ປະທານາທິບໍດີເກົາຫລີໃຕ້ກ່າວວ່າ ປະຕູຍັງເປີດໄວ້ຢູ່ສໍາລັບການໂອ້ລົມສົນທະນາກັນກັບ
ກຸງພຽງຢ້າງ ແມ່ນແຕ່ໃນຂະນະທີ່ທ່ານໃຫ້ຄໍາໝັ້ນສັນຍາກ່ຽວກັບຍຸດທະສາດແບບໃໝ່ໃນການປ້ອງກັນ ເພື່ອສະແດງໃຫ້ເກົາຫລີເໜືອເຫັນວ່າ ທາງເກົາຫລີເໜືອຈະຫວັງສິ່ງໃດບໍ່ໄດ້ ຈາກການສ່ຽງໄພທາງດ້ານທະຫານນັ້ນ.
ນອກນີ້ ປະທານາທິບໍດີຫລີມິອຸງພັກ ຍັງໄດ້ກ່າວໃນຄໍາປາໄສປີໃໝ່ຂອງທ່ານໃນວັນຈັນມື້ນີ້ວ່າ ຖ້າຝ່າຍເກົາຫລີເໜືອສະແດງໃຫ້ເຫັນຄວາມຈິງໃຈ ທາງຝ່າຍເກົາຫລີໃຕ້ກໍຕຽມພ້ອມທີ່ຈະຍົກລະດັບການຮ່ວມມືໃນດ້ານເສດຖະກິດຂຶ້ນຢ່າງຫລວງຫລາຍກັບກຸງພຽງຢ້າງ.
ໃນເວລາດຽວກັນ ທ່ານຫລີ ກ່າວວ່າ ເກົາຫລີໃຕ້ຕ້ອງເສີມສ້າງການປ້ອງກັນຂອງຕົນຂຶ້ນ ກໍເພື່ອບໍ່ໃຫ້ ເກົາຫລີເໜືອແມ່ນແຕ່ຈະບໍ່ຄຶດພິຈາລະນາທໍາການໂຈມຕີອີກຄັ້ງໃໝ່ ຄືກັນກັບທີ່ ໄດ້ລະດົມຍິງປືນໃຫຍ່ໃສ່ເກາະ Yeonpyeong ໃນວັນທີ 23 ພະຈິກຜ່ານມາ ຊຶ່ງໄດ້ເອົາຊີວິດຊາວເກົາຫລີໃຕ້ໄປ 4 ຄົນນັ້ນ.
ຄໍາປາໄສຂອງທ່ານຫລີ ມີຂຶ້ນໃນເວລາ 2 ມື້ ຫລັງຈາກສື່ມວນຊົນເກົາຫລີເໜືອ ພິມເຜີຍແຜ່ບົດບັນນາທິການສະບັບນຶ່ງທີ່ກ່າວວ່າ ຄວາມເຄັ່ງຕຶງໃນແຫລມເກົາ ຫລີຄວນຈະຖືກ ຜ່ອນຄາຍລົງໃນເວລາອັນໄວເທົ່າທີ່ເປັນໄປໄດ້. ບົດບັນນາທິ ການສະບັບນີ້ຍັງຮຽກຮ້ອງໃຫ້ມີການປຸກລະດົມຢ່າງຕັ້ງໜ້າຫລາຍຂຶ້ນ ເພື່ອປັບ ປຸງຄວາມສໍາພັນລະຫວ່າງສອງເກົາຫລີໃຫ້ດີຂຶ້ນນັ້ນ.
ໃນວັນອັງຄານມື້ອື່ນນີ້ ທ່ານ Stephen Bosworth ທູດພິເສດສະຫະລັດຈະເດີນທາງໄປ
ຮອດກຸງໂຊລ ເພື່ອທໍາການໂອ້ລົມສົນທະນາກັນເລື້ອງການເອົາ ບາດກ້າວຂັ້ນຕໍ່ໄປ ກ່ຽວກັບວິກິດການເກົາຫລີນີ້. ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ທ່ານ Bosworth ຈະທໍາການຢ້ຽມຢາມຈີນ ແລະຍີ່ປຸ່ນເຊ່ນ ກັນ ຊຶ່ງກະຕຸ້ນໃຫ້ມີການຄາດຄະເນກັນວ່າ ທ່ານຈະທໍາການໂອ້ລົມເລື້ອງຊ່ອງທາງໃນການຮື້ຟື້ນການເຈລະຈາ 6 ຝ່າຍຄືນ ກ່ຽວກັບໂຄງການນີວເຄລຍຂອງເກົາຫລີເໜືອນັ້ນ.