ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະເດັດເຈົ້າຣານະຣິດ ກັບຄືນຫລິ້ນການເມືອງອີກ


ສະເດັດເຈົ້າໂນຣະດົມ ຣານະຣິດ ແຫ່ງກໍາປູເຈຍ.
ສະເດັດເຈົ້າໂນຣະດົມ ຣານະຣິດ ແຫ່ງກໍາປູເຈຍ.

















ສະ​ເດັດ​ເຈົ້າ​ໂນຣະດົມ ຣານະຣິດ​ ໄດ້​ກັບຄືນ​ມາ​ຫລິ້ນ​ການ​ເມືອງ​ອີກ ຫລັງຈາກ​ເຊົາ​ພົວ
ພັນ​ມາ​ເປັນ​ເວລາ 2 ປີ ​ໂດຍ​ກ່າວ​ວ່າ ສະ​ເດັດ​ຢາກ​ທ້ອນ​ໂຮມຂະ​ບວນການ​ນິຍົມ​ກະສັດ
ທີ່ແຕກຫັກ​ໄປ​ນັ້ນ ກ່ອນ​ການ​ເລືອກ​ຕັ້ງ​ທີ່​ຈະ​ມີ​ຂຶ້ນໃນ​ອີກ​ຫລາຍ​ປີ​ຂ້າງ​ໜ້າ​ນີ້.

ພວກ​ສະມາຊິກຂອງ​ພັກທີ່ສະ​ເດັດ​ເຈົ້າຣານະຣິດໄດ້ຈັດ​ຕັ້ງຂຶ້ນ​ມາ​ໃນ​ປີ 2007ນັ້ນ​ໄດ້ແຕ່ງ
ຕັ້ງສະ​ເດັດຄືນ​ອີກ ໃຫ້​ເປັນ​ຜູ້​ນໍາພັກ​ດັ່ງກ່າວ​ໃນ​ການ​ພົບ​ປະກັນ​ໃນວັນ​ເສົາ​ຜ່ານ​ມາ​ນີ້ທີ່​ນະ
ຄອນຫລວງພະນົມ​ເປັນ. ນອກ​ນັ້ນ ​ພັກ​ດັ່ງກ່າວຍັງ​ໄດ້​ຮັບ​ຮອງ​ເອົາຊື່​ດັ້ງ​ເດີມຂອງ​ພັກຄືນ​ອີກ
ຄື ພັກ​ໂນຣະດົມຣານະຣິດນັ້ນ​. ພັກ​ດັ່ງກ່າວ​ໄດ້​ປ່ຽນ​ຊື່ເປັນ​ພັກຊາດນິຍົມ ຫລັງ​ຈາກ​ສະ​ເດັດ
ເຈົ້າຣານະຣິດລາ​ອອກ​ກິນເບ້ຍ​ບໍານານໄປໃນ​ປີ 2008.

ສະ​ເດັດເຈົ້າຣານະຣິດກ່າວ​ຕໍ່​ພວກ​ສະໜັບສະໜຸນ​ວ່າ ສະ​ເດັດ​ຢາກ​ທ້ອນ​ໂຮມພັກ​ຂອງ​ສະ​
ເດັດ​ເຂົ້າກັນ​ກັບ​ກຸ່ມ​ນິຍົມ​ກະສັດອີກ​ກຸ່ມ​ນຶ່ງໃນ​ກໍາປູ​ເຈຍ ກໍ​ຄື​ພັກ FUNCINPEC ນັ້ນ ​ເພື່ອ​
ຈະ​ນໍາພາ​ກຸ່ມ​ນິຍົມ​ກະສັດທີ່​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ​ນັ້ນ ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ
ໃນ​ປີ 2012 ​ແລະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ ​ປີ 2013.

XS
SM
MD
LG