ້ ໄດ້ເດີນທາງໄປເຖິງອີສຣາແອລໃນ
ວັນອາທິດວານນີ້ ລຸນຫລັງໄດ້ໄປຢ້ຽມຢາມອີຈິບເປັນເວລາ ສອງວັນ ຊຶ່ງນະທີ່ນັ້ນທ່ານໄດ້
ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ການຊ່ວຍ ເຫລືອດ້ານເສດຖະກິດຂອງສະຫະລັດໃນມູນຄ່າ 1 ພັນລ້ານໂດລາ ເພື່ອ ຊ່ວຍລັດຖະບານທີ່ຫາກໍ່ຕັ້ງຂຶ້ນໃໝ່ຂອງອີຈິບນັ້ນ.
ທ່ານນາງຄລິນຕັນໄດ້ພົບປະກັບປະທານາທິບໍດີເລືອກຕັ້ງໃໝ່ ທ່ານ Mohamed Morsi ແລະຫົວໜ້າຝ່າຍທະຫານຂອງອີຈິບ ຈອມພົນ Mohamed Hussein Tantawi ແລະໄດ້ເນັ້ນ ໜັກເຖິງຄວາມສໍາຄັນຂອງການປົກປ້ອງຄຸ້ມຄອງສິດທິຕ່າງໆຂອງຊາວອີຈິບທັງໝົດ ລວມທັງ
ບັນດາແມ່ຍິງ ແລະພວກທີ່ຖືສາສະໜາທີ່ເປັນກຸ່ມສ່ວນນ້ອຍອີກດ້ວຍ.