ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Mitchell ກັບຄືນໄປຍັງ ພາກຕາເວັນອອກກາງ


ທ່ານ George Mitchell ທູດພິເສດຂອງສະຫະລັດ
ສໍາລັບພາກຕາເວັນອອກກາງ.
ທ່ານ George Mitchell ທູດພິເສດຂອງສະຫະລັດ ສໍາລັບພາກຕາເວັນອອກກາງ.

ທ່ານ George Mitchell ທູດ​ພິ​ເສດ​ຂອງສະຫະລັດ​ສໍາລັບ
ພາກ​ຕາເວັນ​ອອກ​ກາງ ​ກໍາລັງມຸ້ງ​ໜ້າ​ໄປ​ຍັງ​ຂົງ​ເຂດດັ່ງກ່າວ
ໃນ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້ໃຫ້​ການເຈລະຈາ​ສັນຕິພາບ
ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາໃຫ້​ຄືບ​ໜ້າຕໍ່​ໄປ.

ທ່ານ Mitchell ມີກໍານົດຈະ​ທໍາ​ການ​ພົບ​ປະ​ກັບທ່ານເນ​ຕັນ
ຢາ​ຮູ​ ນາຍົກລັດຖະມົນຕີອິສຣາ​ແອລ ​ໃນ​ຕອນ​ແລງ​ວັນ​ຈັນ
ມື້​ນີ້ ​ທີ່ນະຄອນ Jerusalem. ການພົບ​ປະກັນ​ນີ້​ ແມ່ນມີ​
ຂຶ້ນ​ໃນ​ເວລາ​ນຶ່ງ​ມື້​ຫລັງ​ຈາ​ກທ່ານ​ເນ​ຕັນ​ຢາ​ຮູ້​ປະຕິ​ເສດ​ຕໍ່​ແນວ​ຄິດໃນ​ການ​ແບ່ງປັນ​ກັນ​ຊົມ​ໃຊ້ນະຄອນ Jerusalemກັບປະ​ເທດ​ໃໝ່​ຂອງ​ພວກ​ປາ​ເລ​ສ​ໄຕ​ນ໌ນັ້ນ.

ທ້າ​ນ​ເນ​ຕັນ​ຢາ​ຮູ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ແບ່ງປັນ​ນະຄອນ Jerusalem ບໍ່​ສະທ້ອນ​ເຖິງ​ນະ​ໂຍບາຍ​ຂອງ​ອີສຣາ​ແອລ. ​ພວກ​ປາ​ເລ​ສ​ໄຕ​ນ໌ຢາກ​ໄດ້ ​ສະ​ເພາະແຕ່​ເຂດຕາ​ເວັນ​ອອກ​ຂອງ​ນະຄອນ Jerusalem ຊຶ່ງ​ປະຊາຊົນສ່ວນຫລາຍ ​ເປັນ​ຊາວ​ອາຣັບນັ້ນ ມາ​ເປັນ​ນະຄອນຫລວງ​ຂອງ​ເຂົາ​ເຈົ້າ ​ໃນ​ຂະນະທີ່ຝ່າຍ​ລັດຖະບານ​ອິສຣາ​ແອລ​ໄດ້ອ້າງ​ເອົາ​ນະ
ຄອນ Jerusalem ທັງ​ໝົດ​ເປັນເມືອງຫລວງ​ຂອງ​ຕົນ.

XS
SM
MD
LG