ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈະໃຊ້ເຮືອບິນ ບໍ່ມີຄົນຂັບແບບໃໝ່


ເຮືອບິນບໍາມີຄົນຂັບສະຫະລັດອາເມລິກາ
ເຮືອບິນບໍາມີຄົນຂັບສະຫະລັດອາເມລິກາ

ໜັງສືພິມຊັ້ນ​ນໍາສະບັບນຶ່ງຂອງສະຫະລັດເວົ້າວ່າ ກອງທັບ
ສະຫະລັດກຽມ ພ້ອມແລ້ວ ທີ່ຈະນໍາ​ເອົາຍົນສືບລັບທີ່ບໍ່ມີ
ຄົນຂັບອອກ​ໃຊ້ຢູ່ໃນປະເທດອັຟການີສຖານ ຊຶ່ງຍົນດັ່ງ
ກ່າວມີຄວາມສາມາດຖ່າຍແລະສົ່ງຮູບວີດິໂອຂອງການ
ເຄື່ອນໄຫວໃດໆ ໃນທົ່ວຕົວເມືອງ​ໄດ້.

ໜັງສືພິມ Washington Post ລາຍງານ​ໃນວັນອາທິດ
ມື້ນີ້ວ່າ ລະບົບສອດ​ແນມເທິງອາກາດ ທີ່​ເປັ​ນ “ພັດທະນາ
ການໃໝ່” ນີ້ ມີກ້ອງຖ່າຍວີດີ ໂອເກົ້າໜ່ວຍຕິດຕັ້ງໃສ່ຕົວ
ຍົນບໍ່ມີຄົນຂັບ. ລະບົບທີ່ວ່ານີ້ເອີ້ນວ່າ Gorgon Stare
ສາມາດສົ່ງຮູບວີດີໂອທີ່ແຕກຕ່າງກັນ 65 ຮູບ ໄປໃຫ້ຜູ້ ໃຊ້ຄອມພິວເຕີທີ່ແຕກຕ່າງກັນ.

ກົງກັນຂ້າມກັນ ຍົນບໍ່ມີຄົນຂັບທີ່ໃຊ້ຢູ່ໃນປັດຈຸບັນນີ້ ຂອງ​
ກອງ​ທັບ​ອາກາດ​ສະຫະລັດ​ນັ້ນ ແມ່່ນມີກ້ອງຖ່າຍວີດີໂອ​ແຕ່
ພຽງນຶ່ງກ້ອງ​ແລະຖ່າຍໄດ້ໃນພື້ນທີ່ ​ຂະໜາດເທົ່າ​ກັບຕຶກ ຫລັງນຶ່ງຫລືສອງຫລັງເທົ່ານັ້ນ.

ນາຍພົນຕີ James Poss ຜູ້ຊ່ວຍຮອງຫົວໜ້າເສນາທິການປະສົມ ຮັບຜິດຊອບກິດຈະ
ການສືບລັບຂອງກອງທັບອາກາດສະຫະລັດບອກໜັງສືພິມວໍຊິງຕັນໂພສວ່າ ຍົນບໍ່ມີຄົນ
ຂັບລຸ້ນໃໝ່ນີ້ ຈະຊ່ວຍ​ໃຫ້​ພວກເຮົາບໍ່ຕ້ອງ​ໄດ້​ເດົາ​ເອົາ​ວ່່າ ຄວນ​ຈະ​ແນກ້ອງ​ໄປໃສ່ຈຸດ​ໃດ
ເພາະວ່າລະບົບໃໝ່ນີ້ ຈະຖ່າຍເອົາທັງໝົດຕົວເມືອງເລີຍ.

XS
SM
MD
LG