ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອປະມົງເກົາຫລີໃຕ້ ຈົມນໍ້າຢູ່ທາງຂົ້ວໂລກໃຕ້


ເຮືອປະມົງເກົາຫລີໃຕ້ In Sung No. 1 ທີ່ຈົມນໍ້າໃນມະຫາສະມຸດ Antarctic, ວັນທີ 13 ທັນວາ 2010.
ເຮືອປະມົງເກົາຫລີໃຕ້ In Sung No. 1 ທີ່ຈົມນໍ້າໃນມະຫາສະມຸດ Antarctic, ວັນທີ 13 ທັນວາ 2010.

ຊາວ​ປະມົງ 5 ຄົນ​ເສຍ​ຊີວິດ ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ດ້ານ​ການ​ເດີນ​ເຮືອ​ທາງ​ທະ​ເລ ກ່າວ​ວ່າ ມີ​ຄວາມ​ຫວັງ​ໜ້ອຍ​ທີ່​ສຸດ​ທີ່​ຈະ​ໄດ້​ພົບ​ເຫັນ​ພວກ​ຊາວ​ປະມົງ​ ​ອີກ 17 ຄົນ​ທີ່ ຍັງຫາຍ​ສາບ​ສູນ​ຢູ່​ນັ້ນ ຫລັງ​ຈາກ​ເຮືອ​ປະມົງ​ເກົາຫລີ​ໃຕ້​ລໍາ​ນຶ່ງ​ຈົມ​ນໍ້າ​ໃນ​ມະຫາ​ສະມຸດ​ Antarctic ທີ່ຂົ້ວ​ໂລກໃຕ້.

ພວກ​ຊາວ​ປະມົງ 20 ຄົນ​ໄດ້​ຖືກ​ຊ່ອຍ​ກູ້​ຊີວິດໄວ້ຈາກ​ເຮືອ​ປະມົງ​ເກົາຫລີ​ໃຕ້​ອີກ​ລໍານຶ່ງ​ ໃນ​ເວລາ​ບໍ່​ດົນ​ຫລັງ​ຈາກ​ເຮືອ​ປະມົງ​ລໍາ​ທໍາ​ອິດ​ຈົມ​ນໍ້າ​ ໃນ​ເວລາ​ປະມານ 6 ​ໂມງເຄິ່ງຕອນ​ເຊົ້າ​ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ​ໃນ​ວັນ​ຈັນ​ມື້​ນີ້.

ອົງການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ຂອງ​ນີວຊີ​ແລນ ກ່າວ​ໃນ​ຕອນ​ແລງ​ວັນຈັນ​ມື້​ນີ້ວ່າ ຕົນ​ໄດ້​ຫລຸດຜ່ອນ​ການ​ຊອກ​ຫາ​ພວກ​ຊາວ​ປະມົງ​ອື່ນໆ​ທີ່​ຍັງ​ຊອກ​ຫາ​ບໍ່​ເຫັນນັ້ນ ຊຶ່ງ​ໂຄສົກ​ກ່າວ​ວ່າ ​ຄົງຈະ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ມີ​ຜູ້​ໃດ​ລອດ​ຊີວິດມາ​ໄດ້ ຈາກ​ນໍ້າ​ທະ​ເລທີ່​ກ້າມ​ເປັນ​ນໍ້າກ້ອນ ​ໃນ​ມະຫາ​ສະມຸດ​ຂົ້ວ​ໂລກໃຕ້ນັ້ນ.

ທາງເຈົ້າ​ໜ້າ​ທີ່​ກຸງ​ໂຊນ​ກ່າວ​ວ່າ ໃນ​ຈໍານວນ​ພວກ​ລູກ​ເຮືອທັງ​ໝົດ 42 ຄົນ​ໃນ​ເຮືອ​ລໍາ​ນັ້ນ 8 ຄົນ​ເປັນ​ຊາວ​ເກົາຫລີ​ໃຕ້ ສ່ວນ​ພວກ​ລູກ​ເຮືອ​ຄົນ​ອື່ນໆ​ນັ້ນ​ແມ່ນ ​ມາ​ຈາກ​ຈີນ ອິນ​ໂດ​ເນ​ເຊຍ ຫວຽດນາມ​ ແລະ​ຟີ​ລິບ​ປິນ.

ຍັງ​ບໍ່​ທັນ​ຮູ້ກັນ​ເທື່ອ​ວ່າ ​ເປັນ​ຫຍັງ​ເຮືອ​ປະມົງ​ລໍາ​ນີ້​ຈຶ່ງ​ຫລົ້ມ.

ບັນດາ​ເຈົ້າ​ໜ້າ​ທີ່​ນີວຊີ​ແລນ ກ່າວ​ວ່າ ສະພາບ​ດິນ​ຟ້າ​ອາກາດ​ກໍດີ​ແລະ​ເຮືອ​ລໍາ​ນີ້ກໍບໍ່​ໄດ້​ສົ່ງ​ສັນຍານຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ​ໃດໆ. ​ເຮືອ​ຫາ​ປາ​ລໍາ​ນີ້​ໄດ້​ຈົມ​ນໍ້າ​ຢູ່​ຫ່າງ​ຈາກ​ຂົ້ວ​ໂລກ​ໃຕ້ ປະມານ 1000 ຫລັກ​ກິ​ໂລ​ແມັດ​ໄປ​ທາງ​ທິດ​ເໜືອ ​ແລະ​ຢູ່​ຫ່າງ​ຈາກ​ນີວຊີ​ແລນ ໄປ​ທາງ​ທິດ​ໃຕ້ 2700 ຫລັກ​ກິ​ໂລ​ແມັດ.

XS
SM
MD
LG