ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ນົກ 1,000 ໂຕ ຕົກລົງມາຕາຍ ໃນສະຫະລັດ


ນົກສີດໍາ ທີ່ຕົກລົງມາຕາຍ 1,000 ກ່ວາໂຕ ໃນລັດ Arkansas, ກ່ອນທ່ຽງຄືນວັນສຸກ ທີ 31 ທັນວາ 2010.

ໃນ​ວັນ​ຈັນ​ມື້​ນີ້ ບັນດາ​ນັກ​ຄົ້ນຄວ້າ​ຄາດ​ວ່າ​ຈະ​ເລີ້ມທໍາ​ການ​ທົດ​ສອບ​ເບິ່ງ​ນົກ​ຕາຍ​ຈໍານວນ​ນຶ່ງ​ ທີ່​ຕົກລົງ​ໃນ​ໃນ​ເມືອງ​ນ້ອຍ​ແຫ່ງ​ນຶ່ງ​ໃນ​ສະຫະລັດ​ ໃນ​ເວລາ​ກ່ອນ​ທ່ຽງ​ຄືນ​ເລັກ​ນ້ອຍ ​ໃນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່ສືບສວນ​ໄດ້​ກູ້​ເອົາ​ຊາກ​ນົກສີດໍາ​ຕາຍແລ້ວ​ຈໍານວນ​ນຶ່ງມາ ​ຈາກ​ຈໍາ​ນວນ​ທັງ​ໝົດ ປະມານ 1 ພັນ​ໂຕ​ທີ່ຕົກລົງ​ມາຈາກ​ທ້ອງຟ້າ ​ສູ່ເຂດ​ນຶ່ງ​ທີ່ກວ້າງ 1 ຫລັກກິ​ໂລ​ແມັດ​ໃນ​ເມືອງ Beebe ​ລັດ Arkansas ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ​ໃນ​ຄືນ​ວັນ​ສຸກ​ຜ່ານ​ມາ.

ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ພວກ​ກາ​ເຫລົ່າ​ນີ້​ອາດ​ໄດ້ຖືກ​ຟ້າຜ່າ ຫລື​ຖືກ​ໝາກ ​ເຫັບທີ່​ຕົກ​ໜັກ​ໃນ​ລະດັບ​ສູງ​ເທິງ​ອາກາດ​ນັ້ນ​ ​ແລະ​ວ່າ ການ​ຈູດ​ບັ້ງ​ໄຟ​ດອກ​ສະຫລອງວັນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ນັ້ນ​ ກໍ​ສາມາດ​ເຮັດ​ໃຫ້​ພວກ​ກາ​ເຫລົ່າ​ນີ້​ຕື່ນຕົກ​ໃຈ ​ແລະ​ພາພວກມັນຕາຍ​ກໍ​ເປັນ​ໄດ້.

ຄາດ​ວ່າ ການກວດ​ເບິ່ງ​ຊາກ​ກາ​ຕາຍ ຈະ​ໃຫ້​ຄໍາ​ຕອບ​ແບບ​ໃດ​ແບບ​ນຶ່ງ​ກ່ຽວ​ກັບ​ປາກົດການ​ອັນນີ້.

XS
SM
MD
LG