ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສືບສວນ ກ່ຽວກັບເຮືອບິນສະຫະລັດ ປະສົບອຸບັດຕິເຫດຕົກ ຢູ່ອອສເຕຣເລຍ ຍັງຄົງດໍາເນີນຕໍ່ໄປ


ໃນພາບທີ່ໄດ້ຮັບການເປີດເຜີຍໂດຍກະຊວງປ້ອງກັນປະເທດອອສເຕຣເລຍນີ້, ເຮືອບິນປີກໝາກປິ່ນຂອງໜ່ວຍມາຣີນສະຫະລັດ MV-22B Osprey ຈອດຢູ່ຖານທັບ RAAF ໃນເມືອງດາວິນ, ວັນທີ 11 ສິງຫາ 2023, ໃນລະຫວ່າງຄວາມພະຍາຍາມການຊ້ອມລົບ ເອລອນ (Alon) ຢູ່ໃນຂົງເຂດ ເອເຊຍ-ປາຊີຟິກ ປີ 2023.
ໃນພາບທີ່ໄດ້ຮັບການເປີດເຜີຍໂດຍກະຊວງປ້ອງກັນປະເທດອອສເຕຣເລຍນີ້, ເຮືອບິນປີກໝາກປິ່ນຂອງໜ່ວຍມາຣີນສະຫະລັດ MV-22B Osprey ຈອດຢູ່ຖານທັບ RAAF ໃນເມືອງດາວິນ, ວັນທີ 11 ສິງຫາ 2023, ໃນລະຫວ່າງຄວາມພະຍາຍາມການຊ້ອມລົບ ເອລອນ (Alon) ຢູ່ໃນຂົງເຂດ ເອເຊຍ-ປາຊີຟິກ ປີ 2023.

ການສືບສວນຕ່າງໆກໍາລັງດຳ​ເນີນ​ຢູ່ ລຸນຫຼັງທະຫານມາຣີນຂອງສະຫະ ລັດ 3 ຄົນ ເສຍຊີວິດ ຍ້ອນເຮືອບິນຕົກ ຢູ່ໃນອອສເຕຣເລຍ. ອຸບັດຕິເຫດດັ່ງ ກ່າວນັ້ນ ເກີດຂຶ້ນໃນລະຫວ່າງການຊ້ອມລ້ອມທາງທະຫານຢູ່ນອກຊາຍຝັ່ງຂອງເມືອງດາວິນ ໃນດິນ​ແດນ​ທາງ​ພາກເໜືອ​ ຫຼື Norther Territory. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເຮືອບິນ MV-22 Osprey ທີ່​ສາ​ມາດ​ບິນ​ຂຶ້ນ​ທາງ​ຕັ້ງ ໄດ້ປະສົບອຸບັດຕິເຫດຕົກຢູ່ໃນປ່າຕຶບດົງໜາ ເທິງເກາະ ເມລວີລ (Melville) ໃນວັນອາທິດວານນີ້, ເຊິ່ງມີໄລຍະຫ່າງ 80 ກິໂລແມັດ ໄປທາງພາກເໜືອ ຈາກແຜ່ນດິນໃຫຍ່ອອສເຕຣເລຍ. ຜູ້ທີ່ເດີນ​ທາງຢູ່ເທິງເຮືອບິນ ແມ່ນບັນດາສະມາຊິກກອງທັບຂອງສະ ຫະລັດ ທີ່ເປັນສ່ວນນຶ່ງໃນການຊ້ອມລົບ Predator Run, ເຊິ່ງເປັນການຝຶກຊ້ອມທີ່ລວມມີທະຫານ 2,500 ຄົນ ຈາກອອສເຕຣເລຍ, ຟີລິບປິນ, ຕີມໍ ຕາ ເວັນອອກ ແລະອິນໂດເນເຊຍ ເຂົ້າຮ່ວມ. ກະຊວງປ້ອງກັນປະເທດຂອງອອສເຕຣເລຍເປີດເຜີຍວ່າ ການຊ້ອມລົບດັ່ງກ່າວ ໄດ້ຖືກໂຈະໄວ້ກ່ອນ ໃນລະຫວ່າງການຍົກຍ້າຍສຸກເສີນ ໃນວັນອາທິດວານນີ້.

ຜູ້ບັນຊາການຕໍາຫຼວດ ໃນ​ເຂດ Norther Territory ທ່ານໄມໂຄລ ເມີຟີ (Michael Murphy) ກ່າວຕໍ່ບັນດານັກຂ່າວວ່າ ທະຫານມາຣີນ ທີ່ໄດ້ຮັບບາດເຈັບ ເຊິ່ງເດີນ​ທາງ​ໄປ​ກັບເຮືອບິນເຮລີຄັອບເຕີ້ ທີ່ບິນ​ໄດ້​ແບບ​ເຮືອ​ບິນ
ໄດ້ຖືກນໍາໂຕກັບ​ຄືນ​ເຂົ້າ​ມາ​ແຜ່ນ​ດິນ​ໃຫຍ່. ພວກເຂົາເຈົ້າໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍ Royal Darwin, ພວກເຂົາໄດ້ຮັບການແຈ້ງເຕືອນໃນລະດັບສູງທີ່ສຸດ ສໍາລັບການຮັບມືກັບອຸບັດຕິເຫດດັ່ງກ່າວ. ເຈົ້າໜ້າທີ່ກ່າວໃນວັນຈັນວານນີ້ວ່າ ທະຫານມາຣີນຄົນນຶ່ງ ຍັງຄົງຢູ່ໃນ​ອາ​ການ​ສາ​ຫັດ, ໃນຂະນະອີກ 4 ຄົນ ແມ່ນໄດ້ຮັບບາດເຈັບຮຸນແຮງ.

ໃນເດືອນແລ້ວນີ້, ນັກບິນອອສເຕຣເລຍ 4 ຄົນ ເສຍຊີວິດ ເມື່ອເຮືອບິນເຮລີ ຄັອບເຕີ້ ໄທແພນ (Taipan) ຕົກລົງໄປໃນທະເລ ໃນລະຫວ່າງການຊ້ອມລົບໃກ້ກັບເກາະຮາມີລຕັນ (Hamilton), ເຊິ່ງເປັນສະຖານທີ່ຈຸດໝາຍປາຍທາງທີ່ມີຊື່ສຽງສໍາລັບນັກທ່ອງທ່ຽວ ໂດຍຕັ້ງຢູ່ທາງພາກເໜືອຂອງນະຄອນບຣິສເບນ. ໃນເວລານີ້, ເຈົ້າໜ້າທີ່ຂອງອອສເຕຣເລຍກ່າວວ່າ ການຊ້ອມລົບທາງທະຫານໃນຄັ້ງນີ້ມີຄວາມຈໍາເປັນຫຼາຍ, ແຕ່ກໍອັນຕະລາຍ.

ໃນລະຫວ່າງການກ່າວຄໍາປາໄສຢູ່ສະຖານີໂທລະພາບຂອງອອສເຕຣເລຍ. ໃນວັນຈັນວານນີ້ ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ ທ່ານຣີຊາດ ມາເລັສ (Richard Marles) ໄດ້ສະແດງຄວາມເຄົາລົບຕໍ່ການເສຍສະຫຼະຂອງບັນດາທະຫານທັງຊາຍ ແລະ ຍິງ ເຫຼົ່ານັ້ນ.

ທ່ານກ່າວວ່າ:

“ນີ້ແມ່ນເຫດການທີ່ໜ້າເສົ້າ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ພວກເຮົາໄດ້ເຕືອນເຖິງ ຄວາມສ່ຽງກ່ຽວກັບການຊ້ອມລົບ ແລະການເສຍສະຫຼະທີ່ບັນດາບຸກຄົົນເຫຼົ່ານັ້ນໄດ້ເຮັດໃນການປ້ອງກັນປະເທດ, ແລະພວກເຮົາ ຂໍຢືນຢັດຄຽງຂ້າງກັບສະຫະ ລັດໃນຊ່ວງເວລານີ້ ແລະກໍຈະເຮັດທຸກຢ່າງທີ່ພວກເຮົາສາມາດຊ່ວຍໄດ້.”

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ, ຍັງໄດ້ກ່າວສະແດງຄວາມເຫັນໃຈຕໍ່ຄອບຄົວ ແລະເພື່ອນຮ່ວມງານຂອງທະຫານມາຣີນ ຢູ່ໃນສື່ສັງຄົມອອນລາຍ ເຊິ່ງໄດ້ໂພສວ່າ ພວກເຂົາເຈົ້າຮັບໃຊ້ຊາດຂອງພວກເຂົາ “ດ້ວຍຄວາມກ້າຫານ ແລະດ້ວຍຄວາມພາກພູມໃຈ.”

ນີ້ແມ່ນອຸບັດຕິເຫດຮຸນແຮງຄັ້ງທີ 6 ທີ່ພົວພັນກັບເຮືອ​ບິນອອສເປຣຂອງ​ທະ​ຫານ​ມາ​ຣີນສະຫະລັດ ນັບຕັ້ງແຕ່ປີ 2012 ເປັນ​ຕົ້ນ​ມາ.

ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມານີ້, ສະຫະລັດ ໄດ້ເພີ້ມການຮ່ວມມືທາງທະຫານຂອງຕົນກັບອອສເຕຣເລຍຫຼາຍຂຶ້ນ ເຊິ່ງເປັນພັນທະມິດທີ່ສໍາຄັນຢູ່ໃນຂົງເຂດມະຫາສະໝຸດປາຊີຟິກແຫ່ງນີ້.

ເປັນການພັວພັນໃນດ້ານການປ້ອງກັນຢ່າງເປັນທາງການລະຫວ່າງ ວໍຊິງຕັນ ແລະ ແຄນເບີຣາ ນັບຢ້ອນຫຼັງໄປຕົ້ນ​ຊຸມປີ 1950.

ອ່ານບົດລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG