ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນການເລືອກຕັ້ງ ທີ່ໂກໂຊໂວ


ພວກສະໜັບສະໜູນພັກ Democratic Party of Kosova ຂອງ ນາຍົກລັດຖະມົນຕີ Hashim Thaci ໃນທີ່ຊຸມນຸມໂຄສະນາຫາສຽງ ແຫ່ງນຶ່ງ. ວັນທີ 09 ທັນວາ 2010.
ພວກສະໜັບສະໜູນພັກ Democratic Party of Kosova ຂອງ ນາຍົກລັດຖະມົນຕີ Hashim Thaci ໃນທີ່ຊຸມນຸມໂຄສະນາຫາສຽງ ແຫ່ງນຶ່ງ. ວັນທີ 09 ທັນວາ 2010.

ນາຍົກລັດຖະມົນຕີ Hashim Thaci ​ແຫ່ງ​ໂກ​ໂຊ​ໂວ ໄດ້
ອ້າງ​ເອົາ​ໄຊຊະນະຫລັງ​ຈາກ​ການ​ສໍາ​ຫລວດ​ຫາງສຽງປະຊາ
ຊົນ​ ທີ່​ອອກ​ມາ​ຈາກ​ບ່ອນປ່ອນ​ບັດສະ​ແດງ​ໃຫ້​ເຫັນ​ວ່າ ພັກ
ຂອງ​ທ່ານ​ຈະ​ຊະນະ​ການ​ເລືອກ​ຕັ້ງ​ສະພາຄັ້ງ​ທໍາ​ອິດ​ ນັບ​ແຕ່
ປະ​ເທດ​ໄດ້​ຮັບ​ເອກ​ກະລາດ​ມາ.

ການ​ສໍາ​ຫລວດ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ປະຊາທິປັດ​
ຂອງ​ທ່ານ Thaci ໄດ້​ຮັບ​ສຽງ​ສະໜັບສະໜຸນ 31 ​ເປີເຊັນ
ຂອງ​ຄະ​ແນນ​ສຽງ​ທັງ​ໝົດ.

ສ່ວນ​ຄູ່​ແຂ່ງ​ຂອງ​ທ່ານ ຊຶ່ງ​ກໍ​ຄືອະດີດ​ພາຄີ​ຂອງ​ທ່ານ ​ໃນ​ພັກສັນນິບາດ​ປະຊາທິ ປັດຂອງ​ໂກ​ໂຊ​ໂວ​ນັ້ນ ຈະ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 25 ເປີ​ເຊັນ ອີງ​ຕາມ​ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ ທີ່​ໄດ້​ປ່ອນ​ບັດ​ແລ້ວ​.

ຄາດ​ວ່າ ​ຈະ​ຮູ້ຈັກ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ ໃນຕອນ​ແລງ​ວັນ​ຈັນ​ມື້​ນີ້.

ພວກ​ຊາວ​ເຊີ​ເບຍ ຊົນ​ກຸ່ມ​ນ້ອຍ​ໃນ​ໂກ​ໂຊ​ໂວ​ ຫລາຍ​ຄົນ​ບໍ່​ໄປ​ປ່ອນ​ບັດ​ໃນການເລືອກ​ຕັ້ງ​
ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອສະ​ແດງ​ການ​ຄັດຄ້ານ​ນັ້ນ.

XS
SM
MD
LG