ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດສິງກະໂປເຕີບໂຕ ໃນອັດຕາສູງທີ່ສຸດ ໃນເອເຊຍ


ໃຈກາງເມືອງສິງກະໂປ
ໃຈກາງເມືອງສິງກະໂປ

ສິງກະ​ໂປ​ເປີດ​ເຜີຍ​ໂຕ​ເລກ​ ທີ່​ຊີ້​ບອກ​ວ່າ ​ໃນ​ປີ 2010
ເສດຖະກິດ​ຂອງ​ຕົນມີການເຕີບ​ໂຕ​ຂຶ້ນໃນ​ອັດຕາ 14.7 ​
ເປີ​ເຊັນ ຊຶ່ງ​ເປັນ​ອັດຕາ​ສູງ​ສຸດ​ໃນ​ປະວັດ​ສາດຂອງ​ສິງ​ກະ​ໂປ.

ໂຕ​ເລກ​ທີ່ເປີດ​ເຜີຍ​ອອກໃນ​ວັນ​ຈັນ​ມື້​ນີ້ ​ເຮັດ​ໃຫ້ເສດຖະກິດ
ຂອງ​ສິງ​ກະ​ໂປ​ມີ​ອັດຕາການເຕີບ​ໂຕ​ທີ່​ໄວທີ່​ສຸດ​ໃນ​ເອ​ເຊຍ ​
ແລະ​ເປັນອັນ​ດັບ​ສອງຂອງ​ໂລກ ຮອງ​ຈາກເສດຖະກິດ​ຂອງ
ປະ​ເທດ Qatar ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​. ກອງ​ທຶນ​ສາ​ກົນ​ຫລື IMF ​ໄດ້ທໍານາຍ​ວ່າ ການ​ເຕີບໂຕ​ຂອງ​ເສດຖະກິດ​ຂອງ​ Qatar ​ຈະຢູ່​ໃນ​ອັດຕາ​ປະມານ 16 ​ເປີ​ເຊັນ ໃນ​ປີຜ່ານມາ​ນີ້.

ການ​ເຕີບ​ໂຕ​ຂຶ້ນ​ຢ່າງ​ມະຫາສານ​ຂອງເສດຖະກິດ​ສິງກະ​ໂປໃນ​ປີ​ແລ້ວ​ນີ້ ​ແມ່ນຕິດຕາມ​ມາ ຫລັງ​ຈາກ​ການ​ຫົດ​ໂຕ​ເຂົ້າ 1.3 ​ເປີ​ເຊັນ​ໃນ​ປີ 2009 ​ເວລາການ​ຕົກ​ຕໍ່າລົງ​ຂອງເສດຖະ ກິດໂລກ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ການສົ່ງ​ອອກ​ຂອງ​ສິງ​ກະ​ໂປ. ອັດຕາການ​ເຕີບ​ໂຕ​ຂຶ້ນ​ໄວ​ທີ່​ສຸດຂອງ​ເສດຖະກິດ​ສິງກະ​ໂປ​ເທື່ອ​ກ່ອນ​ນັ້ນ ​ແມ່ນ​ມີ​ຂຶ້ນ​ໃນ​ປີ 1970 ​ໃນ​ອັດຕາ 13.8 ​ເປີ​ເຊັນ.

ທ່ານ Song Seng-wun ນັກວິ​ເຄາະ​ດ້ານ​ເສດຖະກິດ​ທີ່​ສະ​ຖາ​ບັນ​ຄົ້ນຄວ້າ CIMB ກ່າວ​ກັບວີ​ໂອ​ເອວ່າ ການ​ເຕີບ​ໂຕ​ຂຶ້ນໄວ​ທີ່​ສຸດ​ຂອງ​ສິງກະ​ໂປ​ໃນ​ປີຜ່ານ​ ມາ​ນີ້ ​ແມ່ນ​ເກີດ​ຈາກ​ຄວາມ​ໝັ້ນ​ໃຈ​ທີ່​ຟື້ນ​ໂຕ​ຄືນ ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ແຂງ​ແຮງ​ຂອງ​ພວກ​ຊົມ​ໃຊ້​ເຄື່ອງ​ເອ​ເລັກ​ໂຕຣນິກ ​ແລະ​ການ​ໄຂ​ສະຖານ​ທີ່ຕາກອາກາດຄົບ​ວົງ​ຈອນ 2 ​ແຫ່ງ ທີ່​ມີ​ບ່ອນ​ຫລິ້ນ​ກາ​ຊີ​ໂນ​ນໍານັ້ນ. ລັດຖະບານ​ໃຫ້​ຂໍ້​ສັງ​ເກດເຊ່ນ​ກັນ​ວ່າ ການ​ເຕີບ​ໂຕ​ຂຶ້ນ​ຢ່າງ​ແຂງ​ແຮງ​ໃນ​ພາກ
ສ່ວນການແພດດ້ານຊີ​ວະວິທະຍາ ​ໃນ​ຊ່ວງ 3 ​ເດືອນ​ຫລັງ​ສຸດ​ຂອງ​ປີຜ່ານມາ ກໍ​ມີ​ສ່ວນ​ເຊ່ນ​ກັນ.

ຢ່າງ​ໃດ​ກໍ​ຕາມ ທ່ານ Song ​ທໍານາຍ​ວ່າ ​ການ​ເຕີບ​ໂຕ​ຂອງເສດຖະກິດ​ຂອງ​ສິງກະ​ໂປຈະ ລົດ​ລົງ​ມາຢູ່​ໃນ​ລະດັບໃກ້​ກັບ​ອັດຕາ​ການ​ເຕີບ​ໂຕ​ປົກກະຕິ ຄື​ປະມານ 5 ​ເປີ​ເຊັນ​ໃນປີ 2011 ນີ້.

XS
SM
MD
LG