ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນສໍາເລັດຜົນ ໃນການ ຜະລິດເຊື້ອໄຟນີວເຄລຍ


ໂຮງໄຟຟ້າ ທີ່ຜະລິດໄຟຟ້າດ້ວຍເຊື້ອໄຟນິວເຄລຍ
ໂຮງໄຟຟ້າ ທີ່ຜະລິດໄຟຟ້າດ້ວຍເຊື້ອໄຟນິວເຄລຍ

ໂທລະພາບ​ແຫ່ງ​ລັດ​ຂອງ​ຈີນ ລາຍ​ງານ​ວ່າ ພວກ​ນັກວິທະ
ຍາສາດຈີນ​ໄດ້​ປະສົບ​ຜົນ​ສໍາ​ເລັດ​ໃນ​ດ້ານ​ເທັກ​ໂນ​ໂລ​ຈີ ທີ່​
ຈະ​ຮັບປະ​ກັນ​ໃຫ້​ປະ​ເທດ​ຈີນມີສະບຽງ​ເຊື້ອ​ໄຟ​ນີວເຄລຍ​ ໃຊ້ຢ່າງ​ພຽງພໍ ໃນໄລຍະ​ອີກ 3 ພັນ​ປີ​ຂ້າງ​ໜ້າ​.

ໂທລະພາບ​ແຫ່ງ​ລັດ​ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ບັນລຸ​ຄວາມ​
ສໍາ​ເລັດ​ທີ່ວ່າ​ນີ້ ມີ​ຂຶ້ນ​ຢູ່​ໂຮງງານ​ແຫ່ງ​ນຶ່ງ​ຂອງ​ບໍລິສັດ​ນີວ​
ເຄລຍ​ແຫ່ງ​ຊາດ​ຂອງ​ຈີນ​ໃນ​ເຂດທະ​ເລ​ຊາຍ Gobi ທີ່​ສອກ
ຫລີກ​ຫ່າງ​ໄກ​ນັ້ນ. ​ເທັກ​ໂນ​ໂລ​ຈີ​ໃໝ່​ນີ້ ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່
ຈະ​ນໍາ​ເອົາເຊື້ອ​ໄຟ​ທີ່​ໃຊ້​ແລ້ວ​ຈາກ​ເຄື່ອງ​ປະຕິ​ກອນ​ນີວ​ເຄລຍ
ແຫ່ງ​ຕ່າງໆ​ນັ້ນ ມາ​ໝຸນ​ໃຊ້​ຄືນ​ໃໝ່​ໄດ້ ຊຶ່ງ​ໝາຍ​ຄວາມ​ວ່າ
ຈີນ​ຈະ​ສາມາດ​ໄດ້​ຮັບ​ເຊື້ອ​ໄຟ​ນິວເຄລຍ​ ໃນ​ມຸນ​ຄ່າ​ເຖິງ 60 ​ເທົ່າ ຈາກປະລິ​ມານ​ດຽວ​ກັນ​ ກັບ​ທີ່​ເອົາ​ມາ​ໃຊ້​ຄືນ​ໃໝ່.

ຈີນ​ກໍາລັງ​ວາງ​ແຜນ​ຂະຫຍາຍ​ພະ​ລັງ​ນີວ​ເຄລຍຂອງ​ຕົນ​ອອກ​ຢ່າງ​ໃຫຍ່ ອັນ​ເປັນ​ ພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ ທີ່​ຈະ​ຕັດ​ການ​ປ່ອຍ​ຄວັນ​ເສຍ​ອອກສູ່ເຂດ​ບັນຍາ​ກາດ​ລົງ ໂດຍ​ການລົດ​ຜ່ອນ​ການ​ອາ​ໄສ​ກາງ​ຕໍ່​ການ​ໃຊ້​ຖ່ານ​ຫິນ​ຢ່າງ​ຫລວງຫລາຍ​ຂອງ​ຕົນລົງນັ້ນ.

XS
SM
MD
LG