ບັນດານັກຄົ້ນຄວ້າກໍາລັງຊອກຫາສາເຫດ ນົກຕົກລົງມາຕາຍໃນເມືອງນ້ອຍແຫ່ງນຶ່ງ ໃນສະຫະລັດ.
ປະທານາທິບໍດີເກົາຫລີໃຕ້ ກ່າວວ່າ ປະຕູຍັງເປີດໄວ້ຢູ່ ສໍາລັບການໂອ້ລົມ ສົນທະນາກັບເກົາຫລີເໜືອ.
ພວກເຮືອບິນທະຫານກໍາລັງ ສົ່ງເຄື່ອງບັນເທົາທຸກໄປຍັງເມືອງນຶ່ງໃນລັດ Queensland ອອສເຕຣເລຍ.
ໂທລະພາບຈີນ ລາຍງານໃຫ້ຮູ້ ກ່ຽວກັບ ຄວາມສໍາເລັດໃນດ້ານເທັກໂນໂລຈີ ຜະລິດເຊື້ອໄຟນີວເຄລຍ ທີ່ສາມາດ ນໍາມາໝຸນໃຊ້ໃໝ່ໄດ້.
ສີງກະໂປເປີດເຜີຍໂຕເລກ ທີ່ສະແດງວ່າ ເສດຖະກິດຂອງຕົນ ເຕີບໂຕໃນອັດຕາ 14.7 ເປີເຊັນໃນປີ 2010 ເປັນອັນດັບສອງ ຂອງໂລກ ຮອງຈາກປະເທດ Qatar.
ທ່ານນາງ Dilma Rousseff ສາບານໂຕ ເຂົ້າຮັບຕໍາແໜ່ງ ຢ່າງເປັນທາງການ ໃນວັນເສົາວານນີ້.
ໜັງສືພິມໃນສະຫະລັດ ເວົ້າວ່າ ກອງທັບສະຫະລັດ ຕຽມພ້ອມຈະໃຊ້ ເຮືອບິນບໍ່ມີຄົນຂັບແບບໃໝ່ ໃນອັຟການິສຖານ.
ສົນທິສັນຍາການຄ້າສະບັບນີ້ ຈະຕັດຄ່າ ພາສີອາກອນລົງ ສໍາລັບຜະລິດຕະພັນ ຫລາຍກວ່າ 800 ຊະນິດ ຈາກທັງສອງຝ່າຍ.
ມີການຮຽກຮ້ອງໃຫ້ຈີນຄວບຄຸມການໄຫລຂອງນໍ້າ ຈາກເຂື່ອນຢູ່ ແມ່ນໍ້າລອງຈຽງ ໃຫ້ເປັນໄປຕາມທໍາມະຊາດຫລາຍຂຶ້ນ ເພື່ອຫລຸດ ຜ່ອນຜົນກະທົບ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ ກ່າວເນ້ນເຖິງ ບົດບາດຂອງສັງຄົມພົນລະເມືອງ ໃນວັນສິດທິມະນຸດ.
ນາຍົກລັດຖະມົນຕີ Thaci ໄດ້ອ້າງເອົາໄຊຊະນະ ອີງຕາມການ ສໍາຫລວດຫາງສຽງປະຊາຊົນ ທີ່ອອກມາຈາກບ່ອນປ່ອນບັດ ໃນການເລືອກຕັ້ງທີ່ໂກໂຊໂວ ໃນວັນອາທິດວານນີ້.
ນາຍ Bashir ນັກບວນຫົວຮຸນແຮງຈັດ ຖືກມອບໃຫ້ໄອຍະການ ເພື່ອດໍາເນີນຄະດີ ຖານຍຸຍົງໃຫ້ຄົນອື່ນໆ ເຂົ້າຮ່ວມໃນການ ກໍ່ການຮ້າຍ.
ສະເດັດເຈົ້າໂນຣະດົມ ຣານະຣິດ ກັບຄືນໄປຫລິ້ນການເມືອງອີກ ເພື່ອທ້ອນໂຮມ ຂະບວນການນິຍົມກະສັດ ສໍາລັບການເລືອກຕັ້ງ ໃນຫລາຍໆປີຕໍ່ໜ້າ.
ທູດພິເສດສະຫະລັດ ກັບຄືນໄປພາກຕາເວັນອອກກາງ ເພື່ອຊຸກຍູ້ ການເຈລະຈາສັນຕິພາບ ທີ່ຕົກຢູ່ໃນສະພາບບໍ່ຄືບໜ້າ.
ເຈົ້າໜ້າທີ່ກ່າວວ່າ ຊາວປະມົງ 5 ຄົນເສຍຊີວິດ ແລະອີກ 17 ຄົນຍັງຊອກບໍ່ເຫັນ ໃນເຫດເຮືອປະມົງເກົາຫລີໃຕ້ ຈົມນໍ້າ ທີ່ມະຫາສະມຸດ Antarctic.
ທ່ານ Richard Holbrooke ທູດພິເສດ ຂອງສະຫະລັດ ວ່າດ້ວຍກິດຈະການ ອັຟການິສຖານແລະປາກິສຖານ ມີອາການສາຫັດຫລັງຈາກການຜ່າຕັດ.
ປະທານາທິບໍດີ ອາກີໂນ ກ່າວວ່າ ຟີລິບປິນບໍ່ໄປຮ່ວມພິທີມອບລາງວັນໂນແບລ ເພື່ອຢາກຊ່ອຍຊີວິດຊາວຟີລິບປິນ ທີ່ຖືກໂທດປະຫານຊີວິດໃນຈີນ.
ຕໍາຫລວດສະວີເດັນກ່າວວ່າ ເຫດລະເບີດ 2 ຄັ້ງໃນໃຈກາງ ນະຄອນຫລວງ Stockholm ເປັນການໂຈມຕີຂອງພວກກໍ່ການຮ້າຍ.
ບ່ອນປ່ອນບັດໄຂຂຶ້ນແລ້ວ ສໍາລັບການ ເລືອກຕັ້ງສະພາແຫ່ງຊາດຄັ້ງທໍາອິດ ຫລັງຈາກປະກາດເປັນເອກກະລາດ ຈາກເຊີເບຍ.
ພວກນັກເຄື່ອນໄຫວໜຸ່ມມຽນມາ ເລາະຊາຍແດນໄທ ໃຊ້ດົນຕີແລະປ້າຍຄໍາຂວັນຕ່າງໆ ເພື່ອຊຸກຍູ້ປະຊາທິປະໄຕໃນມຽນມາ.
ໂຫລດຕື່ມອີກ