ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຄລິນຕັນ: ທຸກໆມື້ ແມ່ນວັນສິດທິມະນຸດ


ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ.
ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ.

ໃນ​ການ​ຖະ​ແຫລ​ງຢູ່​ໃນເຫດການ​ສໍາຄັນ​ໆ​ຫລາຍ​ບັ້ນທີ່ຈັດ​ຂຶ້ນ​ຢູ່ກະຊວງ​ການ​ຕ່າງປະ​ເທດ​ໃນ​ວັນ​ສຸກ​ອາທິດ​ແລ້ວ​ນີ້ ​ເພື່ອ​ໃຫ້​ກຽດ​ແກ່​ວັນ​ສິດທິ​ມະນຸດ​ນັ້ນ ທ່ານ​ນາງ ຮິນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້ກ່າວ​ເນ້ນ​ເຖິງ​ບົດບາດ​ຂອງ​ສັງຄົມ​ພົນລະ​ເມືອງ​ ໃນ​ການ​ສົ່ງ​ເສີມ​ສິດທິ​ມະນຸດ​. ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ເລື່ອງ​ນີ້ ດັ່ງສິງ​ຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ…

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງຮິ​ລລາ​ຣີ ຄລິນ​ຕັນ ກ່າວ​ວ່າ ສໍາລັບ​ພວກ​ປະຊາຊົນ​ທີ່​ພະຍາຍາມ​ຈະ​ສົ່ງ​ເສີມ​ສິດທິ​ມະນຸດ​ຢູ່ໃນ​ທົ່ວ​ໂລກນັ້ນ​ ທຸກໆ​ມື້​ແມ່ນ​ວັນ​ສິດທິ​ມະນຸດ

“Every day is Human Rights Day”

62 ປີ ​ຫລັງ​ຈາກທີ່​ມື້​ລາງ​ສັດ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ທ່ານ​ນາງ Eleanor Roosevelt ​ໄດ້​ສະ​ເໜີ​ຄໍາ​ປະກາດ​ສາກົນ​ວ່າ​ດ້ວຍ​ສິດທິ​ມະນຸດ​ ຕໍ່​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດນັ້ນ ໂລກ​ນີ້ກໍ​ຍັງເປັນ​ບ່ອນ​ທີ່​ທ້າ​ທາຍ​ຫລາຍ ສໍາລັບ​ພວກ​ປົກ​ປ້ອງ​ສິດ​ທິ​ມະນຸດ ຊຶ່ງ ​ທ່ານ​ນາງຄລິ​ນຕັນ​ກ່າວ​ວ່າ:

“ພວກ​ເຮົາ​ໄດ້​ເຫັນ​ຄວາມ​ພະຍາຍາມ​ຫລາຍ​ຂຶ້ນ​ໂດຍ​ພວກ​ລັດຖະບານ​ປະ​ເທດ​ຕ່າງໆ​ ເພື່ອ​ຈໍາກັດ​ຮັດ​ແຄບ​ບ່ອນ​ຂອງ​ພົນລະ​ເມືອງ ບໍ່ວ່າ​ຢູ​ໃນ​ກຸຍບາຫລື​ຄວາມ ພະຍາຍາມ​ຂອງ​ຈີນ ​ເພື່ອ​ຫັນ​ເຫ​ຄວາມ​ສົນ​ໃຈ​ຂອງ​ໂລກ ໂດຍວິທີ​ໃດ​ວິທີ​ນຶ່ງ​ໄປ ຈາກພິທີ​ມອບ​ລາງວັນ​ໂນ​ແບລຂະ​ແໜງ​ສັນຕິພາບ​ປະ​ຈໍາປີ​ໃນ​ວັນ​ສຸກມື້​ນີ້. ພວກ​ເຮົາ​ຮູ້ຈັກ​ແທ້ໆ​ວ່າ ພວກ​ເຮົາ​ຍັງ​ມີ​ຫລາຍສິ່ງ​ຫລາຍ​ຢ່າງ​ຢູ່​ທີ່​ຈະ​ຕ້ອງ​ໄດ້​ດໍາ​ເນີ​ນການ.”

ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ສະຫະລັດ​ວາງ​ແຜນ​ທີ່ຈະ​ເອົາ​ເລື່ອງ​ການ​ພົວພັນ​ກັບ​ສັງຄົມ​ພົນລະ​
ເມືອງ​ ເປັນ​ສ່ວນ​ນຶ່ງ​ທີ່​ອະທິບາຍ​ເຖິງ​ຄວາມ​ພະຍາຍາມຕ່າງໆ​ໃນ​ການ​ທູດຂອງ​ຕົນ ​ແລະ​ທ່ານ
ນາງ​ກ່າວ​ຕໍ່​ໄປ​ວ່າ ທາງ​ລັດຖະບານ​ໄດ້ ຮຽກຮ້ອງ​ໃຫ້​ພວກ​ສະຖານທູດ​ແຫ່ງ​ຕ່າງໆ​ຂອງ​ສະຫະ
ລັດ ​ພັດທະນາ​ຍຸດ​ທະ​ສາດ​ ທີ່​ຈະ​ຊ່ອຍ​ສະໜັບສະໜຸນ​ແລະ​ປົກ​ປ້ອງ​ສັງຄົມ​ພົນລະ​ເມືອງ​ນັ້ນ.

ທ່ານ​ນາງຄລິນ​ຕັນໄດ້​ເນ້ນ​ເຖິງ​ການ​ພັງ​ທະລາ​ຍລົງ​ຂອງ​ອະດີດ​ສະຫະພາບໂຊ​ວຽດ ຂະ​ບວນ
ການ​ສົ່ງ​ເສີມ​ສິດທິ​ພົນລະ​ເມືອງ​ຂອງ​ສະຫະລັດ​ໃນ​ຊຸມ​ປິ 1960ແລະ​ການ​ສິ້ນ​ສຸດ​ລົງ​ຂອງ​ລັດທິ
ແບ່ງ​ແຍກ​ເຊື້ອ​ຊາດ​ຜີວພັນ Apartheid ​ໃນປະ​ເທດ​ອາ​ຟຣິກາ​ໃຕ້ ວ່າ​ເປັນຄວາມ​ສໍາ​ເລັດ​
ຕ່າງໆ​ທີ່​ປະຊາຊົນທໍາ​ມະ​ດາ​ສາມັນໄດ້​ພາກັນ​ບຸກບືນຕໍ່​ສູ້ ເພື່ອ​ໃຫ້​ເປັນຄວາມ​ຈິງ​ຂຶ້ນ​ມາ.

ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ປະຊາຊົນ​ຫລາຍ​ຄົນ​ຍັງ​ສືບ​ຕໍ່​ເອົາ​ຕົນ​ສ່ຽງ​ໄພ​ໃນ​ຄວາມ​ພະຍາຍາມ​
ຂອງ​ເຂົາ​ເຈົ້າ​ເພື່ອ​ນໍາ​ມາ​ຊຶ່ງ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ. ທ່ານ​ນາງຄລິນ​ຕັນ​ກ່າວ​ຕໍ່​ໄປວ່າ:

“​ໃນ​ກຸຍບາ ພວກ​ແມ່ຍິງ​ທີ່​ມີ​ຄວາມ​ມຸ່ງ​ໝັ້ນ​ຈາກ​ກຸ່ມ​ຈັດ​ຕັ້ງ Damas de Blanco ​ໄດ້​ທົນ​ຕໍ່​ການ​ຮາວີ​ລົບ​ກວນ ການ​ທຸບ​ຕີ​ແລະ​ການ​ຈັບ​ກຸມ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ເດີນ​ຂະ​ບວນ​ໃນ​ທຸກໆ​ສັບປະດາ ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ພາກັນ​ເຮັດ​ອີກ​ໃນ​ມື້ວານ​ນີ້ ​ເພື່ອ​ໃຫ້ການ​ສະໜັບສະໜຸນພວກ​ສາມີ​ແລະລູກ​ຊາຍ​ຂອງ​ເຂົາ​ເຈົ້າທີ່​ຖືກ​ຂັງ​ຄຸກ ເປັນ​ນັກ​ໂທດ​ການ​ເມືອງ​ມາ​ຕັ້ງ​ແຕ່​ດົນ​ນານ​ນັ້ນ. ທີ່ Zimbabwe ພວກ​ນັກ​ເຄື່ອນ​ໄຫວ​ໄດ້​ຖືກ​ຈັບ​ກຸມ ຖືກ​ລັກພາ​ໂຕ ຫລື​ບໍ່​ກໍຖືກ​ທຸບ​ຕີ​ ​ຫລັງ​ຈາກ​ເຂົາ​ເຈົ້າ​ຮຽກຮ້ອງ​ຄວາມສົນ​ໃຈໄປ​ໃສ່ການລະ​ເມີດ​ສິດທິ​ມະນຸດ​ຕ່າງໆ ​ແລະ​ສະພາບ​ອັບ​ຈົນ​ຂອງ​ພວກ​ຄົນ​ທຸກ​ຈົນ​ນັ້ນ ​ແລະ​ເປັນ​ທີ່​ໜ້າ​ເສຍ​ໃຈ ຊຶ່ງ​ຂ້າພະ​ເຈົ້າ​ສາມາດເວົ້າ​ເລື່ອງ​ນີ້​ ຕໍ່​ໄປ​ໄດ້ ​ໂດຍ​ບໍ່​ສິ້ນ​ສຸດ​ຈັກ​ເທື່ອ.”

ພ້ອມ​ດຽວ​ກັນ ທ່ານ​ນາງຄລິ​ນຕັນ​ໄດ້​ກ່າວ​ຍ້ອງຍໍ​ຄວາມ​ອົງອາດ​ກ້າຫານ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ເຫລົ່າ​ນີ້​:

“ພວກ​ເຮົາ​ຈື່​ຈໍາ​ເຂົາ​ເຈົ້າ​ໃນ​ແຕ່​ລະ​ມື້​ແຕ່​ລະ​ວັນ ​ແລະ​ຄົນ​ນຶ່ງ​ໃນ​ນັ້ນ​ກໍແມ່ນ ທ່ານ Liu Xiaobo ຊຶ່ງ​ເປັນນັກ​ຂຽນຊາວ​ຈີນ ​ທີ່ໄດ້​ຮັບລາງວັນ​ໂນ​ແບນຂະ​ແໜງ​ສັນຕິ ພາບ​ປະ​ຈໍາປີ​ນີ້ ​ແຕ່​ທ່ານ Liu ບໍ່​ໄດ້​ໄປ​ມີໜ້າ​ຢູ່ທີ່​ນັ້ນ ເພື່ອຮັບ​ເອົາ​ລາງວັນດັ່ງ ກ່າວ​ ດັ່ງ​ທີ່​ພວກ​ເຮັາຮູ້ຈັກ​ກັນ​ນັ້ນ​ແຫລະ ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ ຫລື​ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຍາດ​ພີ່ນ້ອງ ຫລື​ມີ​ສ່ວນ​ກ່ຽວຂ້ອງກັບ​ທ່ານ​ນັ້ນ ກໍ​ບໍ່​ໄດ້​ໄປ​ຮ່ວມ ​ເພາະວ່າ ​ເວລາ​ນີ້​ທ່ານ Liu ກໍາລັງ​ຮັບ​ໃຊ້ໂທດ​ຈໍາ​ຄຸກ 11 ປີ ​ຢູ່​ໃນ​ຈີນ ໃນ​ຂໍ້​ກ່າວ​ຫາ​ທີ່​ພົວພັນ​ກັບ​ການ​ທີ່​ທ່ານ​ສະໜັບສະໜຸນ ສົ່ງ​ເສີມ​ສິດທິ​ມະນຸດ​ແລະ​ປະຊາທິປະ​ໄຕ​ຢ່າງ​ສັນຕິ​ນັ້ນ.”

ທ່ານ​ນາງຄລິນ​ຕັນ​ໄດ້​ຮຽກຮ້ອງ​ຊໍ້າ​ອີກ​ໃຫ້​ຈີນ​ປ່ອຍ​ໂຕ​ທ່ານ Liu Xiaobo. ຫລັງ​ຈາກ​ນັ້ນ ​ທ່ານ​ນາງຄລິນ​ຕັນ​ກໍ​ໄດ້​ຫັນ​ຄວາມ​ສົນ​ໃຈ​ໄປ​ໃສ່ພວກ​ສົ່ງ​ເສີມ​ສິດທິ​ມະນຸດ​ອະ​ເມ​ຣິ​ກັນ​ ທີ່ໄດ້​ໄປ​ຮ່ວມ​ໃນ​ພິທີ​ທີ່​ກະຊວງ​ການ​ຕ່າງປະ​ເທດ ​ເພື່ອຮັບ​ເອົາລາງວັນ Eleanor Roosevelt ສໍາລັບການ​ເຄື່ອນ​ໄຫວ​ຂອງ​ເຂົາ​ເຈົ້າ.

ໃນ​ນັ້ນ ​ກໍ​ມີໂຮມ​ທັງທ່ານ​ນາງ Sarah Cleto Rial ຫົວໜ້າໂຄງການຂອງ​ອົງການນຶ່ງ​ທີ່​ບໍ່​ຫາ​ຜົນກໍາ​ໄລ​ແລະ​ບໍ່​ມີ​ສ່ວນ​ພົວພັນ​ກັບ​ລັດຖະບານ​ ທີ່​ເອີ້ນ​ວ່າ ອົງກາ​ນ”My Sister’s Keeper” ທ່ີ​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ນະຄອນ​ບອສຕັນ ລັດ Massachusetts ​ໃນພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ ທີ່​ເຮັດ​ວຽກ​ເພື່ອ​ສົ່ງ​ເສີມ​ຄວາມ​ເປັນ​ທໍາ​ທາງ​ດ້ານ​ການ​ເມືອງ ສັງຄົມ​ແລະ​ເສດຖະກິດ ​ໃຫ້ຄືບ​ໜ້າ​ຕໍ່​ໄປ​ສໍາລັບ​ພວກ​ແມ່ຍິງແລະ​ເດັກ​ສາວ​ໃນ​ປະ​ເທດ Sudan ນັ້ນ.

ທ່ານ​ນາງ Rial ​ຈາກ​ພາກ​ໃຕ້​ຂອງ Sudan ທີ່​ໄດ້ເຂົ້າມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ໃນ​ສະຫະລັດ​ເມື່ອ 11 ປີກ່ອນ ​ໃນ​ຖາະນະ​ເປັນ​ຄົນ​ອົບ​ພະຍົບນັ້ນ ​ໄດ້​ຮັບ​ສຽງ​ຕົບມື ສະໜັບສະໜຸນ​ຢ່າງ​ຟົດ​ຟື້ນ ​ຈາກ​ຄອບຄົວ​ແລະ​ພວກ​ເພື່ອ​ນຮ່ວມ​ງານ. ​ທ່ານ​ນາງ​ກ່າວ​ວ່າ ລາງວັນ​ອັນ​ນີ້ ​ໃຫ້​ກຽດ​ແກ່​ພວກ​ແມ່ຍິງ Sudan ​ໃນ​ທຸກ​ຫົນ​ທຸກ​ແຫ່ງ.

ພວກ​ທີ່​ໄດ້​ຮັບ​ລາງວັນ 3 ຄົນອີກ​ກໍ​ມີ ທ່ານ Louis Henkin ທ່ານນາງ Alice Hartman
Henkin ​ແລະ​ທ່ານ Wade Henderson ທີ່​ໄດ້​ຮັບກຽດ​ສໍາລັບວຽກ​ງານ​ຂອງ​ເຂົາ​ເຈົ້າ​ ​ໃນ​ການ​ສົ່ງ​ເສີມ​ສິດທິ​ມະນຸດ​ໃນ​ສະຫະລັດແລະ​ໃນ​ຕ່າງປະ​ເທດ ​ແລະ​ສໍາລັບ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ​ເພື່ອ​ປະຕິ​ຮູບ​ກົດໝາຍວ່າ​ດ້ວຍ​ສິດທິ​ມະນຸດ​ແລະ​ນະ​ໂຍບາຍ​ນັ້ນ.

XS
SM
MD
LG