ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີສິ່ງແວດລ້ອມ ຂອງອອສເຕຣເລຍ ປະເຊີນກັບຄວາມທ້າທາຍທາງກົດໝາຍ ກ່ຽວກັບບໍ່ຖ່ານຫິນແຫ່ງໃໝ່


ແຟ້ມຮູບ-ຖານຂົນຖ່ານຫິນ ຢູ່ທີ່ໂຮງງານຂົນຖ່ານຫິນໃສ່ລົດໄຟ ໃກ້ເມືອງ Muswellbrook ໃນຂົງເຂດ Hunter Valley, ອອສເຕຣເລຍ, ວັນທີ 2 ພະຈິກ 2021. ນັກເຄື່ອນໄຫວ ຕ້ອງການໃຫ້ບໍ່ແຮ່ທັງໝົດຢູ່ ອອສເຕຣເລຍ ໄດ້ຮັບການປະເມີນຢ່າງເໝາະສົມ ສໍາລັບຜົນກະທົບທີ່ເປັນໄປໄດ້ ຕໍ່ການປ່ຽນແປງຂອງສະພາບອາກາດ.
ແຟ້ມຮູບ-ຖານຂົນຖ່ານຫິນ ຢູ່ທີ່ໂຮງງານຂົນຖ່ານຫິນໃສ່ລົດໄຟ ໃກ້ເມືອງ Muswellbrook ໃນຂົງເຂດ Hunter Valley, ອອສເຕຣເລຍ, ວັນທີ 2 ພະຈິກ 2021. ນັກເຄື່ອນໄຫວ ຕ້ອງການໃຫ້ບໍ່ແຮ່ທັງໝົດຢູ່ ອອສເຕຣເລຍ ໄດ້ຮັບການປະເມີນຢ່າງເໝາະສົມ ສໍາລັບຜົນກະທົບທີ່ເປັນໄປໄດ້ ຕໍ່ການປ່ຽນແປງຂອງສະພາບອາກາດ.

ລັດຖະມົນຕີສິ່ງແວດລ້ອມຂອງອອສເຕຣເລຍ ກໍາລັງປະເຊີນກັບການດໍາເນີນການຂອງ​ສານກ່ຽວກັບຂໍ້ຫາທີ່ວ່າ ທ່ານນາງເມີນເສີຍຕໍ່ໂຄງການພະລັງງານຈາກຊາກສັດແລະຊາດພືດດຶກດໍາບັນ ທີ່ສົ່ງຜົນກະທົບ ຕໍ່ແນວຫິນປະກາລັງ Great Barrier Reef ແລະສົມບັດທາງທໍາມະຊາດອື່ນໆ. ນັກເຄື່ອນໄຫວຫາວ່າ ທ່ານນາງທັນຢາ ພລີເບີເຊັກ (Tanya Plibersek) ໄດ້ປະຕິເສດ ທີ່ຈະພິຈາລະນາກ່ຽວ​ກັບຄວາມສ່ຽງຂອງການປ່ຽນແປງທາງສະພາບອາກາດທີ່ພົວພັນກັບຄໍາຮ້ອງຂຸດບໍ່ຖ່ານຫິນໃໝ່. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ທິບສຸດາ ມີລາຍລະອຽດ.

ສານລັດຖະບານກາງຂອງອອສເຕຣເລຍ ເລີ້ມຕົ້ນຮັບຟັງການພິຈາລະນາຄະດີຕໍ່ລັດຖະມົນຕີສິ່ງແວດລ້ອມຂອງອອສເຕຣເລຍ ທ່ານນາງທັນຢາ ພລີເບີເຊັກ ໃນນະຄອນເມລເບິນອາທິດນີ້. ການດໍາເນີນການທາງກົດໝາຍ ທີ່ນໍາມາໂດຍ ສະ ພາສິ່ງແວດລ້ອມ ໃນ​ເຂດ​ພາກ​ກາງ​ ຂອງລັດຄວີນສ໌ແລນ.

ກຸ່ມບໍ່ຫວັງຜົນກໍາໄລຢືນຢັນວ່າ ລັດຖະມົນຕີຂອງລັດຖະບານກາງ ມີຄວາມຮັບ ຜິດຊອບທາງກົດໝາຍ ເພື່ອປ້ອງກັນໂຄງການຖ່ານຫິນໃໝ່ ແລະອາຍແກັສ ຈາກການທໍາລາຍລະບົບນິເວດທີ່ເປັນອັນຍະມະນີຂອງອອສເຕຣເລຍ, ລວມທັງແນວຫິນປະກາລັງ, ເຊິ່ງມັນ ກໍາລັງປະເຊີນກັບໄພຂົ່ມ​ຂູ່ຫຼາຍອັນ ເຊັ່ນ ອຸນຫະ ພູມຂອງນ້ຳໃນທະເລອຸ່ນຂຶ້ນ ທີ່ນໍາໄປສູ່ການຕາຍສີ ຂອງຫິນປະກາລັງ.

ບັນດານັກເຄື່ອນໄຫວ ຕ້ອງການໃຫ້ໂຄງການບໍ່ແຮ່ຕ່າງໆຢູ່ໃນ ອອສເຕຣເລຍ ໄດ້ຮັບການປະເມີນຢ່າງເໝາະສົມ ສໍາລັບຄວາມເປັນໄດ້ກ່ຽວກັບຜົນກະທົບຕໍ່ການປ່ຽນແປງທາງສະພາບອາກາດ. ຄວາມທ້າທາຍທາງກົດໝາຍຂອງພວກເຂົາເຈົ້າ ກ່ຽວຂ້ອງກັບຄໍາຮ້ອງຂໍ ໂດຍບັນດາບໍລິສັດ ທີ່ເປັນແຫຼ່ງຊັບພະຍາ ກອນຈໍາເພາະ ເພື່ອຂະຫຍາຍການດໍາເນີນການ ບໍ່ແຮ່ສອງບໍ່ ຢູ່​ທີ່ລັດນິວເຊົາເວລສ໌ ທາງພາກຕາເວັນອອກຂອງປະ​ເທດ.

ທ່ານນາງຄຣິສຕີນ ຄາລີເ​ຊິລ (Christine Carlisle), ປະທານສະພາສິ່ງ ແວດລ້ອມຢູ່ ໃນພາກກາງຂອງລັດຄວີນສ໌ແລນ. ທ່ານນາງກ່າວຕໍ່ສະຖານີໂທລະພາບ ຂອງ ອອສເຕຣເລຍວ່າ ຄວາມສ່ຽງທີ່ພົວພັນກັບໂຄງການ ທີ່ເປັນແຫຼ່ງຊັບພະຍາກອນ ຈໍາເປັນຕ້ອງໄດ້ຮັບການພິຈາລະນາໃຫ້ລະອຽດ.

ທ່ານນາງຄາລີເຊິລ ກ່າວວ່າ

“ຜົນກະທົບໃນການປ່ອຍມົນລະພິດຈາກບໍ່ແຮ່ຕ່າງໆເຫຼົ່ານີ້ ສົ່ງຜົນກະທົບໄລຍະຍາວຕໍ່ຊະຕາກໍາ ແລະອະນາຄົດຂອງສິ່ງທີ່ມີຊີວິດອັນມະຫັດສະຈັນຂອງພວກເຮົາ. ພວກເຮົາຂໍໂຕ້ແຍ້ງວ່າ ທ່ານລັດຖະມົນຕີ ຈໍາເປັນຕ້ອງພິຈາລະນາກ່ຽວກັບຜົນກະທົບທາງດ້ານສະພາບອາກາດເຫຼົ່ານັ້ນ ເມື່ອທ່ານນາງຫາກຕັດສິນໃຈກ່ຽວກັບສິ່ງເຫຼົ່ານີ້ ແລະຖ້າບໍ່ເຮັດດັ່ງນັ້ນ ພວກເຮົາຂໍໂຕແຍ້ງວ່າ ເປັນສິ່ງທີ່ບໍ່ມີເຫດຜົນ ແລະ ບໍ່ສົມເຫດສົມຜົນ, ແລະພວກເຮົາກໍຂໍໃຫ້ສານຈົ່ງພິຈາລະນາວ່າ ມັນຈະເປັນສິ່ງທີ່ຜິດກົດໝາຍຫຼືບໍ.”

​ຄະ​ດີດັ່ງກ່າວຂອງສານນີ້ ມີຂຶ້ນລຸນຫຼັງອົງການສະຫະປະຊາຊາດ ຕັດສິນໃຈໃນອາທິດແລ້ວນີ້ວ່າ ຈະບໍ່ເອົາແນວຫິນປະກາລັງ Great Barrier Reef ​ເຂົ້າຢູ່ໃນບັນຊີລາຍຊື່ມໍລະດົກໂລກ ທີ່​ຕົກ “ຢູ່ໃນຂັ້ນອັນຕະລາຍ,” ເຊິ່ງລັດຖະບານແຄນເບີຣາ ໄດ້ໃຫ້ການຍ້ອງຍໍຕໍ່ນະໂຍບາຍສິ່ງແວດລ້ອມຂອງອອສເຕຣເລຍ.

ທ່ານນາງພລີເບີເຊັກ ກ່າວຢູ່ໃນວີດີໂອ ທີ່ໂພສລົງສື່ສັງຄົມອອນລາຍ ຫຼັງຈາກອົງການສະຫະປະຊາຊາດຕັດສິນໃຈວ່າ ລັດຖະບານຂອງທ່ານນາງມີຄວາມທະເຍີທະຍານໃນດ້ານນະໂຍບາຍສິ່ງແວດລ້ອມ ແລະປັດຈຸບັນນີ້ ກໍໄດ້ປະຕິເສດການອະນຸມັດ​ຕໍ່ບໍ່ຖ່ານຫິນໃໝ່ ເພື່ອປົກປ້ອງແນວຫິນປະກາລັງ.

ທ່ານນາງພລີເບີເຊັກ ກ່າວວ່າ:

“ລັດຖະບານອອສເຕຣເລຍຂອງພວກເຮົາ ດໍາເນີນການເຮັດວຽກນໍາກັນ ກັບລັດຖະບານຄວີນສ໌ແລນແບບໃກ້ຊິດອີຫຼີ. ພວກເຮົາລົງທຶນ ທາງການເງິນເພີ້ມຂຶ້ນ, ມີຈໍານວນຫຼາຍກວ່າ 1.2 ຕື້ໂດລາອອ​ສ​ເຕ​ຣ​ເລຍ. ພວກເຮົາເຮັດວຽກ ເພື່ອຍົກລະດັບຄຸນນະພາບຂອງນໍ້າ. ຂ້າພະເຈົ້າຍົກເລີກບໍ່ຖ່ານຫິນ ເນື່ອງຈາກມັນສາມາດສົ່ງຜົນກະທົບຕໍ່ຫິນປະກາລັງ ແລະພວກເຮົາກໍລົງທຶນໃນດ້ານວິທະ ຍາສາດຫຼາຍແທ້ໆ ເພື່ອປົກປ້ອງແນວຫິນປະກາລັງໃຫ້ດີຂຶ້ນເຊັ່ນກັນ.”

ນັກວິເຄາະກ່າວວ່າ ກໍລະນີຂອງສານລັດຖະບານກາງ ເນັ້ນຢໍ້າເຖິງຄວາມກົດດັນ ທີ່ເພີ້ມຂຶ້ນຕໍ່ລັດຖະບານເປັນກາງອຽງຊ້າຍ, ເຊິ່ງ ສັນຍາວ່າຈະດໍາເນີນຄວາມກະຕືລືລົ້ນຫຼາຍຂຶ້ນ ກ່ຽວກັບພາວະໂລກຮ້ອນ ໃນລະຫວ່າງການໂຄສະ ນາຫາສຽງເລືອກຕັ້ງ ເມື່ອປີກາຍນີ້.

ຈາກອະວະກາດ, ມີພຽງສິ່ງມີຊີວິດຊະນິດດຽວເທົ່ານັ້ນ ທີ່ສາມາດມອງເຫັນໄດ້. ນັ້ນແມ່ນແນວຫິນປະກາລັງ Great Barrier Reef ເຊິ່ງພິສູດໄດ້ວ່າ ເປັນສິ່ງມະຫັດສະຈັນທາງທໍາມະຊາດທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ, ໂດຍປະກອບດ້ວຍແນວຫິນປະກາລັງ 3,000 ອັນຢູ່ລຽບຊາຍຝັ່ງທາງທິດຕາເວັນອອກສຽງ
ເໜືອຂອງປະເທດ. ມັນເປັນບ່ອນ​ຢູ່ຂອງຝູງປາເຈລລີ, ໜອນທະເລ, ປາ ປາວານ ແລະປາຂ່າ​ຫຼື​ໂດ​ຟິນ ທີ່ງົດງາມ.

ແນວຫິນປະກາລັງ Great Barrier Reef ຖືກຈົດເຂົ້າໃນລາຍຊື່ມໍລະດົກໂລກ ຂອງອົງການສະຫະປະຊາຊາດໃນປີ 1981, ເຊິ່ງເປັນລະບົບປະກາລັງທີ່ໃຫຍ່ທີ່ສຸດຂອງໂລກ ທີ່ປົກຄຸມບໍລິເວນດັ່ງກ່າວ ເທົ່າກັບປະເທດຍີ່ປຸ່ນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG