ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາອອສເຕຣເລຍເນັ້ນໜັກເຖິງໄພຄຸກຄາມຕໍ່ຄວາມໝັ້ນຄົງແຫ່ງຊາດ ຈາກສື່ສັງຄົມອອນລາຍ


ພາບເຄື່ອງໝາຍແອັບ TikTok ແລະທຸງຊາດຂອງ ອອສເຕຣເລຍ.
ພາບເຄື່ອງໝາຍແອັບ TikTok ແລະທຸງຊາດຂອງ ອອສເຕຣເລຍ.

ຄະນະກໍາມະການສືບສວນການແຊກແຊງຈາກຕ່າງປະເທດຂອງລັດຖະສະພາໃນອອສເຕຣເລຍ ໄດ້ພົບວ່າ ແອັບ TikTok ແລະ WeChat ຂອງຈີນ ອາດຈະເຮັດໃຫ້ເກີດຄວາມສ່ຽງຢ່າງຫຼວງຫຼາຍຕໍ່ຄວາມໝັ້ນຄົງຂອງປະເທດ. ໃນເດືອນເມສາ, ອອສເຕຣເລຍ ກ່າວວ່າ ພວກເຂົາເຈົ້າຈະຕ້ອງຫ້າມແອັບ TikTok ດັ່ງກ່າວນີ້ ຢູ່ໃນອຸປະກອນຕ່າງໆຂອງລັດຖະບານ ເນື່ອງຈາກຄວາມຢ້ານກົວໃນດ້ານຄວາມໝັ້ນຄົງຂອງຊາດ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະມາຊິກສະພາໃນ ອອສເຕຣເລຍ ໄດ້ສົ່ງສັນຍານເຕືອນກ່ຽວກັບຄວາມຮ້າຍແຮງທີ່ເພີ້ມຂຶ້ນໃນສື່ສັງຄົມອອນລາຍ ພ້ອມທັງອໍານາດຂອງມັນທີ່ກໍາລັງແຜ່ກະຈາຍຂໍ້ມູນທີ່ບິດເບືອນ ແລະເປັນບ່ອນທໍາລາຍຕໍ່ຄວາມເຊື່ອໝັ້ນ.

ຄະນະກໍາມະການທີ່ຖືກແຕ່ງຕັ້ງຂອງສະພາສູງ ໃນເລື້ອງການແຊກແຊງຈາກຕ່າງປະເທດ ຜ່ານສື່ສັງຄົງອອນລາຍ ໄດ້ກ່າວວ່າ ການແຊກແຊງຂອງຕ່າງປະເທດ ເປັນໄພຄຸກຄາມທີ່ໜັກໜ່ວງຕໍ່ຄວາມໝັ້ນຄົງແຫ່ງຊາດຂອງອອສເຕຣເລຍ. ການສອບສວນຂອງລັດຖະສະພາຢູ່ໃນນະຄອນຫຼວງແຄນເບີຣາ ໄດ້ພົບວ່າ ມີການນໍາໃຊ້ສື່ສັງຄົມເພີ້ມຂຶ້ນ ລວມມີແອັບ TikTok ແລະ WeChat ທີ່ຈີນເປັນເຈົ້າຂອງ, ເຊິ່ງອາດ “ເຮັດໃຫ້ການຕັດສິນໃຈຂອງພວກເຮົາ, ວາທະກຳດ້ານການເມືອງ ແລະພື້ນຖານທາງສັງຄົມຂອງພວກເຮົາ ເຊື່ອມໂຊມ.”

ບົດລາຍງານໄດ້ຖະແຫຼງວ່າ “ລັດຖະບານ ຈີນ ສາມາດກໍານົດໃຫ້ບັນດາບໍລິສັດສື່ສັງຄົມເຫຼົ່ານີ້ ດໍາເນີນງານຮ່ວມກັບອົງການສືບລັບຂອງຈີນ ຢ່າງລັບໆໄດ້.”

ຄະນະກໍາມະການໃນນະຄອນຫຼວງແຄນເບີຣາ ໄດ້ໃຫ້ຄໍາແນະນຳ 17 ຂໍ້ ເຊິ່ງລວມມີ ການຂະຫຍາຍໄລຍະເວລາຂອງການຫ້າມ TikTok ໃນເດືອນເມສາ ປີ 2023, ໃສ່ໃນອຸປະກອນທັງຫຼາຍທີ່ອອກໃຫ້ໂດຍລັດຖະບານຂອງອອສເຕຣເລຍ ເຊິ່ງລວມທັງ WeChat ນຳດ້ວຍ ພ້ອມກັບໄພຂົ່ມຂູ່ຕໍ່ການຖືກປັບໃໝ ແລະການສັ່ງຫ້າມໃນທົ່ວປະເທດ ຖ້າແອັປດັ່ງກ່າວນີ້ ຫາກລະເມີດຕໍ່ຫຼັກການຄວາມໂປ່ງໄສ.

ສະມາຊິກສະພາສູງ ທ່ານເຈມສ໌ ແພເທີຊັນ (James Paterson) ເຊິ່ງເປັນທັງຫົວໜ້າຄະນະກໍາມະການ ແລະລັດຖະມົນຕີຕິດຕາມທາງດ້ານຄວາມໝັ້ນຄົງທາງໄຊເບີ້. ທ່ານກ່າວຕໍ່ສະຖານີໂທລະພາບຂອງອອສເຕຣເລຍ ໃນວັນພຸດແລ້ວນີ້ວ່າ ແອັປດັ່ງກ່າວນີ້ ມີຄວາມຜິດ ໃນການກະຈາຍຂໍ້ມູນທີ່ບິດເບືອນ.

ເຊິ່ງທ່ານອະທິບາຍວ່າ:

“ແນ່ນອນ ມັນມີຢ່າງຫຼວງຫຼາຍ ແລະມັນກໍກໍາລັງເກີດຂຶ້ນຢູ່ໃນພື້ນທີ່ຂອງສື່ສັງຄົມທັງໝົດ. ແນ່ນອນ ມັນມີຄວາມສໍາຄັນຢ່າງຍິ່ງ ທີ່ສື່ສັງຄົມໃດໆທີ່ກໍາລັງດໍາເນີນງານຢູ່ໃນອອສເຕຣເລຍ ໃນລະດັບໃດກໍຕາມ ແມ່ນສາມາດຢູ່ພາຍໃຕ້ກົດໝາຍ ແລະກົດຂໍ້ບັງຄັບຂອງອອສເຕຣເລຍ, ພ້ອມກັນນັ້ນ ກໍຢູ່ພາຍໃຕ້ການກວດກາຂອງໜ່ວຍງານດ້ານການຄຸ້ມຄອງກົດລະບຽບຕ່າງໆ ແລະລັດຖະສະພາຂອງພວກເຮົາ.”

ລັດຖະບານແຄນເບີຣາ ໄດ້ກ່າວວ່າ ພວກເຂົາເຈົ້າກໍາລັງພິຈາລະນາທຸກຄໍາແນະນໍາຕ່າງໆຂອງຄະນະກໍາມະການ. ໂຄສົກລັດຖະບານ ໄດ້ກ່າວຢືນຢັນວ່າ ລັດຖະບານຕ່າງປະເທດ ໄດ້ນໍາໃຊ້ສື່ສັງຄົມ ເພື່ອຂົ່ມຂູ່ຊາດອົບພະຍົບ ແລະເຜີຍແຜ່ຂໍໍ້ມູນທີ່ບິດເບືອນ.

ຢູ່ໃນຖະແຫຼງການສະບັບນຶ່ງ, TikTok ໄດ້ກ່າວວ່າ ເຖິງແມ່ນວ່າ ພວກເຂົາບໍ່ໄດ້ເຫັນດີນຳການໃຫ້ລັກສະນະໃນການສອບຖາມໂດຍລັດຖະສະພາ, ແຕ່ພວກເຂົາກໍຍິນດີຕໍ່ການຕັດສິນໃຈຂອງຄະນະກໍາມະການ ທີ່ຈະບໍ່ແນະນໍາໃຫ້ມີການຫ້າມຢ່າງດຽວ.

ພວກເຂົາກ່າວຕື່ມວ່າ TikTok ຍັງຄົງ “ມຸ້ງໝັ້ນທີ່ຈະເປີດການສົນທະນາຢ່າງເປີດເຜີຍ ແລະໂປ່ງໄສ ກັບລັດຖະບານອອສເຕຣເລຍທຸກຂັ້ນ.”

ຈົນເຖິງຂະນະນີ້ ຍັງບໍ່ມີຄຳເຫັນໃດໆເລີຍ ຈາກ WeChat.

ເມຕາ (Meta), ເຊິ່ງເປັນເຈົ້າຂອງເຟສ໌ບຸກ ກ່ອນໜ້ານີ້ ໄດ້ບອກ ຄະນະກຳມະການສອບຖາມວ່າ ພວກເຂົາເຈົ້າໄດ້ເອົາປະຕິບັດການແຊກແຊງຂອງຕ່າງປະເທດອອກຈາກເຟສ໌ບຸກ ຫຼາຍກວ່າ 200 ພາກສ່ວນ ນັບຕັ້ງແຕ່ປີ 2017. ບໍລິສັດຂອງສະຫະລັດ ໄດ້ກ່າວເຕືອນວ່າ ຫຼັກການປະຊາທິປະໄຕຢູ່ໃນອິນເຕີເນັດ ຖືກທ້າທາຍຫຼາຍຂຶ້ນນັບມື້ ໂດຍ “ກອງກໍາລັງທີ່ເຂັ້ມແຂງ.”

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG