ມີການລະດົມໜ່ວຍງານຕຳຫຼວດພິເສດເພື່ອຮັບມື, ທີ່ໄດ້ຮັບມອບສິດອຳນາດໃຫ້ຍິງສັງຫານໄດ້ ຖ້າປະເຊີນໜ້າກັບກຸ່ມຕິດອາວຸດ, ເຖິງແມ່ນວ່າ ບັນດາກຸ່ມປົກປ້ອງສິດທິຈະກັງວົນວ່າສິດອຳນາດເຫຼົ່ານີ້ ອາດຈະກວ້າງເກີນໄປ ແລະອາດຈະສົ່ງຜົນກະທົບຕໍ່ຊາວກະສິກອນ, ຜູ້ທີ່ມີເຫດຜົນທີ່ຖືກຕ້ອງຕາມກົດໝາຍ ໃນການຄອບຄອງອາວຸດປືນ