ຕໍາຫລວດສະວີເດັນກ່າວວ່າ ເຫດລະເບີດ 2 ຄັ້ງໃນໃຈກາງກຸງ Stockholm ທີ່ໄດ້ເອົາຊີວິດຜູ້ຄົນໄປ ນຶ່ງຄົນ ແລະເຮັດໃຫ້ບາດເຈັບອີກ 2 ຄົນນັ້ນ ແມ່ນເປັນການໂຈມຕີຂອງພວກກໍ່ການຮ້າຍ. ທ່ານ Anders Thornberg ໂຄສົກ ຕໍາຫລວດ ກ່າວໃນກອງປະຊຸມຖະແຫລງຂ່າວໃນວັນອາທິດມື້ນີ້ວ່າ ເວລານີ້ ທາງການກໍາລັງທໍາການສືບສວນເຫດລະເບີດສອງບັ້ນນີ້ຢູ່ ພາຍໃຕ້ກົດໝາຍຂອງ Sweden ໃນຖານະເປັນການໂຈມຕີຂອງພວກກໍ່ການຮ້າຍ ແຕ່ວ່າທາງການຂອງ Sweden ບໍ່ໄດ້ຍົກລະດັບການຮັກສາຄວາມປອດໄພຂອງຕົນຂຶ້ນ.
ຕໍາຫລວດເວົ້າວ່າ ເຫດລະເບີດບັ້ນທໍາອິດໃນວັນເສົາວານນີ້ ໄດ້ເກີດຂຶ້ນໃນລົດຄັນນຶ່ງຢູ່ໃກ້ໆກັບຖະໜົນສາຍນຶ່ງໃນສູນກາງການຄ້າແຫ່ງນຶ່ງ ທີ່ມີຜູ້ຄົນໄປທ່ຽວຊື້ເຄື່ອງຂອງຢ່າງໜາແໜ້ນ ຊຶ່ງໄດ້ເຮັດໃຫ້ 2 ຄົນໄດ້ຮັບບາດເຈັບເລັກນ້ອຍ.
ຫລັງຈາກນັ້ນບໍ່ດົນ ກໍໄດ້ຍິນສຽງລະເບີດລູກທີສອງດັງຂຶ້ນຢູ່ຖະໜົນເສ້ນດຽວກັນ. ໃນເວລາຕໍ່ມາ ຕໍາຫລວດໄດ້ພົບເຫັນຄົນນຶ່ງເສຍຊີວິດຢູ່ທີ່ບ່ອນເກີດເຫດນັ້ນ. ທາງການເຊື່ອວ່າ ຜູ້ກ່ຽວເປັນຄົນວາງລະເບີດສະລະຊີບ.