ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ປະທານາທິບໍດີ ມຽນມາ ຢ້ຽມຢາມໄທ


ປະທານາທິບໍດີມຽນມາ ທ່ານ ເທນ ເຊນ (ຊ້າຍ) ໄດ້ຮັບການຕ້ອນຮັບ ຈາກຮອງນາຍົກລັດຖະມົນຕີໄທ ທ່ານຍຸດທະສັກ ສະສິປຣະພາ (ກາງ) ຢູ່ສະໜາບິນ ໃນວັນອາທິດມື້ນີ້, ທີ 22 ກໍລະກົດ 2012.

ປະທານາທິບໍດີມຽນມາ ທ່ານ ເທນ ເຊນ ໄດ້​ເດີນທາງໄປເຖິງປະເທດໄທ ໃນວັນອາທິດ
ມື້ນີ້ ເພື່ອທໍາການຢ້ຽມຢາມເປັນເວລາ 3 ວັນ ລຸນຫລັງທີ່ໄດ້ມີການເລື່ອນການເດີນທາງ
ເຖິງສອງຄັ້ງ.

ຜູ້ນໍາ​ຂອງ​ມຽນມາ ຈະພົບກັບນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງລັກ ຊິນນະວັດ
ໃນວັນຈັນມື້ອື່ນ. ທ່ານຜູ້​ນໍາທັງສອງຄົງຈະສົນທະນາກັນ ກ່ຽວກັບການພັດທະນາ
ແລະການລົງທຶນຢູ່ໃນ​ມຽນມາ ແລະສະພາບການຂອງອົບພະຍົບຊົນເຜົ່າໂຣຮິງຢາ
ຫລາຍ​ແສນ​ຄົນ ທີ່ໄດ້ລົບໜີຈາກການກໍ່ຄວາມຮຸນແຮງ ຢູ່ໃນມຽນມາ.

ນອກນັ້ນ ຜູ້ນໍາທັງສອງຍັງຈະເປັນພະຍານໃນພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ
ຫລາຍໆໂຄງການພັດທະນາໃນ​ມຽນມາ.

ໄທ, ພ້ອມດ້ວຍຈີນ ແລະປະເທດອື່ນໆຢູ່ໃນຂົງເຂດ ໄດ້ກາຍເປັນຄູ່ການຄ້າທີ່​ສໍາຄັນ
​ຂອງ​ມຽນມາ ໃນຊຸມປີ ທີ່ປະເທດດັ່ງກ່າວຖືກໂດດດ່ຽວ ພາຍໃຕ້ການປົກຄອງຂອງ
ທະຫານ.

XS
SM
MD
LG