ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣາຊີລມີປະທານາທິບໍດີ ແມ່ຍິງ ຄົນທໍາອິດ


ບຣາຊີລມີປະທານາທິບໍດີ ແມ່ຍິງ ຄົນທໍາອິດ
ບຣາຊີລມີປະທານາທິບໍດີ ແມ່ຍິງ ຄົນທໍາອິດ

ປະຊາຊົນ​ຫລາຍ​ພັນ​ຄົນໄດ້ພາກັນ​ຢືນ​ລຽນ​ແຖວ​ຕາມ​ແຄມ​ຖະໜົນ​ຫົນທາງ​ສາຍ ຕ່າງໆ​ໃນ​ນະຄອນຫລວງ​ຂອງ​ປະ​ເທດ​ໃນ​ວັນ​ເສົາວານ​ນີ້ ໃນ​ທ່າມກາງຝົນທີ່ຕົກ ​ໜັກ​ ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ປະທານາທິບໍດີ Dilma Rousseff ​ໃນ​ຂະນະ​ທີ່​ທ່ານ​ນາງ​ເດີນທາງ​ໄປ​ຮ່ວ​ມໃນ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງຢ່າງ​ເປັນ​ທາງ​ການ​ນັ້ນ.

ມີ​ທີ​ມ​ເຈົ້າ​ໜ້າ​ທ່ີ່ຮັກ​ສາ​ຄວາມ​ປອດ​ໄພ​ ທີ່​ເປັນ​ແມ່ຍິງ​ທັງ​ໝົດ ​ແລ່ນຄຽງ​ຂ້າງ​ລົດ Rolls Royce ຂ​ອງທ່ານ​ນາງ Rousseff ທັງ​ສອງ​ຟາກ ຜ່ານ​ຖະໜົນ​ສາຍ​ຕ່າງໆ​ໃນ​ນະຄອນຫລວງ Brasilia ນັ້ນ.

ໃນ​ຄໍາ​ປາ​ໄສ​ຄັ້ງ​ທໍາ​ອິດ​ຕໍ່​ພວກ​ສະມາຊິກ​ສະພານິຕິບັນຍັດ​ຂອງ​ບຣາຊີ​ລ ​ໃນ​ເວລາ​ຕໍ່​ມາ ທ່ານ​ນາງ Rousseff ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ຊ່ອຍ​ກໍາຈັດ​ຄວາມທຸກ​ຈົນ​ທີ່​ສຸດ​ຂອງ​ປະ​ເທດ​ໃຫ້​ໝົດ​ໄປ ​ແລະ​ຈະ​ຄວບລາຄາ​ເຄື່ອງອຸບປະໂພ​ກບໍລິ​ໂພ​ກທີ່ແພງຂຶ້ນນັບ​ມື້​ນັ້ນ​. ປະທານ​າທິບໍດີ​ຄົນ​ໃໝ່ ​ໄວ 63 ປີ ຈະ​ສືບ​ທອດ​ອໍານາດ​ຈາກ​ອະດີດ​ປະທານາທິບໍດີ Luiz Inacio Lula da Silva ທີ່​ຫລາຍ​ຄົນ​ເອີ້ນສັ້ນໆ ວ່າ Lula ທີ່​ໄດ້​ຮັບຄວາມ​ນິຍົມ​ຊົບ​ຊອບ​ຈາກ​ປະຊາຊົນ
ເປັນ​ຢ່າງ​ສູງ​ນັ້ນ.

ພາຍ​ໃຕ້​ປະທານາທິບໍດີ da Silva ນັ້ນ ບຣາຊີ​ລໄດ້​ໂຜ່ໂຕ​ຂຶ້ນ​ມາ​ເປັນ​ປະ​ເທດ​ນຶ່ງ​ໃນ​ບັນດາ​ເສດຖະກິດ​ໃຫຍ່​ໆ​ຂອງໂລກ ​ໃນ​ລະດັບ​ດຽວ​ກັນກັບຣັດ​ເຊຍ ອິນ​ເດຍ​ແລະ​ຈີນ. ມີ​ການ​ກະ​ປະມານ​ກັນ​ວ່າ ປະຊາຊົນບຣາຊີ​ລໃນ​ຈໍານວນ 30 ລ້ານ​ຄົນ​ໄດ້​ເລື່ອນ​ລະດັບ​ຈາກ​ຖານະ​ທີ່​ຍາກຈົນ​ ຂຶ້ນ​ມາ​ຮ່ວມ​ໃນ​ລະດັບ​ພໍ​ປານ​ກາງ​ໃນລະຫວ່າງ​ການ​ດໍາລົງ​ຕໍາ​ແໜ່​ງເປັນ​ເວ​ລາ 8 ປີ​ຂອງ​ທ່ານ​ນັ້ນ.

XS
SM
MD
LG