ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ​ຍົກ​ເລີກ​ກົດ​ໝາຍ​ມໍ​ລະ​ດົກຂອງຄົນລຸ້ນທຳອິດ ຫຼື​ ​ First Nations ​ທີ່​ມີຂໍ້ຂັດແຍ່ງກັນ


ແຟ້ມພາບ - ກຸ່ມຊາວອະບໍຣິຈິນປະທ້ວງຕໍ່ສິ່ງທີ່ພວກເຂົາກ່າວວ່າຂາດລາຍລະອຽດ ແລະ ການປຶກສາຫາລື ກ່ຽວກັບກົດໝາຍຄຸ້ມຄອງມໍລະດົກສະບັບໃໝ່ ຫຼັງຈາກທີ່ Rio Tinto ໄດ້ທຳລາຍເພິງຫິນໂບຮານ ເພື່ອບໍ່ແຮ່ເຫຼັກ ໃນ Perth, ປະເທດອອສເຕຣເລຍ, ວັນທີ 19, 2021
ແຟ້ມພາບ - ກຸ່ມຊາວອະບໍຣິຈິນປະທ້ວງຕໍ່ສິ່ງທີ່ພວກເຂົາກ່າວວ່າຂາດລາຍລະອຽດ ແລະ ການປຶກສາຫາລື ກ່ຽວກັບກົດໝາຍຄຸ້ມຄອງມໍລະດົກສະບັບໃໝ່ ຫຼັງຈາກທີ່ Rio Tinto ໄດ້ທຳລາຍເພິງຫິນໂບຮານ ເພື່ອບໍ່ແຮ່ເຫຼັກ ໃນ Perth, ປະເທດອອສເຕຣເລຍ, ວັນທີ 19, 2021

ກົດໝາຍ​ໃໝ່​ທີ່​ຖືກ​ອອກ​ແບບມາ​ເພື່ອ​ຫຼີກ​ລ້ຽງບໍ່​ໃຫ້​ເກີດ​ການ​ທຳລາຍ​ສະຖານ​ທີ່​ບູຮານ​ຂອງ​ຊົນ​ເຜົ່າ​ພື້ນ​ເມືອງ​ຊ້ຳ​ແລ້ວຊໍ້າອີກ​ ໂດຍບໍ​ລິ​ສັດ​ ຣີໂອ ທິນໂທ (Rio Tinto) ຍັກ​ໃຫຍ່ດ້ານ​ຊັບພະຍາກອນ​ ໄດ້​ຖືກຍົກເລີກໂດຍ​ລັດ​ຖະບານຂອງລັດອອສເຕຣເລຍ​ຕາ​ເວັນ​ຕົກ​. ຟີລ ເມີຣ໌ເຊີ (Phil Mercer) ມີລາຍງານເລື້ອງນີ້ ຈາກນະຄອນ ຊິດນີ, ເຊິ່ງອາດນະສັກ ຈະນຳເອົາລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ສິລະປະ, ປະເພນີ ແລະ ເລື່ອງລາວຫຼາຍພັນປີໄດ້ສູນຫາຍໄປ ເມື່ອຖ້ຳຫີນ ພື້ນເມືອງຂອງຊົນເຜົ່າພື້ນເມືອງຖືກທຳລາຍໃນເດືອນພຶດສະພາ 2020 ເຊິ່ງ ເປັນສ່ວນໜຶ່ງຂອງໂຄງການແຮ່ເຫຼັກໃນເຂດ ພີລບາຣາ (Pilbara) ຂອງລັດ ອອສເຕຣເລຍຕາເວັນຕົກ.

ຈູແຄນ ກອຣຈ໌ (Juukan Gorge) ແມ່ນນຶ່ງໃນບັນດາສະຖານທີ່ບູຮານຄະດີ ຂອງ​ຄົນ​ລຸ້ນ​ທຳ​ອິດຫຼື First Nations ທີ່ສຳຄັນທີ່ສຸດຂອງອອສເຕຣເລຍ.

ຜູ້ນໍາຊົນເຜົ່າພື້ນເມືອງກ່າວວ່າພວກເຂົາໂສກເສົ້າເສຍໃຈຕໍ່ການສູນເສຍທີ່ຫນ້າ ເສົ້າສະຫຼົດໃຈ, ແລະການຢຽວຢາຈະເປັນໄປຢ່າງ "ຊ້າ ແລະເຈັບປວດ".

ບໍ​ລິ​ສັດ​ຍັກ​ໃຫຍ່​ດ້ານຊັບພະຍາກອນ ຣີໂອ ທິນໂທ (Rio Tinto) ໄດ້ຮັບການ ອະນຸມັດຈາກລັດຖະບານໃຫ້ລະເບີດສະຖານທີ່ດັ່ງກ່າວ, ແຕ່ເຈົ້າຫນ້າທີ່ຂອງ ບໍລິສັດຍອມຮັບວ່າມັນເປັນ "ຄວາມຜິດພາດຢ່າງແທ້ຈິງ."

ກົດໝາຍມໍລະດົກຂອງລັດອອສເຕຣເລຍຕາເວັນຕົກ ໄດ້ຖືກປ່ຽນແປງ. ກົດໝາຍ​ວ່າ​ດ້ວຍ​ມໍລະດົກ​ທາງວັດທະນະທຳ​ຂອງ​ຊາວ​ອະບໍຣິຈິນ ​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ 5 ອາທິດ​ທີ່ຜ່ານມາ ​ແຕ່​ປະຈຸ​ບັນ​ນີ້​ໄດ້​ຖືກ​ຍົກ​ເລີກ​ໂດຍລັດຖະບານ​ຂອງລັດແລ້ວ.

ເຈົ້າ​ໜ້າ​ທີ່​ໄດ້​ຍອມ​ຮັບ​ວ່າ​ກົດ​ໝາຍ​ດັ່ງ​ກ່າວ​ມີ​ຄວາມ​ສັບ​ສົນ​ແລະ​ແບ່ງ​ແຍກ. ຊາວກະສິກອນໄດ້ປະນາມມາດຕະການທີ່ກຳນົດໃຫ້ເຈົ້າຂອງທີ່ດິນທີ່ຕ້ອງການ ພັດທະນາຊັບສິນຂອງພວກເຂົາ ຕ້ອງຈັດລະບຽບ ແລະຈ່າຍເງິນຄ່າສໍາຫຼວດ ເພື່ອຮັບປະກັນວ່າມໍລະດົກຂອງຊາວອະບໍຣິຈິນ ຈະບໍ່ໄດ້ຮັບຄວາມເສຍຫາຍ.

ນາຍົກລັດຖະມົນຕີລັດ​ອອສເຕຣເລຍ​ຕາ​ເວັນ​ຕົກ ທ່ານ ໂຣເຈີຣ໌ ຄຸກ (Roger Cook) ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ກົດໝາຍ​ສະບັບ​ໃໝ່​ມີ​ຂໍ້​ບົກ​ພ່ອງ, ທ່ານໄດ້ກ່າວວ່າ:

"ໂສກນາດຕະກຳຢູ່ທີ ຈູຈູແຄນ ກອຣຈ໌ (Juukan Gorge) ແມ່ນຄວາມອັບ ອາຍໄປທົ່ວໂລກສໍາລັບອອສເຕຣເລຍ. ຕ້ອງໄດ້ດຳເນີນການບາງສິ່ງບາງຢ່າງ. ບໍ່ມີໃຜສາມາດໂຕ້ຖຽງກັບເລື່ອງນັ້ນ, ແຕ່ການຕອບສະໜອງທາງດ້ານກົດໝາຍ ຂອງພວກເຮົານັ້ນຜິດພາດ. ເວົ້າງ່າຍໆກໍ່ຄື, ກົດຫມາຍໄດ້ໄປໄກເກີນໄປ, ມີເຂັ້ມງວດເກີນໄປ, ຊັບຊ້ອນເກີນໄປ ແລະກຳນົດພາລະທີ່ບໍ່ຈໍາເປັນໃຫ້ແກ່ເຈົ້າ ຂອງຊັບສິນໃນລັດອອສເຕຣເລຍຕາເວັນຕົກທຸກໆວັນ.”

ເຈົ້າຂອງເຂດ ຈູແຄນ ກອຣຈ໌ (Juukan Gorge) ເຊິ່ງເປັນຊົນເຜົ່າພື້ນເມືອງ ກ່າວວ່າພວກເຂົາຮູ້ສຶກຖືກທໍລະຍົດໂດຍການຍົກເລີກກົດຫມາຍ, ແລະພວກເຂົາ ສູນເສຍຄວາມເຊື່ອໝັ້ນໃນຄວາມສາມາດຂອງລັດຖະບານໃນການປົກປ້ອງສະ ຖານທີ່ທີ່ສໍາຄັນທາງດ້ານວັດທະນະທໍາ.

ກົດໝາຍ​ມໍລະດົກ​ທີ່ມີມາແຕ່​ຕົ້ນ​ຊຸມ​ປີ 1970 ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອອສເຕຣເລຍ ໂດຍມີ​ການ​ດັດ​ແກ້​ບາງ​ສ່ວນ, ​ເຊິ່ງລັດຖະບານ​ເຊື່ອ​ວ່າ​ຈະ​ປ້ອງ​ກັນ​ໄພພິບັດ​ອື່ນ​ທີ່​ຄ້າຍຄື​ກັບກໍລະນີ ຈູແຄນ ກອຣຈ໌ (Juukan Gorge). ກຸ່ມຊາວອະບໍຣິຈິນ ຈະໄດ້ຮັບອະນຸຍາດໃຫ້ຍື່ນອຸທອນຕໍ່ການອະນຸມັດ ການພັດທະນາໃດກໍ່ຕາມ ທີ່ເຂົາເຈົ້າເຊື່ອວ່າເປັນອັນຕະລາຍຕໍ່ສະຖານທີ່ສັກສິດ.

ການຕັ້ງຖິ່ນຖານຂອງຊາວພື້ນເມືອງຂອງອອສເຕຣເລຍ ມີມາປະມານ 65,000 ປີ. ປະຫວັດສາດອັນຍາວນານນີ້ ໄດ້ຖືກບັນທຶກໄວ້ໃນເພງບູຮານ, ນິທານ, ການເຕັ້ນລຳ ແລະສິລະປະ.

ຊົນຊາດ​ທຳ​ອິດ​ຖື​ວ່າ​ແຜ່ນ​ດິນນີ້​ເປັນຕົ້ນກຳເນີດຂອງການສ້າງສັນ, ເຊິ່ງເຊື່ອມ​ໂຍງ​ຊາວ​ອອສເຕຣເລຍ​ດັ້ງ​ເດີມ​ (ຊາວອະບໍຣິຈິນ)​ ກັບ​ອາ​ດີດ, ປະ​ຈຸ​ບັນ ແລະ​ອະ​ນາ​ຄົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG