ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນແລະໄຕ້ຫວັນຈັດຕັ້ງ ປະຕິບັດ ສັນຍາການຄ້າ ສະບັບທໍາອິດລະຫວ່າງກັນ


ປະຊາຊົນໄຕ້ຫວັນ ຈໍານວນນຶ່ງ ທີ່ໄປຮ່ວມສະຫລອງປີໃໝ່, ວັນທີ 1 ທັນວາ 2011.
ປະຊາຊົນໄຕ້ຫວັນ ຈໍານວນນຶ່ງ ທີ່ໄປຮ່ວມສະຫລອງປີໃໝ່, ວັນທີ 1 ທັນວາ 2011.

ຈີນ​ແລະ​ໄຕ້​ຫວັນ ທີ່​ຄັ້ງ​ນຶ່ງເຄີຍ​ເປັນ​ສັດຕູຄູ່​ຂົມ​ຂື່ນກັນນັ້ນ ​
ໄດ້​ຈັດ​ຕັ້ງ​ປະຕິບັດ​ສົນທິ​ສັນຍາ​ການ​ຄ້າ​ສະບັບ​ທໍາ​ອິດລະ
ຫ​ວ່າງ​ກັນ ຊຶ່ງຂໍ້​ຕົກລົງ​ທີ່​ວ່າ​ນີ້​ຈະ​ຕັດ​ຄ່າພາ​ສີອາ​ກອນລົງ
ສໍາລັບ​ຜະລິດ​ຕະພັນ​ຫລາຍ​ກວ່າ 800 ຊະນິດ ​ທີ່ສອງ​ຝ່າຍ
ມີ​ແຜນການ​ທີ່ຈະ​ສົ່ງໄປ​ຂາຍ​ໃຫ້​ກັນ ​ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ ​ນັ້ນ.

ໃນ​ວັນຂຶ້ນ​ປີ​ໃໝ່​ ມື້ວານ​ນີ້ ຈີນ​ໄດ້​ສົ່ງທູບ​ຈໍານວນ​ນຶ່ງ​ ທີ່​ໃຊ້​
ໃນ​ພິທີ​ບູຊາ​ໄຫວ້​ວອນ​ທາງ​ສາ​ສະໝາ​ພຸດນັ້ນ ໄປ​ຍັງໄຕ້​ຫວັນ. ​ໃນ​ເວລາ​ດຽວ​ກັນ ທາງໄຕ້​ຫວັນ​ກໍໄດ້​ສົ່ງ​ໝາກ​ໄມ້​ຈໍານວນ​ນຶ່ງໄປໃຫ້​ຈີນ. ຄ່າ​ພາສີ​ສໍາລັບສິນຄ້າ​ທັງ​ສອງ​ຢ່າງ​ນີ້​ ໄດ້ຖືກ​ຕັດລົງ​ພາຍ​ໃຕ້ແຜນການ ທີ່​ຈະ​ລົບ​ລ້າງ​ພາສີ​ນໍາເຂົ້າ​ສຳລັບ​ຜະລິ​ດຕະພັນ ທັງ​ໝົດ ພາຍ​ໃນ 2 ປີຂ້າງໜ້າ.

ໄຕ້​ຫວັນ​ໄດ້​ແຍກ​ອອກຈາກ​ຈີນ​ແຜ່ນດິນ​ໃຫຍ່​ໃນ​ປີ 1949 ​ໃນ​ເວລາ​ທີ່ພວກ​ຈີນ ຄອມ​ມີ​ວນິສ​ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ມື້​ລາງ ​ເໝົ​າ​ເຊຕຸ​ງ ຍຶດ​ອໍານາດ​ໃນ​ຈີນ​ແຜ່ນ ດິນ​ໃຫຍ່. ຝ່າຍ​ຈີນ​ຖື​ວ່າ ​ເກາະ​ໄຕ້​ຫວັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ດິນ​ແດນ​ຂອງ​ຕົນ ແລະ​ໄດ້​ຂົ່ມຂູ່​ວ່າ ຈະ​ໃຊ້​ກໍາລັງ​ເພື່​ອປ້​ອງກັນ​ການ​ແຍກ​ໂຕ​ຂອງ​ໄຕ້​ຫວັນ​ເປັນ​ປະ​ເທດນຶ່ງ​ຈາກ​ຕົນ​ນັ້ນ.

ແຕ່​ວ່ານັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ ​ໄຕ້ຫວັນ​ທີ່​ປົກຄອງ​ຕົນເອງ​ນັ້ນ ໄດ້​ເຊັນ​ສັນຍາ 15 ສະບັບ​ກັບ​ຈີນ. ​ເວລາ​ນີ້​ພວກ​ບໍ​ລິ​ສັດ​ໄຕ້​ຫວັນ​ສາມາດເຂົ້າ​ໄປ​ລົງທຶນ ​ໃນ​ພາກສ່ວນ​ບໍລິການ 11 ຂະ​ແໜງ​ໄດ້​ ໃນ​ຈີນ​ແຜ່ນດິນ​ໃຫຍ່ ​ເຊ່ນໃນ​ດ້ານ​ສະມຸດບັນຊີ ​ໂຮງໝໍ​ແລະ​ການ​ທະນາ
ຄານ ​ເປັນ​ຕົ້ນ ​ແລະ​ໃນ​ເວລາ​ດຽວ​ກັນ ​ໄຕ້​ຫວັນ​ໄດ້​ໄຂ​ພາກສ່ວນ​ບໍລິການ​ຂອງ​ຕົນ ໃຫ້​ພວກ​ບໍ​ລິ​ສັດຈີນ​ແຜ່ນດິນ​ໃຫຍ່​ໄປ​ລົງທຶນ​ໄດ້ ໃນ 9 ຂະ​ແໜງ​.

XS
SM
MD
LG