ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປັ່ນສອດແນມຂອງຈີນ ຕິດຕາມເບິ່ງການຊ້ອມລົບ ຂອງ ອອສເຕຣເລຍ 


ລູກສອນໄຟ ທີ່ຍິງອອກຈາກລະບົບລູກສອນໄຟ HIMARS ຂອງສະຫະລັດ ໃນລະຫວ່າງການຊ້ອມລົບທາງກອງທັບຮ່ວມກັນ ໂດຍຍິງໃນໄລຍະຢູ່ທາງພາກເໜືອຂອງອອສເຕຣເລຍ ເຊິ່ງເປັນສ່ວນນຶ່ງຂອງການປະຕິບັດງານ ຕາລິສແມນ ເຊເບີ, ໃນອ່າວໂຊລວາເຕີ້, ວັນທີ 22 ກໍລະກົດ 2023.
ລູກສອນໄຟ ທີ່ຍິງອອກຈາກລະບົບລູກສອນໄຟ HIMARS ຂອງສະຫະລັດ ໃນລະຫວ່າງການຊ້ອມລົບທາງກອງທັບຮ່ວມກັນ ໂດຍຍິງໃນໄລຍະຢູ່ທາງພາກເໜືອຂອງອອສເຕຣເລຍ ເຊິ່ງເປັນສ່ວນນຶ່ງຂອງການປະຕິບັດງານ ຕາລິສແມນ ເຊເບີ, ໃນອ່າວໂຊລວາເຕີ້, ວັນທີ 22 ກໍລະກົດ 2023.

ກໍາປັ່ນສອດ​ແນມຂອງຈີນ ແລ່ນເຂົ້າໄປກວດກາຕິດຕາມເບິ່ງບໍລິເວນທີ່ມີການຊ້ອມລົບຮ່ວມທາງທະຫານທີ່ໃຫຍ່ທີ່ສຸດລະຫວ່າງສະຫະລັດແລະອອສເຕຣ ເລຍ. ເຈົ້າໜ້າທີ່ປ້ອງ​ກັນ​ປະ​ເທດຄາດວ່າ ກໍາປັ່ນສອດແນມ​ທີ່​ໃຊ້ລະບົບເທັກໂນໂລຈີສູງ ຍັງຄົງຈອດຢູ່ບໍລິເວນດ້ານນອກ ທີ່ເປັນຂົງເຂດນ່ານນໍ້າຂອງອອສເຕຣເລຍ ໃນລະຫວ່າງທີ່​ມີ​ການ​ຊ້ອມ​ລົບ “ຕາລິສແມນ ເຊເບຣ” (Talisman Sabre). ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທະຫານ 30,000 ຄົນ ຈາກຫຼາຍກວ່າສິບປະເທດ ກໍາລັງດໍາເນີນງານຮ່ວມກັນໃນການ​ຊ້ອມ​ລົບ “ຕາລິສແມນ ເຊເບຣ,” ຮວມ​ທັງທະຫານຈາກການາດາ, ເຢຍ- ຣະມັນ, ຍີ່ປຸ່ນ, ແລະສະຫະລາດຊະອານາຈັກອັງກິດ.

ອອສເຕຣເລຍ ກໍາລັງດໍາເນີນການກວດສອບກໍາປັ່ນສອດ​ແນມສອງລໍາຂອງຈີນ. ລໍາທີນຶ່ງ​ມີລາຍງານວ່າ ຈອດ​ຢູ່​ໃນ​ເຂດ​ນ່ານນໍ້າສາກົນ ຢູ່ນອກອ່າວ ໂຊລວາເຕີ້ (Shoalwater) ໃນລັດຄລີນສ໌ແລນ ບ່ອນ​ທີ່​ກຳ​ປັ່ນ​ພວມຕິດຕາມເບິ່ງການຊ້ອມລົບຢູ່.​

ການຍິງປືນໃຫຍ່ ໃນລະຫວ່າງການຊ້ອມລົບຮ່ວມກັນ ໂດຍການຍິງດ້ວຍໄລຍະທາງໄປທາງທິດເໜືອຂອງອອສເຕຣເລຍ ເຊິ່ງເປັນສ່ວນນຶ່ງຂອງຂອງການຊ້ອມລົບ Talisman Sabre, ໃນອ່າວ Shoalwater ເມື່ອວັນທີ 22 ກໍລະກົດ 2023.
ການຍິງປືນໃຫຍ່ ໃນລະຫວ່າງການຊ້ອມລົບຮ່ວມກັນ ໂດຍການຍິງດ້ວຍໄລຍະທາງໄປທາງທິດເໜືອຂອງອອສເຕຣເລຍ ເຊິ່ງເປັນສ່ວນນຶ່ງຂອງຂອງການຊ້ອມລົບ Talisman Sabre, ໃນອ່າວ Shoalwater ເມື່ອວັນທີ 22 ກໍລະກົດ 2023.

ອອສເຕຣເລຍ​ໄດ້ຕິດຕໍ່ກັບ​ກຳ​ປັ່ນຂອງຈີນ, ເຊິ່ງໄດ້ຮັບ “ການຕອບຮັບທີ່ສຸພາບ” ອີງຕາມເຈົ້າໜ້າທີ່​ອະວຸໂສຂອງກອງທັບອອສເຕຣເລຍກ່າວ.

ສາດສະດາຈານ ຈອນ ບລາກສ໌ແລນ (John Blaxland), ຫົວໜ້າພະແນກ ການສຶກສາ ກ່ຽວກັບການສືບລັບ ແລະຄວາມໝັ້ນຄົງສາກົນຝ່າຍກິດຈະການ ເອເຊຍປາຊີຟິກ ຂອງສະຖາບັນ ໂຄຣາລ ເບລ (Coral Bell) ຢູ່ທີ່ມະຫາວິ ທະຍາໄລແຫ່ງຊາດອອສເຕຣເລຍ, ເຊື່ອວ່າ ການສອດແນມກ່ຽວກັບການຊ້ອມລົບ ກາຍມາເປັນກິດຈະວັດປະຈໍາຂອງຈີນໄປແລ້ວ.

ທ່ານບອກ VOA ວ່າ ມັນຈະເຮັດໃຫ້ ອອສເຕຣເລຍ ແລະບັນດາປະເທດພັນ ທະມິດຂອງພວກເຂົາເຈົ້າ ມີຄວາມລະມັດລະວັງຫຼາຍຂຶ້ນຕໍ່ໄພຂົ່ມ​ຂູ່ທີ່ອາດຈະເກີດຂຶ້ນໄດ້ ໃນອະນາຄົດ, ເຊິ່ງທ່ານກ່າວວ່າ:

“ຈີນ​ເປັນ​ໄປ​ໄດ້​ທີ່​ອາດ​ຈະ​ເປັນ​ຄູ່​ແຂ່ງ. ຈີນກໍາລັງມອງຫາທາງລວບລວມຂໍ້ມູນ ແລະໃນການດໍາເນີນງານດັ່ງນັ້ນ ພວກເຂົາວາງແຜນທີ່ຈະໃຊ້ມັນ ເພື່ອຕໍ່ຕ້ານພວກເຮົາ, ເຊິ່ງນັ້ນ ມັນມີຜົນກະທົບຢ່າງຫຼວງຫຼາຍຕໍ່ການຊ້ອມລົບຂອງກອງທັບບົກ, ກອງທັບເຮືອ ແລະກອງທັບອາກາດ ຕໍ່ບັນດາປະເທດທັງໝົດເຫຼົ່ານັ້ນ ທີ່ກໍາລັງດໍາເນີນງານຮ່ວມກັນ. ສະນັ້ນ, ແມ່ນແລ້ວ, ມັນຮ້າຍແຮງຫຼາຍ, ແມ່ນ ມັນໜ້າເຊື່ອຖືໄດ້ວ່າ ມັນສາມາດໃຊ້ເພື່ອຕໍ່ຕ້ານພວກເຮົາ ແລະກໍແນ່ນອນວ່າ ມັນມີຄວາມໝາຍຢູ່ໃນຂອບເຂດຂອງການຂົ່ມຂູ່. ແຕ່ມັນຢູ່ໃນພາກສ່ວນຂອງຄວາມຮູ້ສຶກ ກ່ຽວກັບການແຂ່ງຂັນທາງດ້ານສຸຂະພາບ, ຢ່າງແທ້ຈິງ.”

ການຊ້ອມລົບທາງທະຫານ ດໍາເນີນງານຢູ່ໃນບໍລິເວນລັດຄວີນສ໌ແລນ, ທີ່ຕັ້ງຢູ່ທາງທິດຕາເວັນຕົກ ຂອງອອສເຕຣເລຍ ແລະລັດນິວເຊົາທ໌ເວລ, ໄປຈົນຮອດNorthern Territory.

ແຜນທີຂອງປະເທດອອສເຕຣເລຍ.
ແຜນທີຂອງປະເທດອອສເຕຣເລຍ.

‘ການປະຕິບັດງານ ຕາລິສແມນ’ ເລີ້ມຂຶ້ນໃນນຶ່ງທົດສະວັດທີ່ຜ່ານມາ, ເຊິ່ງການດໍາເນີນງານໃນປີນີ້ ເປັນເຫດການທີ່ໃຫຍ່ທີ່ສຸດ ໃນບໍລິຂອບເຂດພູມສາດຂອງພວກເຂົາເຈົ້າ ແລະຈໍານວນໂຕເລກຂອງບັນດາປະເທດທີ່ເຂົ້າຮ່ວມ.

ເຊິ່ງລວມມີ ການຍົກພົນຂຶ້ນບົກ, ການຕໍ່ສູ້ທາງພາກພື້ນດິນ, ການຕໍ່ສູ້ທາງອາກາດ ແລະການປະຕິບັດງານທາງທະເລ.

ກອງກໍາລັງທະຫານຈາກອອສເຕຣເລຍ, ສະຫະລັດ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ປະຕິບັດການໃຊ້ປືນແທ້ ຢູ່ທີ່ບໍລິເວນຊ້ອມລົບໃນອ່າວໂຊລວາເຕີ້ ຂອງລັດຄວີນສ໌ແລນ ເມື່ອວັນທີ 22 ກໍລະກົດ ເພື່ອເລີ້ມການຊ້ອມລົບຂອງປີນີ້.

ລັດຖະມົນຕີກອງທັບເຮືອສະຫະລັດ ທ່ານຄາລອສ ເດລ ໂຕໂຣ (Carlos Del Toro) ກ່າວຢູ່ໃນຖະແຫຼງການເມື່ອວັນທີ 21 ກໍລະກົດ ນີ້ວ່າ ການຊ້ອມລົບ “ເພີ້ມຄວາມອາດສາມາດໃນການປະຕິບັດວຽກງານຮ່ວມກັນຂອງພວກເຮົາ ໃນການຕອບໂຕ້ຕໍ່​ຄວາມທ້າທາຍຕ່າງໆ ທີ່ພວກເຮົາອາດຈະປະເຊີນຢູ່ໃນພູມິພາກ ອິນໂດ-ປາຊີຟິກ ແຫ່ງນີ້.”

ການຊ້ອມລົບດັ່ງກ່າວ ມີກໍານົດຈະ​ດຳ​ເນີນການໄປຈົນເຖິງຕົ້ນເດືອນສິງຫາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG