ຢູ່ໃນເຮືອນຫລັງນຶ່ງໃນໄທ ບໍ່ໄກຈາກຊາຍແດນມຽນມາ ພວກນັກສິນລະປິນໜຸ່ມ
ຈຸນຶ່ງພາກັນຮ້ອງເພງຕໍ່ຕ້ານການເລືອກຕັ້ງທີ່ເປັນບັນຫາຂັດແຍ້ງກັນໃນມຽນມາແລະລັດຖະບານທະຫານ ຢູ່ທີ່ນັ້ນ.
ເຂົາເຈົ້າພາກັນຮ້ອງເພງວ່າ ລັດຖະບານບໍ່ນັບຖືກົດໝາຍ ສາສະໜາ ຫລືພວກຍຸວະຊົນຂອງປະເທດ. ເຂົາເຈົ້າເອີ້ນເຂົາເຈົ້າເອງວ່າ “ຄື້ນຟອງແຫ່ງຍຸກສະໄໝ” ແລະເຂົາເຈົ້າບໍ່ຢາກໃຫ້ເປີດເຜີຍຊື່ຂອງເຂົາເຈົ້າ ເພາະວ່າເຂົາເຈົ້າພາກັນກັບຄືນ ເມືອມຽນມາຢູ່ເລື້ອຍໆ ເພື່ອກະຈາຍສານຂອງເຂົາເຈົ້າອອກໄປ ທີ່ວ່າລັດຖະ ບານບໍ່ຖືກຕ້ອງຕາມກົດໝາຍ ແລະມຽນມາຕ້ອງການປະຊາທິປະໄຕ.
ພວກເຄື່ອນໄຫວຊາວໜຸ່ມເຫລົ່ານີ້ ແມ່ນພາກັນເຮັດວຽກໃນຍາມກາງຄືນ ຊຶ່ງເປັນເວລາທີ່ພວກເຂົາເຈົ້າສາມາດຫລີກລ່ຽງເຈົ້າໜ້າທີ່ ໄດ້ດີກວ່າ.
ທ້າວ ໂບໂບ ຊຶ່ງເປັນຜູ້ນຶ່ງໃນບັນດາຜູ້ຈັດຕັ້ງກຸ່ມດັ່ງກ່າວນີ້ຂຶ້ນມາ ກ່າວວ່າ ໃນມຽນມາ ພວກສະມາຊິກຂອງເຂົາເຈົ້າພາກັນໃຊ້ ແຜ່ນ CD ໃບປີວໂຄສະນາແລະ ຂຽນຄໍາເວົ້າໃສ່ຕາມຝາ ຕາມເດິ່ນ ຫລືບ່ອນຕ່າງໆ ເພື່ອກະຈາຍຄໍາຕໍາໜິຕິຕຽນຂອງເຂົາເຈົ້າອອກໄປ ຊຶ່ງທ້າໂບໂບ ກ່າວວ່າ:
///Bo Bo act in English…///
(ທ້າວໂບໂບເວົ້າວ່າ) ພວກເຮົາບໍ່ມີເສລີພາບໃນການສະແດງອອກຄວາມຄິດຄວາມເຫັນຫຍັງເລີຍ. ຖ້າເຈົ້າເວົ້າຫຍັງອອກມາ ຖ້າມີຄົນເຫັນ ຖ້າເຈົ້າໂອ້ລົມກັນກ່ຽວກັບການເມືອງ ເລື້ອງຫຍັງກໍຕາມທີ່ກ່ຽວກັບການເມືອງ ເຈົ້າກໍສາມາດຖືກຈັບກຸມໄດ້ຢ່າງງ່າຍໆ.///
ຢູ່ຕາມຝາຍເບື້ອງນຶ່ງຂອງເຮືອນຫລັງນັ້ນ ມີປ້າຍຫລື poster ທີ່ມີຮູບພາບຂອງ ພວກສະມາຊິກຂອງເຂົາເຈົ້າ ຊຶ່ງເວລານີ້ກໍາລັງຖືກຂັງຢູໃນຄຸກມຽນມາ ນັ້ນ.
ທ່ານໂບໂບ ກ່າວວ່າ ພວກສະມາຊິກຂອງເຂົາເຈົ້າ 21 ຄົນຖືກຂັງຄຸກ ຍ້ອນ
ທໍາການຕໍາໜິຕິຕຽນລັດຖະບານ. ຄໍາອະທິບາຍຢູ່ກ້ອງຮູບ ບອກໃຫ້ຮູ້ວ່າແຕ່ລະ ຄົນ ຖືກໂທດຂັງຄຸກດົນປານໃດ ຊຶ່ງບາງຄົນ ເປັນເວລາຫລາຍສິບປີກໍມີ.
ສະມາຊິກຄົນນຶ່ງຂອງກຸ່ມ Generation Wave ທີ່ເອີ້ນລາວເອງວ່າ “Menu”ນັ້ນ ກ່າວວ່າ ພວກທີ່ຢູ່ໃນຄຸກນັ້ນ ຫລາຍຄົນແມ່ນໝູ່ເພື່ອນຂອງລາວ.
ທ້າວ Menu ເຄີຍຖືກຈັບກຸມມາແລ້ວ 2 ເທື່ອແລະເທື່ອຫລ້າສຸດລາວຖືກຈໍາຄຸກ
ເປັນເວລາ ປີປາຍ ຍ້ອນໄດ້ທໍາການຕິດຕໍ່ກັບພວກນັກເຄື່ອນໄຫວອື່ນໆເທົ່ານັ້ນ.
///Menu act in Burmese….
ທ້າວ Menu ເວົ້າວ່າ ລາວຢ້ານວ່າລາວຈະຖືກຂັງຄຸກອີກ. ເພາະວ່າລາວເຄີຍ
ຖືກຈັບມາກ່ອນແລ້ວ ລາວຈຶ່ງຢ້ານຕື່ມຂຶ້ນອີກ. ແຕ່ລາວຕັ້ງຂໍ້ຖາມຂຶ້ນມາວ່າ ຖ້າພວກເຮົາຢ້ານຖືກຈັບ ແລະກໍພາກັນໜີອອກມາໝົດ ແລ້ວແມ່ນໃຜຈະທໍາການ
ຕໍ່ສູ້ຕໍ່ໄປ ຊຶ່ງລາວກ່າວວ່າ ບໍ່ມີໃຜດອກ ທີ່ຈະຕໍ່ສູ້ເພື່ອປະເທດຂອງເຂົາເຈົ້າ.
///SFX Sounds of chalk on cement///
ສະມາຊິກຂອງກຸ່ມ Generation Wave ອີກ 2 ຄົນໃຊ້ສໍຂາວຂຽນໃສ່ທາງ ຈອດລົດໃຫ້ເບິ່ງ ເພື່ອສະແດງໂຕຢ່າງຂອງຄໍາເວົ້າປະທ້ວງ ທີ່ພວກເຂົາເຈົ້າ
ລັກຂຽນ ໃນທີ່ຕ່າງໆ ຢູ່ໃນມຽນມານັ້ນ.
ເຂົາເຈົ້າຂຽນ ປີ 2010 ໂດຍແຕ້ມຮູບກະໂຫລກຫົວຄົນ ອ້ອມໂຕເລກ ແລະໃຊ້ຄໍາວ່າ “ຄັດເລືອກ” ແທນຄໍາວ່າ ເລືອກຕັ້ງ ຊຶ່ງບໍ່ເປັນຄໍາຕໍາໜິຕິຕຽນທີ່ອ້ອມຄ້ອມປານໃດ ຕໍ່ການເລືອກຕັ້ງຄັ້ງທໍາອິດຂອງມຽນມາໃນຮອບສອງທົດສະວັດຜ່ານມາ.
ລັດຖະບານກ່າວວ່າ ການປ່ອນບັດເລືອກຕັ້ງໃນວັນທີ 7ພະຈິກເດືອນແລ້ວນີ້
ແມ່ນພາກສ່ວນນຶ່ງຂອງແຜນການເພື່ອຫັນປ່ຽນປະເທດກັບຄືນສູ່ການປົກຄອງ
ຂອງພວກພົນລະເຮືອນ ຫລັງຈາກພວກລັດຖະບານທະຫານປົກຄອງປະເທດ ມາໄດ້ເກືອບ 50 ປີ.
ແຕ່ພວກຕໍາໜິຕິຕຽນເອີ້ນການເລືອກຕັ້ງຄັ້ງນີ້ ວ່າເປັນການເລືອກຕັ້ງຈອມປອມ ທີ່ເຮັດໃຫ້ອໍານາດຂອງພວກທະຫານ ໝັ້ນຄົງຍິ່ງຂຶ້ນໄປອີກ.
ນອກຈາກຮູບຂອງພວກນັກເຄື່ອນໄຫວທີ່ຖືກຄຸກນັ້ນແລ້ວ ຢູ່ຕາມຝາເຮືອນຫລັງນັ້ນ ແລະຢູ່ທາງຂ້າງຂອງ guitars ຂອງເຂົາເຈົ້າ ກໍມີຮູບຖ່າຍຂອງທ່ານນາງອອງຊານຊູຈີ ຜູ້ນໍາເພື່ອປະຊາທິປະໄຕໃນມຽນມາ ຕິດຢູ່ນໍາ.
ລັດຖະບານໄດ້ຫ້າມທ່ານນາງອອງຊານຊູຈີເຂົ້າຮ່ວມໃນການເລືອກຕັ້ງ ແລະຍຸບພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ທີ່ໄດ້ຄັດຄ້ານບໍ່ເຂົ້າຮ່ວມໃນການເລືອກຕັ້ງ.
ທ່ານນາງໄດ້ຖືກປ່ອຍອອກຈາກການຖືກກັກໂຕໃຫ້ຢູ່ແຕ່ໃນບໍລິເວນບ້ານເຮືອນມາ 7 ປີ ຫລັງຈາກການເລືອກຕັ້ງ ຜ່ານພົ້ນໄປໄດ້ ພຽງ 1 ສັບປະດາ.
ທ້າວ Menu ກ່າວວ່າ ເຂົາເຈົ້າໄດ້ຮັບຄວາມດົນຈິດດົນໃຈ ຈາກທ່ານນາງອອງ
ຊານຊູຈີ ຜູ້ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ຍ້ອນທ່ານນາງໄດ້ກ່າວ ວ່າ ມຽນມາບໍ່ສາມາດເປັນປະເທດເສລີຢ່າງແທ້ຈິງໄດ້ ຕາບໃດປະຊາຊົນຍັງມີຄວາມຢ້ານກົວຢູ.
// sounds of typing //
ທ້າວໂບໂບ ກ່າວວ່າ ເຂົາເຈົ້າໃຊ້ web site ຂອງເຂົາເຈົ້າ ແລະການສະແດງອອກໃນທາງສິນລະປະ ເພື່ອຮຽກຮ້ອງໄປຍັງພວກຊາວໜຸ່ມຂອງມຽນມາ ໃຫ້ເຂົາເຈົ້າຊອກຮຽນຮູ້ກ່ຽວກັບສະພາບການໂຕຈິງຂອງປະເທດ ແລະໃຫ້ເອົາຊະນະຄວາມຢ້ານກົວຂອງເຂົາເຈົ້າ ແລະກົດດັນໃຫ້ມີປະຊາທິປະໄຕ.
/// Bo Bo act in English///
ທ້າວໂບໂບ ເວົ້າວ່າ ພວກເຮົາບໍ່ສາມາດຈະເວົ້າໄດ້ວ່າ ດົນຕີຈະສາມາດປ່ຽນ ແປງປະເທດຂອງພວກເຮົາໄດ້ ຫລືວ່າມີແຕ່ດົນຕີເທົ່ານັ້ນທີ່ຈະໃຫ້ມີການປ່ຽນແປງໄດ້. ບໍ່ ພວກເຮົາເວົ້າບໍ່ໄດ້ ແຕ່ມັນກໍເປັນສິ່ງນຶ່ງທີ່ພວກເຮົາຈໍາເປັນຕ້ອງ
ໄດ້ເຮັດ ຕ້ອງໄດ້ທໍາການເຄື່ອນໄຫວຫລາຍຢ່າງຫລາຍອັນ ຈາກຫລາຍແງ່ຫລາຍມຸມ ຫລາຍທັດສະນະ ແລະຖ້າສິ່ງເຫລົ່ານັ້ນທັງໝົດເຂົ້າມາຮວມກັນ ພວກເຮົາກໍຈະສາມາດຊຸກຍູ້ມັນໄດ້ ຂ້ອຍເຊື່ອໃນເລື່ອງນີ້.
/// SFX: Audio of guitar….
ເນື້ອໃນຂອງເພງນີ້ ແມ່ນປະນາມພວກທະທານທີ່ເຂັ່ນຂ້າປະຊາຊົນແລະລະເມີດສິດທິຂອງເຂົາເຈົ້າ.
ເຖິງແມ່ນພວກທະຫານຈະກໍາອໍານາດຢ່າງເຄ່ງຄັດ ຢູ່ໃນປະເທດຢູ່ກໍຕາມ ແຕ່ພວກສະມາຊິກຂອງກຸ່ມ Generation Wave ກໍພາກັນຕັ້ງຄວາມຫວັງໄວ້ວ່າ ຕາບໃດພວກເຂົາເຈົ້າທໍາການຕໍ່ສູ້ຕໍ່ໄປ ມຽນມາ ໃນມື້ນຶ່ງ ກໍຈະກາຍເປັນປະເທດທີ່ມີລະບອບປະຊາທິປະໄຕຢ່າງແທ້ຈິງ.