ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Holbrooke ຜ່າຕັດເສ້ນເລືອດໃຫຍ່ ທີ່ເນ່ງເຂົ້າຫົວໃຈ


Indian army soldiers spit fire as they perform the mallakhamb, a traditional Indian gymnastic sport, during a display of skills at the Officers Training Academy in Chennai.
Indian army soldiers spit fire as they perform the mallakhamb, a traditional Indian gymnastic sport, during a display of skills at the Officers Training Academy in Chennai.

ທ່ານ Richard Holbrooke ທູດ​ພິ​ເສດ​ຂອງສະຫະລັດ​ວ່າ
ດ້ວຍ​ກິດຈະການ​ອັຟກາ​ນິສຖານ​ແລະ​ປາ​ກິ​ສຖານ​ ຢູ່​ໃນ​ອາ
ການ​ສາຫັດຫລັງ​ຈາກ​ຜ່າຕັດ​ອອກມາ​ທີ່​ໂຮງ​ໜໍແຫ່ງ​ນຶ່ງໃນ
ນະຄອນຫລວງວໍ​ຊິງຕັນ.

ພວກ​ນາຍ​ແພດໄດ້ທໍາ​ການຜ່າຕັດທ່ານ Holbrooke ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ປົວແປງ​ເສ້ນ​ເລືອດ​ໃຫຍ່ທີ່​ແຕກ​. ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ໄດ້ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ ໃນ​ແລງ​ວັນ​ເສົາ​ວານ​ນີ້ ​ກ່າວ​ວ່າ ທ່ານ​ພ້ອມ​ດ້ວຍ​ສັດ​ຕີ​ໝາຍ​ເລກ​ນຶ່ງ ພາກັນໄຫວ້​ວອນ​ໃຫ້​ທ່ານ Holbrooke ຊ່ວງ​ເຊົາ​ໂດຍ​ໄວ. ປະທານາທິບໍດີ ​ໂອ​ບາ​ມາ​ ເອີ້ນທ່ານ Holbrooke ວ່າ ​ເປັນບຸກຄົນ​ແກນ​ນໍາ​ໃນ​ນະ​ໂຍບາຍ​ການ​ ​ຕ່າງປະ​ເທດ​ອະ​ເມຣິ​ກາ.

ນັກ​ການ​ທູດ​ໄວ 69 ປີ​ທ່ານ​ນີ້ ​ເຄີຍ​ຮັບ​ໃຊ້​ເປັນ​ເອກ​ອັກຄະ​ລັດຖະທູດສະຫະລັດ​ ປະ​ຈໍາ​ສະຫະ​ປະຊາ​ຊາດ ​ແລະ​ເຄີຍ​ເປັນ​ຫົວໜ້າໃນ​ການ​ຮ່າງ​ສົນທິສັນຍາ​ສັນຕິ ພາບທີ່​ໄດ້​ລົງ​ນາມ​ກັນ​ໃນ​ເມືອງ Dayton ລັດ Ohio ​ໃນ​ປີ 1995 ທີ່​ໄດ້​ເຮັດ​ໃຫ້​ສົງຄາມ​ໃນ Bosnia-Herzegovina ຍຸດຕິ​ລົງ​ນັ້ນ.

ທ່ານ Holbrooke ​ໄດ້​ເຂົ້າ​ໂຮງໝໍ​ໃນ​ວັນ​ສຸກ​ແລ້ວ​ນີ້ ຫລັງ​ຈາກ​ຮູ້ສຶກ​ບໍ່​ສະບາຍໃນ​ລະຫວ່າງ​ການ​ພົບ​ປະ​ຫາລື​ກັບ​ທ່ານ​ນາງ ຮິນ​ລາ​ຣີ ຄລິນ​ຕັນ ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະລັດ​ ທີ່​ກະຊວງ​ຕ່າງປະ​ເທດ​ໃນ​ກຸງ​ວໍ​ຊິງ​ຕັນ.

XS
SM
MD
LG