ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຟີລິບປິນບໍ່ໄປຮ່ວມພິທີມອບ ລາງວັນໂນແບລ ເພື່ອເອົາໃຈຈີນ


A fire still burns after a tugboat and barge hit a gas pipeline on March 12, 2013, in Perot Bay in Lafourche Parish, Louisiana, USA, about 30 miles south of New Orleans.
A fire still burns after a tugboat and barge hit a gas pipeline on March 12, 2013, in Perot Bay in Lafourche Parish, Louisiana, USA, about 30 miles south of New Orleans.






ທ່ານ Benigno Aquino ປະທານາທິບໍດີ​ຟີ​ລິບ​ປິນກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ບໍ່​ໄດ້​ສົ່ງ​ຜູ້ຕາງໜ້າ​ໄປ​ຮ່ວມ​ພິທີ​ມອບ​ລາງວັນ​ໂນ​ແບລຂະ​ແໜງ​ສັນຕິພາບ ທີ່​ນະຄອນ​ອອສ​ໂລ ປະ​ເທ​ດນໍ​ເວນັ້ນ ກໍເພາະ​ຢາກ​ຊ່ອຍ​ຊີວິດຊາວ​ຟິລິບ​ປິນ ຈໍານວນ​ນຶ່ງ ທີ່ຢູ່​ໃນ​ບັນຊີ​ຂອງ​ພວກ​ທີ່​ຈະ​ຖືກ​ປະຫານ​ຊີວິດ​ໃນ​ຈີນ​ນັ້ນ.

ທ່ານ​ອາ​ກີ​ໂນກ່າວ​ເຊ່ນ​ນີ້​ ໃນ​ການ​ໃຫ້​ສໍາພາດ​ກັບ​ໜັງສືພິມ Philippine Daily Inquirer ສະບັບ​ອອກໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ທ່ານ​ໄດ້​ກ່າວ​ຕື່ມວ່າ ການ​ບໍ່​ສົ່ງ​ຜູ້ຕາງໜ້າ​ຂອງ​ຕົນໄປ​ຮ່ວມ​ພິທີ​ມອບ​ລາງວັນ​ໂນ​ແບລໃຫ້ທ່ານ Liu Xiaobo ຜູ້​ຄັດຄ້ານ​ລັດຖະບານ​ຈີນ ທີ່​ກໍາລັງ​ຖືກຄຸກຢູ່​ໃນ​ເວລາ​ນີ້ ກໍ​ບໍ່​ໄດ້​ໜາຍ​ຄວາມ​ວ່າ ຟີ​ລິບ​ປິນບໍ່​ສະໜັບສະໜຸນ​ ຫລື​ສົ່ງ​ເສີມ​ປະຊາທິປະ​ໄຕ​ແລະສິດທິ​ມະນຸດ​.

ທ່ານ​ອາ​ກີ​ໂນ ຍັງ​ໄດ້ກ່າວ​ອີກວ່າ ທ່ານ​ໄດ້​ສົ່ງ​ສານ​ສະບັບ​ນຶ່ງ​ໄປ​ຍັງ​ລັດຖະບານ​ຈີນ ເພື່ອ​ຮ້ອງ​ຂໍ​ໃຫ້​ຜ່ອນຜັນໂທດໃຫ້ຊາວ​ຟີ​ລິບ​ປິນ 5 ຄົນ ​ທີ່​ຖືກ​ຕັດສິນລົງ​ໂທດ​ປະຫານ​ຊີວິດ​ ໃນ​ຂໍ້​ຫາລັກລອບ​ຄ້າ​ຢາ​ເສບ​ຕິດ ​ແລະ​ທ່ານບໍ່​ຢາກ​ສ່ຽງ ຫລື​ ທໍາລາຍ​ຄວາມ​ພະຍາຍາມ​ຂອງ​ທ່ານ​ເພື່ອ​ຊ່ອຍ​ກູ້​ຊີວິດ​ພວກ​ຄົນ​ຟີ​ລິບ​ປິນ​ເຫລົ່ານີ້.

XS
SM
MD
LG