ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ເປີດເຜີຍແຜນການຈໍານວນ 1. 25 ຕື້ໂດລາ ສໍາລັບແຮ່ທາດທີ່ສໍາຄັນ


ແຟ້ມຮູບ-ບໍ່ແຮ່ ທີ່ເຫັນຢູ່ບໍ່ແຮ່ Bayan Obo ທີ່ບັນຈຸແຮ່ຫາຍາກ, ໃນຂົງເຂດມົງໂກເລຍ, ຈີນ, ວັນທີ 16 ກໍລະກົດ 2011. ຈີນ ຄຸ້ມຄອງພາກສ່ວນແຮ່ຫາຍາກທີ່ສໍາຄັນ, ແຕ່ ອອສເຕຣເລຍ ໄດ້ປະກາດແຜນການຂຸດຄົ້ນບໍ່ແຮ່ ແລະການກັ່ນຕອງແຮ່ທາດ.
ແຟ້ມຮູບ-ບໍ່ແຮ່ ທີ່ເຫັນຢູ່ບໍ່ແຮ່ Bayan Obo ທີ່ບັນຈຸແຮ່ຫາຍາກ, ໃນຂົງເຂດມົງໂກເລຍ, ຈີນ, ວັນທີ 16 ກໍລະກົດ 2011. ຈີນ ຄຸ້ມຄອງພາກສ່ວນແຮ່ຫາຍາກທີ່ສໍາຄັນ, ແຕ່ ອອສເຕຣເລຍ ໄດ້ປະກາດແຜນການຂຸດຄົ້ນບໍ່ແຮ່ ແລະການກັ່ນຕອງແຮ່ທາດ.

ນາຍົກລັດຖະມົນຕີອອ​ສເ​ຕຣ​ເລຍ ທ່ານແອນໂທນີ ອາລບານີສ ໄດ້​ປະກາດ​ແຜນ​ການ 1 ຕື້ 250 ລ້ານ​ໂດ​ລາ​ ​ເພື່ອ​ຂຸດ​ຄົ້ນບໍ່ແຮ່ ແລະປຸງ​ແຕ່ງ​ແຮ່​ທາດ​ທີ່​ສຳຄັນ​ໃນ​ລະຫວ່າງ​ການ​ຢ້ຽມຢາມ ສະຫະລັດ ຢ່າງ​ເປັນ​ທາງ​ການ. ລັດຖະບານອອສເຕຣເລຍ ຢາກດຶງດູດການລົງທຶນຈາກບັນດາບໍລິສັດຂອງ ສະຫະລັດ ແລະຫຼຸດຜ່ອນການເພິ່ງພາອາໄສຈີນ, ເຊິ່ງປະຈຸບັນກໍາລັງຄອບງໍາ ຂະແໜງແຮ່ທາດທີ່ສຳຄັນຕ່າງໆ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ທິບສຸດາ ມີລາຍລະອຽດ.

ລັດຖະບານແຄນເບີຣາກ່າວ​ວ່າ ຖ້າ​ບໍ່​ມີ​ການ​ຂຸດ​ຄົ້ນ​ແຮ່​ທາດ​ທີ່​ສຳຄັນ​ຕື່ມ​ອີກ, ອອ​ສເ​ຕຣເ​ລຍ ​ຈະ​ບໍ່​ບັນລຸ​ເປົ້າ​ໝາຍຂອງຕົນໃນ​ການ​ປ່ອຍ​ອາຍ​ພິດ​ເປັນສູນພາຍ​ໃນ​ປີ 2050.

ກອງທຶນຈໍານວນ 1 ຕື້ 250 ລ້ານໂດລາ ທີ່ໄດ້ປະກາດໃນນະຄອນຫຼວງວໍຊິງ ຕັນ ໂດຍນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ຈະຊ່ວຍສະໜອງເງິນກູ້ດອກເບ້ຍຕໍ່າໃຫ້ແກ່ບັນດາບໍລິສັດຂຸດຄົ້ນບໍ່ແຮ່ ແລະ ປຸງແຕ່ງ ໃນການຮ່ວມມືກັບບັນດານັກລົງທຶນສະຫະລັດ.

ແຮ່ທາດທີ່ສໍາຄັນລວມມີ ທາດລິທຽມ (lithium), ໂຄບອລທ໌ (cobalt), ແມນການີສ (manganese) ແລະແຮ່ທາດຫາຍາກອື່ນໆ. ແຮ່ທາດເຫຼົ່ານີ້ ຖືກນໍາໃຊ້ເຂົ້າໃນໂທລະສັບມືຖື, ຫມໍ້ໄຟ, ກັງຫັນລົມ, ແຜ່ນພະລັງງານແສງຕາເວັນ ແລະພາກສ່ວນສໍາລັບຍານພາຫະນະໄຟຟ້າ. ພວກເຂົາເຈົ້າຍັງເປັນ​ທີ່ຕ້ອງການສໍາລັບເຕັກໂນໂລຊີປ້ອງກັນປະເທດອີກດ້ວຍ.

ອອສເຕຣເລຍ ມີ​ແຮ່​ທາດທີ່ສະຫງວນໄວ້ເປັນ​ຈໍາ​ນວນຫຼວງ​ຫຼາຍ​. ແຄນເບີຣາ ແລະ ວໍຊິງຕັນ ຢາກທີ່ຈະຫຼຸດຜ່ອນການຄອບງໍາຂອງຕະຫຼາດຈີນລົງ, ເຊິ່ງ ເກືອບຜູກຂາດໃນຂະແຫນງການດັ່ງກ່າວ.

ເຈົ້າ​ໜ້າ​ທີ່​ອອສເຕຣເລຍ​ ໄດ້ເນັ້ນຢໍ້າ​ວ່າ “ການ​ສະ​ໜອງ​ແຮ່​ທາດ​ສໍາຄັນທີ່ຍືນຍົງ​ ແລະ​ເຊື່ອ​ຖື​ໄດ້​ ແມ່ນການສະໜັບສະ​ໜູນ​ທີ່ສໍາຄັນໃນຂະ​ແໜງ​ການ​ຜະ​ລິດ​ຂອງ​ອອສເຕຣເລຍ ແລະ ສະ​ຫະ​ລັດ.”

ການກ່າວ​ຄຳ​ປາໄສ​ຈາກ​ວໍ​ຊິງ​ຕັນ, ທ່ານ​ນາງມາເດເລນ ຄິງ (Madeleine King), ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນຂອງ​ອອ​ສເ​ຕຣ​ເລຍ ກ່າວ​ຕໍ່​ສະຖານີໂທລະພາບ ABC ຂອງອອສເຕຣເລຍ ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ການ​ຫຼຸດ​ຜ່ອນ​ການ​ເພິ່ງ​ພາ​ອາ​ໄສ ​ຈີນ ​ແມ່ນ​ສິ່ງສໍາຄັນ.

ທ່ານນາງກ່າວວ່າ:

“ຫຼາຍປະເທດໄດ້​ຫັນ​ຫາ​ ຈີນ ເພື່ອ​ຄວາມ​ສາ​ມາດ​ໃນ​ການ​ຂຸ​ດ​ຄົ້ນ​ບໍ່​ແຮ່ ແລະ ພວກເຂົາເຈົ້າໄດ້ລົງທຶນໃນສິ່ງດັ່ງກ່າວນັ້ນ, ພວກເຂົາເຈົ້າໄດ້ພັດທະນາສະຖານ ທີ່ຂອງຂັ້ນຕອນໃນການປຸງແຕ່ງຂອງພວກເຂົາເຈົ້າ ໃນຂະນະທີ່ສ່ວນອື່ນໆທັງ ໝົດຂອງໂລກບໍ່ໄດ້ເຮັດແນວນັ້ນ. ຂ້າພະເຈົ້າຄິດວ່າ ໂຣກ​ລະ​ບາດໃຫຍ່ໄດ້ສະ ແດງໃຫ້ພວກເຮົາເຫັນວ່າ ມັນມີຄວາມຫຼໍ່ແຫຼມໃນແຕ່ລະລະບົບເສດຖະກິດຂອງ ພວກເຮົາ ເມື່ອພວກເຮົາເພິ່ງພາຜະລິດຕະພັນໃດໆກໍ່ຕາມ, ຂ້າພະເຈົ້າອາດຈະ ເພີ້ມຂຶ້ນ ເມື່ອພວກເຮົາເພິ່ງພາຜູ້ສະຫນອງສິນຄ້າທີ່ສະເພາະເຈາະຈົງໃດນຶ່ງ. ແລະເຫັນ​ໄດ້​ຊັດ​ວ່າ, ມັນມີຜົນຕໍ່ແຮ່ທາດທີ່ສໍາຄັນ.”

ແຜນ​ການ​ສະໜອງ​ທຶນ​ດັ່ງກ່າວ ​ໄດ້​ຖືກ​ປະກາດ​ໃຫ້​ຮູ້​ກ່ອນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ໜ່ວຍ​ງານກ່ຽວກັບແຮ່ທາດທີ່ສໍາຄັນ ລະຫວ່າງ ​ອອ​ສເຕຣເລຍ ແລະ ສະຫະລັດ​, ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຢ້ຽມຢາມ​ສະຫະລັດ​ເປັນ​ເວລາ 4 ມື້​ຂອງ ທ່ານອາລບານີສ.

ທ່ານອາລບານີສ ຍັງໄດ້ສະແຫວງຫາການສະໜັບສະໜູນຈາກລັດຖະສະພາ ຕໍ່ຂໍ້ຕົກລົງສາມຝ່າຍ AUKUS ທີ່ປະກາດໃນເດືອນ ກັນຍາ ປີ 2021 ກັບ ສະຫະລັດ ແລະ ອັງກິດ ທີ່ຈະເຮັດໃຫ້ ອອສເຕຣເລຍ ສາມາດເຂົ້າເຖິງເຮືອ ດຳນ້ຳພະລັງງານນິວເຄລຍໄດ້ເປັນຄັ້ງທຳອິດ. ສະພາ​ສູງ​ສະຫະລັດ ​ຍັງ​ບໍ່​ທັນ​ໄດ້​ຜ່ານ​ຮ່າງ​ກົດໝາຍສະບັບໃດໆ ​ກ່ຽວກັບຄວາມ​ຈຳ​ເປັນ​ເພື່ອ​ຜັກດັນສົນທິ​ສັນຍາ​ທີ່​ມີ​ມູນ​ຄ່າ​ຫຼາຍ​ຕື້​ໂດ​ລານັ້ນ​ ໄປໜ້າ.

ອອ​ສເ​ຕຣ​ເລຍ​ ມີ​ສາຍ​ພົວ​ພັນ​ທາງປະຫວັດສາດອັນ​ເລິກ​ເຊິ່ງກັບ ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກອັງກິດ​, ໃນ​ຂະ​ນະ​ທີ່ ​ຈີນ ກໍ​ເປັນ​ຄູ່​ຮ່ວມການ​ຄ້າ​ທີ່ໃຫຍ່​ທີ່​ສຸດ​ຂອງ​ຕົນ​. ​ແຕ່​ຄວາມ​ສຳພັນ​ຂອງ ​ອອ​ສເ​ຕຣ​ເລຍ ​ກັບ​ ສະຫະລັດ, ລວມທັງ​ຂໍ້​ຕົກລົງ​ທາງ​ການ​ທະຫານ​ທີ່​ໄດ້​ລົງ​ນາມ​ໃນ​ຕົ້ນ​ຊຸມ​ປີ 1950, ​ໄດ້​ຊຸກຍູ້​ຄວາມ​ຮູ້ສຶກກ່ຽວກັບ ຄວາມໝັ້ນຄົງ​ຂອງ​ປະ​ເທດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG