ບັນດານັກຄົ້ນຄວ້າກ່າວວ່າ ບໍລິເວນຂົງເຂດໃຈກາງໃນນະຄອນຊິດນີ ກໍາລັງກາຍມາເປັນສະຖານທີ່ທໍາອິດຂອງໂລກ ເພື່ອບັນລຸເປົ້າໝາຍຂອງອົງການສະຫະປະຊາຊາດ ສໍາລັບການສິ້ນສຸດໃນການແຜ່ເຊື້ອ HIV. ເມືອງດັ່ງກ່າວນີ້ ເຄີຍເປັນເມືອງນຶ່ງທີ່ມີການລະບາດຂອງເຊື້ອ HIV ຫຼາຍທີ່ສຸດໃນອອສເຕຣເລຍ, ແຕ່ການຕິດເຊື້ອໃໝ່ໃນບັນດາກຸ່ມຄົນທີ່ເປັນຜູ້ຮັກຮ່ວມເພດຊາຍ ໄດ້ຫຼຸດລົງໃນ ປະລິມານ 88 ເປີເຊັນ ລະຫວ່າງປີ 2010 ແລະ 2022. ເປົ້າໝາຍຂອງອົງການສະຫະປະຊາຊາດ ແມ່ນໃຫ້ຫຼຸດລົງເຖິງ 90 ເປີເຊັນຂອງກໍລະນີ ພາຍໃນປີ 2030. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ການໂຄສະນາຂອງກະຊວງສາທາລະນະສຸກ ອອສເຕຣເລຍ ເມື່ອປີ 1987 ກ່າວວ່າ:
“ໃນຕອນທໍາອິດ, ມີພຽງກຸ່ມຮັກຮ່ວມເພດ ແລະຜູ້ທີ່ໃຊ້ເຂັມສັກຢາເສບຕິດຮ່ວມກັນເທົ່ານັ້ນ ທີ່ຖືກສັງຫານດ້ວຍໂຣກເອດສ໌, ແຕ່ປັດຈຸບັນນີ້ ພວກເຮົາຮູ້ວ່າ ໝົດທຸກຄົນ ນຶ່ງໃນພວກເຮົາ ອາດຖືກທໍາລາຍດ້ວຍພະຍາດດັ່ງກ່າວນີ້.”
ໃນປີ 1987, ການໂຄສະນາຂອງ ‘ຍົມພິບານ ຫຼື Grim Reaper’ ໄດ້ເຕືອນປະຊາຊົນຊາວອອສເຕຣເລຍ ກ່ຽວກັບການເດີນໜ້າຂອງເຊື້ອໄວຣັສທີ່ຮ້າຍແຮງນີ້. ເຊື້ອ HIV ທໍາລາຍລະບົບພູມຄຸ້ມກັນຂອງຮ່າງກາຍ, ແລະຖ້າບໍ່ໄດ້ຮັບການປິ່ນປົວຮັກສາ ມັນສາມາດພາໃຫ້ກາຍເປັນໂຣກເອດສ໌ ໄດ້.
ຢູ່ໃນເຂດພາກກາງຂອງນະຄອນຊິດນີ ເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ, ພວກຮັກຮ່ວມເພດຊາຍ ຫຼາຍພັນຄົນໄດ້ເສຍຊີວິດໃນລະຫວ່າງຊຸມປີ 1980 ຫາ 1990.
ໃນການຫັນປ່ຽນທີ່ໜ້າເຫຼືອເຊື່ອ, ບັນດານັກຄົ້ນຄວ້າ ກ່າວວ່າ ມີພຽງ 11 ກໍລະນີໃໝ່ຂອງເຊື້ອ HIV ທີ່ມີການບັນທຶກຢູ່ໃນນະຄອນຊິດນີ ເມື່ອປີກາຍນີ້.
ເກືອບໝົດທຸກຄົນທີ່ມີເຊື້ອ HIV ເປັນບວກ ຢູ່ໃນປະເທດອອສເຕຣເລຍ ແມ່ນນໍາໃຊ້ຢາຕ້ານເຊື້ອໄວຣັສ. ພວກມັນຢຸດຢັ້ງໄວຣັສຢູ່ໃນເລືອດໄດ້ລະດັບນຶ່ງ, ແລະຫຼຸດຜ່ອນຄວາມສ່ຽງຂອງການແຜ່ເຊື້ອໃນການຮ່ວມເພດ. ນອກຈາກນີ້, ຍັງມີການນໍາໃຊ້ວິທີປ້ອງກັນເຊື້ອລ່ວງໜ້າອີກດ້ວຍ. ວິທີທັງຫຼາຍເຫຼົ່ານີ້ ແມ່ນຢາປ້ອງກັນ ທີ່ພວກຄົນບໍ່ມີເຊື້ອ HIV ກິນ ເພື່ອຫຼຸດຜ່ອນໂອກາດໃນການຕິດເຊື້ອ.
ພວກຮັກຮ່ວມເພດຊາຍ ກວມເອົາປະມານ 20 ເປີເຊັນຂອງປະຊາກອນເພດຊາຍຢູ່ໃນນະຄອນຊິດນີ, ແລະພວກເຂົາເປັນພາກສ່ວນຂອງກໍລະນີຕິດເຊື້ອ HIV ຫຼາຍທີ່ສຸດຢູ່ໃນເມືອງແຫ່ງນີ້.
ບັນດານັກຄົ້ນຄວ້າ ກໍາລັງຢືນຢັນການປ່ຽນແປງຂອງອັດຕາຂອງການຕິດເຊື້ອ HIV ໃນນະຄອນຊິດນີນັ້ນ ທີ່ໄດ້ຖືກນຳສະເໜີ ຕໍ່ກອງປະຊຸມດ້ານວິທະຍາສາດກ່ຽວກັບເຊື້ອ HIV ຂອງປະຊາຄົມໂຣກເອດສ໌ນານາຊາດ ເຊິ່ງຈັດຂຶ້ນຢູ່ທີ່ເມືອງບຣິສແບນ ໃນລັດຄວີນແລນ ໂດຍທ່ານແອນດຣິວ ກຣູລິຈ໌ (Andrew Grulich), ນັກລະບາດວິທະຍາ ຈາກມະຫາວິທະຍາໄລນິວເຊົາສ໌ເວລ. ທ່ານກ່າວຕໍ່ສະຖານີໂທລະພາບຂອງອອສເຕຣເລຍ ໃນລາຍການຂ່າວພາກ 7 ໂມງ30 ຕອນເຊົ້າ ໃນຕົ້ນເດືອນນີ້ວ່າ ທ່ານເຫັນວ່າເຊື້ອ HIV ຄ່ອຍໆຖືກຄຸມຄອງໄດ້ ຕະຫຼອດໄລຍະວິຊາຊີບໃນການສຶກສາຂອງທ່ານ, ເຊິ່ງທ່ານກ່າວວ່າ:
“ຊີວິດການຄົ້ນຄວ້າຂອງຂ້າພະເຈົ້າ ໄດ້ຜ່ານຊ່ວງເວລານັ້ນໄປແລ້ວ, ສະນັ້ນ ມັນເປັນຕາໜ້າຢ້ານຫຼາຍ, ແລະມັນກໍໄດ້ເປັນຊ່ວງເວລາທີ່ບໍ່ທຳມະດາ ແລະດຽວນີ້ ມັນກໍຫຍັບໃກ້ເຂົ້າສິ່ງທີ່ວິເສດ, ແທ້ໃດ ດ້ວຍຄວາມເປັນໄປໄດ້ໃນສິ່ງທີ່ພວກເຮົາມີຢູ່.”
ແນວໃດກໍຕາມ, ອັດຕາຂອງການຕິດເຊື້ອໄດ້ຫຼຸດລົງພຽງແຕ່ນຶ່ງສ່ວນສາມ ໃນບາງຂົງເຂດດ້ານນອກຂອງນະຄອນຊິດນີເທົ່ານັ້ນ, ບ່ອນທີ່ການຮັບຮູ້ ການເຂົ້າເຖິງການປິ່ນປົວທາງການແພດ ແລະການກວດສອບກໍລະນີໃໝ່ ທາງດ້ານສາທາລະນະສຸກນັ້ນ ແມ່ນມີຂໍ້ຈໍາກັດຫຼາຍ.
ທ່ານນາງເຈນ ໂຄສເທລໂລ (Jane Costello), ຫົວໜ້າຜູ້ອໍານວຍການ ຢູ່ທີ່ສໍານັກງານ Positive Life, ເຊິ່ງເປັນອົງການທີ່ຊ່ວຍເຫຼືອຜູ້ຄົນທີ່ມີເຊື້ອ HIV, ບອກກັບ VOA ກ່ຽວກັບບາງກຸ່ມທີ່ຖືກປ່ອຍປະຫຼະເລີຍ, ເຊິ່ງທ່ານນາງກ່າວວ່າ:
“ພວກຜູ້ຊາຍທີ່ເກີດຢູ່ຕ່າງປະເທດ ຜູ້ທີ່ມີເພດສໍາພັນກັບຜູ້ຊາຍ, ກັບປະຊາກອນທີ່ເປັນເພດກົງກັນຂ້າມ, ກັບພວກຄົນຜູ້ທີ່ມາຈາກພື້ນຖານທາງດ້ານວັດທະນະທໍາທີ່ຫຼາກຫຼາຍ, ແລະການປາກເວົ້າທີ່ມາຈາກພື້ນຖານຕ່າງໆ ແລະພວກຊົນເຜົ່າຊາວເກາະ ອະບໍຣິຈິນອລ (Aboriginal) ແລະຊາວເກາະ ໂທເຣສ (Torres Strait). ສະນັ້ນ, ມັນກໍເປັນຄໍາຖາມຂອງຄວາມເທົ່າທຽມກັນ ພ້ອມ.”
ການປະຊຸມໂຣກເອດສ໌ໃນເມືອງບຣິສແບນ ໄດ້ຮັບຟັງວ່າ ບາງເຂດຂອງສະຫະຣາຊະອານາຈັກອັງກິດ ແລະພາກຕາເວັນຕົກຂອງຢູໂຣບ ກໍຍັງໄດ້ເຫັນຈໍານວນຂອງກໍລະນີເຊື້ອ HIV ໃໝ່ ຫຼຸດລົງມາຢ່າງໄວວາ ເຊັ່ນດຽວກັນ. ແຕ່ບາງຂົງເຂດພຽງເລັກນ້ອຍ, ຖ້າວ່າມີ ກໍບໍ່ສາມາດແຂ່ງກັບການຫຼຸດລົງຂອງການຕິດເຊື້ອຢູ່ໃນນະຄອນຊິດນີໄດ້ ທີ່ເກືອບຮອດ 90 ເປີເຊັນ ໃນຊ່ວງທົດສະວັດທີ່ຜ່ານມາ.