ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂກໂຊໂວຈັດການເລືອກຕັ້ງ ຄັ້ງທໍາອິດ


ພວກສະໜັບສະໜຸນພັກປະຊາທິປັດໂກໂຊໂວ ພາກັນໂບກທຸງພັກ ໃນການໂຄສະນາຫາສຽງເລືອກຕັ້ງ ໃນເມືອງ Urosevac. ວັນທີ 9 ທັນວາ 2010.
ພວກສະໜັບສະໜຸນພັກປະຊາທິປັດໂກໂຊໂວ ພາກັນໂບກທຸງພັກ ໃນການໂຄສະນາຫາສຽງເລືອກຕັ້ງ ໃນເມືອງ Urosevac. ວັນທີ 9 ທັນວາ 2010.

ບ່ອນປ່ອນ​ບັດໄດ້​ໄຂ​ຂຶ້ນແລ້ວ ໃນ​ວັນ​ອາທິດ​ມື້​ນີ້​ໃນ​ໂກ​ໂຊ​
ໂວ ທີ່​ກໍາລັງ​ຈັດການເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ທໍາ​ອິດ
ຂອງ​ຕົນ ​ນັບ​ແຕ່​ປະ​ກາດ​ເປັນເອກ​ກະລາດຈາກ​ເຊີ​ເບຍ
ມ​າ​ໄດ້​ເກືອບ 3 ປີ​ແລ້ວ.

ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ກ່ອນ​ການເລືອກ​ຕັ້ງ
ສະ​ແດງ​ໃຫ້​ເຫັນວ່າ ທ່ານ Hashim Thaci ນາຍົກຖະ
ມົນຕີຄົນປັດຈຸບັນ ​ແລະ​ພັກ​ປະຊາທິປັດແຫ່ງໂກ​ໂຊ​ໂວ
ຂອງ​ທ່ານ ​ມີ​ທາງ​ຈະ​ໄດ້​ຮັບຄະ​ແນນນໍາ​ໜ້າ​ ອະດີດ​ຄູ່​ພາ
ຄີ​ໃນ​ລັດ​ຖະບານ​ປະສົມ ຄື​ທ່ານ Pristina Mayor Isa Mustafa ​ແລະ​ສັນນິບາດປະຊາທິປະ​ໄຕ​ຂອງ​ໂກ​ໂຊ​ໂວ​ຂອງ​ທ່ານ ພຽງໜ້ອຍ​ດຽວ​.

ແຕ່​ບໍ່ຄາດ​ວ່າ ພັກ​ໃດ​ຈະ​ໄດ້​ຮັບສຽງ​ຂ້າງ​ຫລາຍ​ພໍ​ ໃນ​ການ​ຊີງເອົາ​ບ່ອນ​ນັ່ງ 120 ບ່ອນ ຢູ່​ໃນສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ໃນ​ແຫລມ Balkan ແຫ່ງ​ນີ້ ຊຶ່ງ​ໝາຍ​ຄວາມ​ວ່າ ຫລັງ​ຈາກການ​ເລືອກຕັ້ງ​ແລ້ວ ບຸກຄົນ​ໃດ​ທີ່​ຊະນະ​ການ​ເລືອກ​ຕັ້ງ​ ກໍ​ຈະ​ຕ້ອງ​ໄດ້ຊອກ​ຫາ​ພາຄີ​ມາ​ຮ່ວມຈັດຕັ້ງ​ລັດຖະບານ​ປະສົມຂຶ້ນຈາກ​ພວກ​ພັກ​ການ​ເມືອງ​ຕ່າງໆ 29 ພັກ ທີ່ເຂົ້າ​ແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງນັ້ນ.

XS
SM
MD
LG