ຕຳຫຼວດໃນປະເທດປາປົວນິວກີນີໃນມະຫາສະໝຸດປາຊີຟິກ ໄດ້ຮັບອະນຸຍາດໃຫ້ໃຊ້ "ກຳລັງຮຸນແຮງ" ເພື່ອຮັບມືກັບການກໍ່ຄວາມຮຸນແຮງຂອງຊົນເຜົ່າທີ່ໄດ້ສັງຫານຫລາຍສິບຄົນໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ. ຟີລ ເມີຣ໌ເຊີ (Phil Mercer) ມີລາຍງານເລື້ອງນີ້ ຈາກນະຄອນຊິດນີ (Sydney), ເຊິ່ງອາດນະສັກ ຈະນຳເອົາລາຍລະອຽດມາສະ ເໜີທ່ານໃນອັນດັບຕໍ່ໄປ.
ການປະທະກັນລະຫວ່າງບັນດາຊົນເຜົ່າໃນແຂວງເອນກາ (Enga) ທາງພາກເໜືອຂອງ ປາປົວ ນິວ ກີນີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 70 ຄົນໃນເດືອນທີ່ຜ່ານມາ, ອີງຕາມລາຍງານຂອງຕຳຫຼວດ.
ມີການລະດົມໜ່ວຍງານຕຳຫຼວດພິເສດເພື່ອຮັບມື, ທີ່ໄດ້ຮັບມອບສິດອຳນາດໃຫ້ຍິງສັງຫານໄດ້ ຖ້າປະເຊີນໜ້າກັບກຸ່ມຕິດອາວຸດ, ເຖິງແມ່ນວ່າ ບັນດາກຸ່ມປົກປ້ອງສິດທິຈະກັງວົນວ່າສິດອຳນາດເຫຼົ່ານີ້ ອາດຈະກວ້າງເກີນໄປ ແລະອາດຈະສົ່ງຜົນກະທົບຕໍ່ຊາວກະສິກອນ, ຜູ້ທີ່ມີເຫດຜົນທີ່ຖືກຕ້ອງຕາມກົດໝາຍ ໃນການຄອບຄອງອາວຸດປືນ.
ນາຍົກລັດຖະມົນຕີ ທ່ານເຈມສ໌ ມາຣັບເປ (James Marape) ໄດ້ບັນຍາຍເຫດການຄວາມບໍ່ສະຫງົບນີ້ວ່າເປັນການກໍ່ການຮ້າຍພາຍໃນປະເທດ. ທ່ານກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວ່າ ໃນເວລາທີ່ລັດຖະສະພາຈັດປະຊຸມຄັ້ງຕໍ່ໄປໃນເດືອນຕຸລາ, ທ່ານຈະພະຍາຍາມແກ້ໄຂກົດໝາຍວ່າດ້ວຍການຕໍ່ສູ້ຂອງຊົນເຜົ່າ ເພື່ອກຳນົດໂທດຈຳຄຸກຕະຫຼອດຊີວິດຕໍ່ຜູ້ທິ່ຖືກຕັດສິນວ່າມີຄວາມຜິດໃນຂໍ້ຫາກໍ່ຄວາມຮຸນແຮງກ່ຽວກັບຊົນເຜົ່າ.
ຮັກສາການຜູ້ບັນຊາການ ທ່ານຈອຣ໌ຈ ຄາຄັສ (George Kakas), ຜູ້ບັນຊາ ການຕຳຫຼວດແຂວງເອນກາ (Enga), ກ່າວຕໍ່ໂຄງການ Pacific Beat ຂອງວິທະຍຸກະຈາຍສຽງອອສເຕຣເລຍວ່າ ພວກທະຫານຮັບຈ້າງໄດ້ຮັບຄ່າຈ້າງຫຼາຍຂຶ້ນເພື່ອຕໍ່ສູ້ຢູ່ໃນຂໍ້ຂັດແຍ່ງໃນທ້ອງຖິ່ນ, ເຊິ່ງທ່ານໄດ້ກ່າວເປັນພາສາອັງກິດວ່າ:
“ການຕໍ່ສູ້ຂອງຊົນເຜົ່າໄດ້ປ່ຽນໄປ. ພວກເຮົາເຄີຍມີຊົນເຜົ່າທີ່ຈ້າງມືປືນແລະທະຫານຮັບຈ້າງມາເຮັດໜ້າທີ່ຕາມຄຳສັ່ງຂອງພວກເຂົາ, ຕໍ່ສູ້ເພື່ອພວກເຂົາ. ຄົນຈຳນວນຫຼາຍໄດ້ຖືກຂ້າຕາຍ. ເຊິ່ງພວກເຮົາບໍ່ສາມາດເກັບກຳຈຳນວນຕົວຈິງໄດ້. ບາງຄົນອາດຈະຖືກຂ້າຕາຍຢູ່ໃນປ່າ ແລະ ຖືກຝັງຢູ່ໃນເຂດຕ່າງໆໃນຫມູ່ບ້ານ.”
ບັນດາອົງການການກຸສົນກ່າວວ່າ ການຕໍ່ສູ້ແມ່ນເປັນວິທີການແບບດັ້ງເດີມ ເພື່ອແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບເລື່ອງທີ່ດິນ ແລະການເມືອງຢູ່ໃນເຂດທີ່ຮາບສູງຂອງປາປົວ ນິວ ກີນີ ແຕ່ເຕືອນວ່າ ຄວາມຂັດແຍ່ງເຫລົ່ານີ້ໄດ້ກາຍເປັນເລື່ອງທີ່ບໍ່ສາມາດຄາດເດົາໄດ້ ແລະຮຸນແຮງຫຼາຍຂຶ້ນ.
ຄະນະກຳມະການກາແດງສາກົນຍັງກ່າວອີກວ່າ ເຫດການຄວາມບໍ່ສະຫງົບແມ່ນເກີດມາຈາກ “ການທຳມ້າງລຳດັບຊັ້ນ ແລະລະບຽບການແບບດັ້ງເດີມ, ການສູນເສຍຄຸນຄ່າແບບດັ່ງເດີມບາງຢ່າງ ເຊັ່ນ: ຄວາມເຄົາລົບຕໍ່ແມ່ຍິງແລະເດັກນ້ອຍ, ແລະ ການຫຼັງໄຫຼເຂົ້າມາຂອງອາວຸດສະໄໝໃໝ່.”
ປາປົວນິວກີນີ, ຫຼື PNG, ແມ່ນເພື່ອນບ້ານທີ່ໃກ້ທີ່ສຸດຂອງອອສເຕຣເລຍ. ທີ່ກວມເອົາພື້ນທີ່ເຄິ່ງພາກຕາເວັນອອກຂອງເກາະນິວ ກີນີ (New Guinea) ລະຫວ່າງທະເລ ຄໍຣັລ (Coral) ແລະມະຫາສະຫມຸດປາຊີຟິກໃຕ້, ແລະຕັ້ງຢູ່ທາງຕາເວັນອອກຂອງອິນໂດເນເຊຍ.
PNG ມີປະຊາກອນປະມານ 10 ລ້ານຄົນ. ເປັນດິນແດນທີ່ເປັນພູຜາອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ແຕ່ປະຊາຊົນຈຳນວນຫຼາຍດຳລົງຊີວິດຢູ່ໃນຄວາມທຸກຍາກ.
ມັນແມ່ນນຶ່ງ ໃນບັນດາປະເທດທີ່ມີຄວາມຫຼາກຫຼາຍທາງດ້ານພາສາທີ່ສຸດໃນໂລກ. ມີພາສາພື້ນເມືອງຫຼາຍກວ່າ 830 ພາສາໄດ້ຖືກນຳໃຊ້ຢູ່ໃນປະເທດນີ້, ເຖິງແມ່ນວ່າຫຼາຍພາສາ ຈະມີຜູ້ຊົມໃຊ້ຫນ້ອຍກວ່າ 1,000 ຄົນ ກໍ່ຕາມ, ອີງຕາມ CIA’s World Factbook.