ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ​ເຂື່ອນ​​ໃນ​ປະ​ເທດ​ຈີນ ສົ່ງ​ຜົນ​ກະທົບ​ຕໍ່​ແມ່​ນໍ້າ​ ໃນ​ມຽນມາ


ສະພານຂ້າມແມ່ນໍ້າເມີຍ ຈາກເມືອງແມ່ສອດຂອງໄທ ໄປຫາເມືອງເມຍວະດີ ທາງຝັ່ງມຽນມາ
ສະພານຂ້າມແມ່ນໍ້າເມີຍ ຈາກເມືອງແມ່ສອດຂອງໄທ ໄປຫາເມືອງເມຍວະດີ ທາງຝັ່ງມຽນມາ

ພວກ​ນັກ​ເຄື່ອນ​ໄຫວ​ມຽນມາ​ກຸ່ມ​ນຶ່ງ ກ່າວ​ວ່າ ​ເຂື່ອນ​ແຫ່ງ​ນຶ່ງ​ໃນ​ຈີນ ​ໄດ້​ເຮັດ​ໃຫ້​ລະດັບ​ນໍ້າ​ໃນ​ສາຂາ​ນຶ່ງ​ຂອງ​ແມ່​ນໍ້າ​ອິຣາວະ​ດີ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງມຽນມາ​ ລົດ​ລົງສູ່​ລະດັບ​ຕໍ່​າສຸດ ​ເປັນ​​ປະວັດ​ສາດ ​ເຮັດ​ໃຫ້​ນໍ້າ​ໄຫລ​ບໍ່​ແນ່ນອນ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການເສດຖະ ກິດ​ໃນ​ຂົງ​ເຂດ. ດັ່ງ​ທີ່​ຜູ້​ສື່​ຂ່າວ​ວີໂອ​ເອລາຍ​ງານ​ມາ​ຈາກ​ບາງກອກ​ນັ້ນ​ ກໍ​ແມ່ນ​ວ່າ ຈີນ​ໄດ້​ຖືກ​ຕໍາ​ໜິຕິຕຽນ​ມາ​ກ່ອນ​ວ່າ ບໍ່​ແບ່ງປັນ​ຂໍ້​ມູນ​ພຽງພໍ​ກ່ຽວ​ກັບ​ເຂື່ອນ​ທີ່​ຕົ້ນ​ນໍ້າຂອງ​ຕົນ. ສິງ​ມີ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

ໃນ​ວັນ​ອັງຄານ​ສັບປະດາ​ແລ້ວ​ນີ້ ອົງການ​ສະພາວະ​ແວດ​
ລ້ອມ​ສານ​ແລະ​ອົງການ​ເຄືອ​ຂ່າຍ​ກິດ​ແມ່ຍິງສານ ​ໄດ້​ເປີດ
ເຜີຍ​ລາຍງານ​ສະບັບ​ນຶ່ງ​ ທີ່​ຖິ້ມ​ໂທດ​ໃສ່​ເຂື່ອນ​ໃນ​ແມ່​ນໍ້າ
ລອງ​ຈຽງ​ຂອງ​ຈີນ​ ວ່າ​ເປັນ​ຕົ້ນ​ເຫດເຮັດ​ໃຫ້​ລະດັບ​ນໍ້າ​ລqດ ​ລົງ​ຢ່າງ​ຫລວງຫລາຍ​.

ລາຍ​ງານເວົ້າ​ວ່າ ນັບ​ແຕ່​ເຂື່ອນ​ໄຟຟ້າພະລັງ​ນໍ້າແຫ່ງ​ນີ້​
ໄດ້​ເລີ່​ມ​ແລ່ນ​ມາ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ ​ລະດັບ​ນໍ້າ
ໃນ​ບາງ​ແຫ່ງ​ແມ່ນ​ໄດ້​ລົດ​ລົງ ຍັງ​ເຫລືອ​ພຽງ​ປະມານ 1 ສ່ວນ 3 ຂອງ​ລະດັບ​ປົກກະຕິ​ຂອງ​ມັນ ​ແລະ​ເລິກ​ພຽງ​ຫົວ​ເຂົ່າ​ເທົ່າ​ນັ້ນ.

ລາຍ​ງານ​ອ້າງ​ຄໍາ​ເວົ້າຂອງ​ພວກ​ຊາວບ້ານ​ທີ່​ກ່າວ​ວ່າ ລະດັບ
ນໍ້າ​ສາມາດລົດລົງ​ໄດ້​ຢ່າງ​ຫລວງຫລາຍບາດ​ດຽວ ພາຍໃນ​
ເວລາເຄິ່ງ​ຊົ່ວ​ໂມງ ​ເຮັດ​ໃຫ້​ພວກ​ເຮືອ​ທີ່​ແລ່ນ​ໃນລໍາ​ແມ່​ນໍ້າ ຕິດຄາ​ຢູ່​ກາງ​ນໍ້າ.

ນໍ້າ​ຕື້ນ​ທີ່​ວ່ານີ້​ໄດ້​ເຮັດ​ພວກ​ເຮືອ​ຂ້າມ​ຟາກ​ ບໍ່​ສາມາດ​ແລ່ນ​ໄດ້ ສົ່ງ​ຜົນໃຫ້ການ​ຄ້າຂາຍ​ຫາ​
ລ້ຽງ​ຊີບ​ປະ​ຈໍາ​ວັນ​ຂອງ​ພວກ​ຊາວບ້ານ 16 ພັນ​ຄົນ ​ທີ່​ຂ້າມ​ໄປ​ຂ້າມ​ມາ​ນັ້ນ​ ຊັກ​ຊ້າ​ລົງ.

ນາງ​ຈາມ​ຕອງ ປະ​ຈໍາ​ກຸ່ມ​ເຄືອ​ຂ່າຍ​ກິດ​ແມ່ຍິງ​ສານ ຫລື Shan Women’s Action Net-
work ທີ່ມີຫ້ອງການ​ຕັ້ງ​ຢູ່​ໃນ​ເມືອງ​ຊຽງ​ໃໝ່ຂອງໄທ ກ່າວ​ວ່າ ພວກ​ຊາວບ້ານ​ບາງ​ຄົນ​ໄດ້​
ເຫັນລາຍ​ຮັບ​ຂອງ​ເຂົາ​ເຈົ້າ​ ລຸດ​ລົງ​ຫລາຍ​ເຖິງ​ເຄ່ິງນຶ່ງ ຊຶ່ງ​ນາງ​ຈາມ​ຕອງ​ກ່າວ​ວ່າ:

“ທ່ານ​ຮູ້​ບໍ່ວ່າ ພວກ​ຊາວບ້ານ​ເຫລົ່າ​ນີ້​ບໍ່​ເຄີຍ​ໄດ້ຮັບແຈ້ງ​ໃຫ້​ຊາບ ຫລື​ປຶກສາ​ຫາລື
ນໍາ​ຈັກ​ເທື່ອ​ ກ່ຽວ​ກັບ​ພວກ​ເຂື່ອນ​ຕ່າງໆ​ທີ່ຈີນວາງ​ແຜນ​ຈະ​ສ້າງໃສ່​ແມ່​ນໍ້າລອງ​ຈຽງ​
ນັ້ນ ​ແລະ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຮັບ​ຄໍາເຕືອນ​ໃດໆ​ ກ່ຽວ​ກັບ​ລະດັບ​ນໍ້າ​ທີ່ຈະ​ປ່ຽນ​ແປງ

ຂຶ້ນໆ​ລົງໆ​ນັ້ນ. ພວກເຂົາ​ເຈົ້າ​ໄດ້​ອາ​ໄສ​ແມ່​ນໍ້າ​ແຫ່ງ​ນີ້ ​ເປັນ​ບ່ອນ​ຫາ​ຢູ່​ຫາ​ກິນ​ຂອງ
ເຂົາ​ເຈົ້າ​ມາ​ຕະຫລອດ​ຊີວິດ. ​ແລະ​ບັດ​ນີ້ ມັນ​ກາຍ​ມາ​ເປັນ​ສິ່ງ​ທີ່​ທໍານາຍ​ບໍ່​ໄດ້​ຫລາຍ​
ທີ່​ສຸດ ​ແລະ​ເຂົາ​ເຈົ້າ​ກໍ​ບໍ່​ຮູ້ຈັກ​ວ່າ​ຈະ​ດໍາລົງ​ຊີວິດ​ຂອງ​ເຈົ້າ​ຕໍ່​ໄປ​ອີກ​ແນວ​ໃດ.”

ແມ່​ນໍ້າ​ລອງ​ຈຽງ ເນ່ງ​ຂ້າມ​ຈາກ​ແຂວງ​ຢຸນນານ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ຈີນ​ ໄປ​ຫາ​
ລັດ​ສານ​ໃນ​ພາກ​ຕາ​ເວັນ​ອອກຂອງ​ມຽນມາ​ ​ທີ່​ເອີ້ນແມ່​ນໍ້າສາຍນີ້​ວ່າ ນໍ້າ​ເມົາ​. ຫລັງ​ຈາກ​ນັ້ນ
ມັນ​ໄຫລ​ໄປ​ຕົກ​ໃສ່​ແມ່​ນໍ້າອິຣາວະ​ດີ ຊຶ່ງ​ເປັນ​ແມ່​ນໍ້າ​ສາຍ​ທີ່ໃຫຍ່​ທີ່​ສຸດຂອງ​ມຽນມາ​.

ພວກ​ນັກ​ເຄື່ອນ​ໄຫວພາກັນຮຽກຮ້ອງ​ໃຫ້​ຈີນ​ຄວບ​ຄຸມ​ການ​ໄຫລ​ຂອງ​ນໍ້າ ຈາກ​ເຂື່ອນ​ນັ້ນ ​
ໃຫ້​ເປັນ​ໄປ​ຕາມ​ທໍາ​ມະ​ຊາດ​ຫລາຍ​ຂຶ້ນ ໃຫ້​ມີ​ຜົນ​ກະທົບ​ໜ້ອຍ​ທີ່​ສຸດ​ຕໍ່​ພວກ​ຊາວບ້ານ​ແລະ​ຕໍ່​
ສິ່ງ​ແວດລ້ອມ​ ທີ່ຢູ່ໃຕ້​ເຂື່ອນ​ລົງ​ໄປ​ນັ້ນ.

ນອກ​ນີ້ ມີ​ລາຍ​ງານ​ວ່າ​ຈີນ​ຍັງ​ວາງ​ແຜນຈະສ້າງ​ເຂື່ອນ​ຕື່ມ​ອີກ​ປະມານ 13 ​ແຫ່ງ​ໃສ່​ແມ່​ນໍ້າ​ໜູ
ຫລືທີ່ເອີ້ນວ່າ ​ແມ່ນໍ້າ Salween ຢູ່​ໃນ​ມຽນມາ​ນັ້ນ.

ທ່ານ Sai Sai ​ໂຄສົກ​ປະ​ຈໍາ​ອົງການສະພາວະແວດ​ລ້ອມ​ສານ ກ່າວ​ວ່າ ຈີນ​ຈະ​ຕ້ອງ​ພິ
ຈາລະນາ​ເຖິງ​ສະພາບ​ຂອງ​ພວກ​ແມ່​ນໍ້າ ທີ່​ຕົນ​ຊົມ​ໃຊ້​ຮ່ວມ​ກັບ​ພວກປະ​ເທດ​ເພື່ອນບ້ານ
ແລະ​ກັບ​ພວກ​ປະຊາ​ຄົມ​ທັງ​ໝົດ​ທີ່​ອາ​ໄສ​ພວກ​ແມ່ນໍ້າ​ເຫົລ່າ​ນີ້ ​ເປັນ​ບ່ອນ​ຫາ​ຢູ່ຫາ​ກິນ​ນັ້ນ ຊຶ່ງ​ທ່ານ Sai Sai ກ່າວ​ດັ່ງ​ນີ້:

"ມັນ​ເປັນ​ເລື່ອງ​ສໍາຄັນ​ຫລາຍ​ສໍາລັບ​ຈີນ ຫລື​ສໍາລັບ​ເຂື່ອນ​ທີ່​ສ້າງ​ຂຶ້ນຢູ່​ຕົ້ນນໍ້າ​ ທີ່​ຈະ​
ຕ້ອງ​ພິຈາລະນາ​ເບິ່ງ​ສະພາບ​ການ​ຢູ່​ໃນແມ່​ນໍ້າຕາມຄວາມ​ຍາວຂອງມັນທັງ​ໝົດນັ້ນ ​
ເພ​າະວ່າ ລະບົບນິ​ເວດ​ວິທະຍາ​ຂອງແມ່​ນໍ້າແມ່ນ​ຕິດ​ຕໍ່​ພົວພັນ​ກັນ​ໝົດ. ດັ່ງ​ນັ້ນ ມັນ​
ຈຶ່ງເປັນ​ໄປ​ບໍ່​ໄດ້ ຫລື​ບໍ່​ເໝາະ​ສົມທີ່​ຈີນ​ຈະ​ພຽງ​ແຕ່ພິຈາລະ​ນາ​ຫລື​ຕີລາຄາ ມາ​ຮອດ​
ແຕ່​ເຂດ​ຊາຍ​ແດນ​ເທົ່າ​ນັ້ນ ​ແລະ​ຈີນ​ຈະ​ຕ້ອງ​ທໍາ​ການ​ສໍາ​ຫລວດ​ເບິ່ງ​ໃນ​ທຸກ​ໆ​ຊ່ວງ​ ຂອງ​ແມ່​ນໍ້າ​ທັງ​ໝົດນັ້ນ.”

ຈີນເຄີຍໄດ້​ຖືກ​ຕໍາ​ໜິຕິຕຽນ​ມາ​ກ່ອນແລ້ວ ວ່າບໍ່​ໄດ້​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ພວກ​ເຂື່ອນຂອງ​ຕົນ
ຮວມທັງ​ເຂື່ອນ​ທີ່​ສ້າງ​ໃສ່​ແມ່​ນໍ້າ​ລ້ານ​ຊ້າງ ຫລື​ທີ່​ເອີ້​ນກັນ​ວ່າ ​ແມ່​ນໍ້າຂອງ​ໃນ​ເອ​ເຊຍ​ຕາ​ເວັນ​
ອອກສຽງ​ໃຕ້​ນັ້ນ. ລະດັບ​ນໍ້າ​ທີ່​ລົດ​ລົງຕໍ່າ​ຫລາຍ​ຢ່າງ​ເປັນ​ປະວັດ​ການໃນ​ລໍາ​ແມ່​ນໍ້າຂອງໃນ​ປີ​ນີ້
ໄດ້​ພາ​ໃຫ້​ຫລາຍ​ຄົນ​ຖິ້ມ​ໂທດ​ໃສ່​ຫລື​ຕໍາ​ໜິຕິຕຽນ​ຈີນ.

ກໍາປູ​ເຈຍ ​ໄທ​ ແລະ​ລາວ​ ກໍກໍາລັງ​ຊອກ​ຫາ​ທາງ​ສ້າງ​ເຂື່ອນ​ຂຶ້ນ​ຕາມລໍາ​ແມ່​ນໍ້າຂອງ​ນີ້​ເຊ່ນ​ກັນ
ແລະ​ກໍ​ໄດ້​ຖືກ​ຕໍາ​ໜິຕິຕຽນ​ເຊ່ນ​ກັນ ຈາກ​ພວກ​ກຸ່ມ​ປັກ​ປ້ອງ​ສິ່ງ​ແວດ​ລ້ອມ ທີ່​ກ່າວ​ວ່າ ​ເຂື່ອນ
ເຫລົ່າ​ນີ້ ​ສາມາດ​ເປັນ​ໄພ​ອັນຕະລາຍ​ຕໍ່​ລະບົບ​ນິ​ເວດ​ວິທະຍາ ​ແລະ​ພວກ​ຊາວບ້ານ​ໄດ້.

XS
SM
MD
LG