ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຈະລົງຄະແນນສຽງ ກ່ຽວກັບຮ່າງປະຊາມະຕິ ທີ່ສໍາຄັນ ສໍາລັບຊົນເຜົ່າພື້ນເມືອງ


ແມ່ຍິງຄົນນຶ່ງ ຍ່າງຜ່ານປ້າຍປະກາດ ການສະໜັບສະໜຸນຕໍ່ສຽງຂອງຊົນເຜົ່ອບໍຣິຈິນ ແລະສົນທິສັນຍາ ກ່ອນການລົງປະຊາມະຕິ, ໃນນະຄອນເມລເບິນ ວັນທີ 30 ສິງຫາ 2023.
ແມ່ຍິງຄົນນຶ່ງ ຍ່າງຜ່ານປ້າຍປະກາດ ການສະໜັບສະໜຸນຕໍ່ສຽງຂອງຊົນເຜົ່ອບໍຣິຈິນ ແລະສົນທິສັນຍາ ກ່ອນການລົງປະຊາມະຕິ, ໃນນະຄອນເມລເບິນ ວັນທີ 30 ສິງຫາ 2023.

ອອສເຕຣເລຍ ຈະລົງຄະແນນສຽງໃນວັນທີ 14 ຕຸລາ 2023, ໃນການລົງປະຊາມະຕິ ເພື່ອພິຈາລະນາລັດຖະທໍາມະນູນກ່ຽວກັບປະຊາຊົນຊາດທໍາອິດ ດ້ວຍການຈັດຕັ້ງຄະນະກໍາມະການ ທີ່ມີອໍານາດຂອງລັດຖະສະພາ. ນາຍົກລັດ ຖະມົນຕີ ທ່ານແອນໂທນີ ອານບານີສ ກ່າວວ່າ ການປ່ຽນແປງອາດສ້າງຄວາມ ແຕກຕ່າງໃນ “ທາງບວກ ແລະໃນທາງພາກປະຕິບັດ” ຕໍ່ຊີວິດການເປັນຢູ່ຂອງບັນດາຊຸມຊົນຊາດທໍາອິດຂອງປະເທດ. ນັກວິຈານກ່ຽວກັບການປະຕິຮູບຢືນຢັນວ່າ ມັນຈະເຮັດໃຫ້ເກີດຄວາມແຕກແຍກ ແລະມີຜົນພຽງເລັກນ້ອຍເທົ່ານັ້ນ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາຍົກລັດຖະມົນຕີ ແອນໂທນີ ອາລບານີສ ໄດ້ຮັບການຕ້ອນຮັບດ້ວຍພິທີພື້ນ ເມືອງ ຢູ່ເທິງເວທີ ໃນເມືອງອາເດີເລດ (Adelaide).

ທ່ານກ່າວວ່າ ອອສເຕຣເລຍ ຈະມີການລົງຄະແນນສຽງ ກ່ຽວກັບປະຊາມະຕິໃນວັນທີ 14 ຕຸລາ ທີ່ຈະມາເຖິງນີ້ ເພື່ອຕັດສິນໃຈທີ່ຈະເອົາໃນສິ່ງທີ່ຮ້ອງວ່າ ສຽງຂອງຊົນເຜົ່າພື້ນເມືອງ ເຂົ້າມາໄວ້ໃນລັດຖະທໍາມະນູນຫຼືບໍ່. ມັນຈະເປັນແຜນປະ ຕິບັດຂອງຊົນເຜົ່າພື້ນເມືອງອະບໍຣິຈິນ ທີ່ຈະຊ່ວຍກໍານົດນະໂຍບາຍຕ່າງໆຂອງລັດຖະບານ ແລະໃຫ້ຄໍາແນະນໍາຕໍ່ບັນດາສະມາຊິກສະພາຂອງລັດຖະບານກາງ.

ທ່ານອາລບານີສ ຮຽກຮ້ອງໃຫ້ບັນດາຜູ້ມີສິດລົງຄະແນນສຽງຈົ່ງໃຫ້ການສະໜັບສະໜຸນຕໍ່ການລົງປະຊາມະຕິດັ່ງກ່າວນີ້.

ທ່ານກ່າວວ່າ:

“ແມ່ນລະ ລົງຄະແນນສຽງເພື່ອການຮັບຮອງ, ແນ່ນອນ ລົງຄະແນນສຽງ ເພື່ອການຮັບຟັງ, ແມ່ນແລ້ວ ເພື່ອຜົນອອກມາທີ່ດີກວ່າເກົ່າ. ແມ່ນ, ການລົງຄະແນນສຽງ ຄືການປ່ຽນແປງທີ່ດີກວ່າເກົ່າ ທີ່ພວກເຮົາທັງໝົດສາມາດດໍາເນີນການປະຕິບັດຮ່ວມກັນໄດ້.”

ຕາມການສໍາຫຼວດຄວາມຄິດເຫັນຂອງປະຊາຊົນໃຫ້ຄວາມເຫັນວ່າ ປະຊາຊົນຊາວອະບໍຣິຈິນສ່ວນຫຼາຍ ສະໜັບສະໜຸນການປະຕິຮູບລັດຖະທໍາມະນູນ, ແຕ່ໄດ້ລະບຸວ່າ ຜູ້ມີສິດເລືອກຕັ້ງຄົນອື່ນໆ ບໍ່ເຫັນດີນໍາ, ໃນລັກສະນະນີ້ ເບິ່ງຄືວ່າ ບໍ່ຢາກໃຫ້ມີການປ່ຽນແປງທາງລັດຖະທໍາມະນູນ.

ບັນດານັກວິຈານຢືນຢັນວ່າ ສຽງເຖິງລັດຖະສະພາ ເປັນໂຄງການສຽງ “ຂອງຄົນຜິວຂາວຊົນຊັ້ນສູງ” ທີ່ຈະບໍ່ຈັດການແກ້ໄຂບັນຫາກ່ຽວກັບການເລືອກປະຕິ ບັດ ຫຼືບັນຫາຄວາມທຸກຍາກ ແລະຈະເຮັດໃຫ້ຊາວພື້ນເມືອງອະບໍຣິຈິນ ບໍ່ໄດ້ຮັບຄວາມສໍາຄັນຫຼາຍຂຶ້ນເລີຍ. ພວກເຂົາເຈົ້າຍັງໄດ້ຢືນຢັນອີກວ່າ ຮ່າງກົດໝາຍດັ່ງກ່າວນີ້ ຈະແບ່ງແຍກປະຊາຊົນຊາວອອສເຕຣເລຍນໍາອີກດ້ວຍ.

ມີການ​ປຸກ​ລະ​ດົມ​ໃຫ້​ລົງ​ຄະ​ແນນ​ສຽງ ບໍ່ ແມ່ນໄດ້ຮັບການສະໜັບສະໜຸນໂດຍກຸ່ມຕ່າງໆທີ່ຫຼາກຫຼາຍ ແລະມີການໂຄສະນາຢູ່ໃນໂທລະພາບ ແລະວິທະຍຸ.

ສຽງໂຄສະນາ:

“ນີ້ແມ່ນການປ່ຽນແປງທີ່ຍິ່ງໃຫຍ່, ແລະມັນຈະມີຄວາມໝາຍວ່າ ປະຊາຊົນຊາວ ອອສເຕຣເລຍຈໍານວນນຶ່ງ ໄດ້ຮັບການປະຕິບັດທີ່ແຕກຕ່າງ ຂຶ້ນຢູ່ກັບສີຜິວຂອງພວກເຂົາເຈົ້າ. ຂ້ອຍຈະບໍ່ລົງຄະແນນສຽງແນ່ນອນ.”

ສະມາຊິກສະພາຝ່າຍຄ້ານຫົວທະນຸລັກນິຍົມ ທ່ານນາງມິຄາເລຍ ແຄັສ (Michaelia Cash) ກ່າວຕໍ່ບັນດານັກຂ່າວວ່າ ຂໍ້ມູນຂອງລັດຖະບານກ່ຽວກັບ ບົດບາດ ແລະອໍານາດຂອງພາກສ່ວນທີ່ປຶກສາຊົນເຜົ່າພື້ນເມືອງນັ້ນ ກວມລວມເກີນໄປ.

ທ່ານນາງກ່າວວ່າ:

“ພວກເຮົາຍັງມີຫົນທາງອີກຍາວໄກ. ແຕ່ປະຊາຊົນຊາວອອສເຕຣເລຍຈໍານວນຫຼາຍ ແລະຫຼາຍຂຶ້ນມີຄໍາຖາມວ່າ ສຽງດັ່ງກ່າວນີ້ແມ່ນເພື່ອຫຍັງແທ້? ແລະມັນກໍ່ບໍ່ມີລາຍລະອຽດທີ່ແຈ່ມແຈ້ງໃດໆເລີຍສໍາລັບພວກເຂົາເຈົ້າ.”

ສຽງເຖິງລັດຖະສະພາ ໄດ້ຮັບການແນະນໍາ ລຸນຫຼັງບັນດາຜູ້ນໍາຂອງຊົນເຜົ່າພື້ນ ເມືອງມີການພົບປະກັນຢູ່ໃນພາກກາງຂອງອອສເຕຣເລຍໃນຊ່ວງເວລາ 6 ປີທີ່ຜ່ານມາ. ພວກເຂົາເຈົ້າໄດ້ເຊັນຂໍ້ຕົກລົງໃນຖະແຫຼງການ ອູລູຣູ (Uluru) ຈາກຫົວໃຈ (From The Heart), ເຊິ່ງໄດ້ເວົ້າເຖິງຄວາມໝົດຫວັງ ແລະບັນຫາຕ່າງໆທີ່ຍືດເຍື້ອຍາວນານຢູ່ໃນຊຸມຊົນຂອງພວກເຂົາເຈົ້າ.

ປະຊາຊົນຊາດທໍາອິດໃນດິນແດນອອສເຕຣເລຍ ມີປະມານ 3 ເປີເຊັນ ຂອງຈໍານວນປະຊາກອນທັງໝົດ, ແຕ່ພວກເຂົາເຈົ້າ ຊໍ້າພັດໄດ້ຮັບຄວາມທຸກທໍລະມານຈາກຄວາມທຸກຍາກ, ການເຈັບປ່ວຍທາງດ້ານສຸຂະພາບ, ບັນຫາບໍ່ມີວຽກເຮັດງານທໍາ ແລະຈໍານວນການຕິດຄຸກ ຢູ່ໃນອັດຕາທີ່ສູງ.

ການລົງປະຊາມະຕິດັ່ງກ່າວນີ້ ມີໂອກາດໜ້ອຍຫຼາຍທີ່ຈະປະສົບຄວາມສໍາເລັດຢູ່ໃນ ອອສເຕຣເລຍ. ຄັ້ງສຸດທ້າຍມີຂຶ້ນໃນປີ 1999, ເມື່ອຜູ້ມີສິດປ່ອນບັດເລືອກຕັ້ງທັງຫຼາຍ ໄດ້ພາກັນປະຕິເສດຂໍ້ສະເໜີໃຫ້ປ່ຽນມາເປັນສາທາລະນະລັດ ແລະສ້າງສາຍສໍາພັນທາງລັດຖະທໍາມະນູນທີ່ເຂັ້ມແຂງຂອງພວກເຂົາເຈົ້າ ຕໍ່ກະສັດຂອງອັງກິດ.

Australians will vote on October 14, 2023, in a referendum to recognize First Nations people in the constitution by setting up a powerful parliamentary advisory body. Prime Minister Anthony Albanese says the change would make a “positive and practical” difference to the lives of First Nations communities. Critics of reform insist it would be divisive and have little impact. From Sydney, Phil Mercer reports.

Prime Minister Anthony Albanese was welcomed onto the stage in the city of Adelaide with a traditional Indigenous ceremony.

He said Australians will vote in a referendum on October 14 to decide whether to enshrine a so-called Indigenous Voice in the constitution. It would be an independent panel of Aboriginal people that would help to shape government policies and advise federal lawmakers.

Albanese urges voters to back the referendum.

ALBANESE ACT

“Vote Yes for recognition, Vote Yes for listening, Vote Yes for better results. Vote Yes is a change for the better that all of us can make together.”

Opinions polls suggest most Aboriginal people support constitutional reform, but indicate that many other voters do not, at this stage, appear to back changing the constitution.

Critics insist the Voice to Parliament is a “white elitist” project that won’t tackle discrimination or poverty and will further marginalize Aboriginal people. They also insist the proposal will divide Australians.

The No campaign is supported by various groups and has advertisements on TV and radio.

NO VOTE ADVERT ACT.

“This is a massive change, and it will mean that some Australians are treated differently based on the color of their skin. I’ll be voting No.”

Conservative opposition lawmaker Michaelia Cash told reporters that the government’s information about the role and power of the Indigenous advisory body was too vague.

CASH ACT

“We have a long way to go. But everyday more and more Australians they question what is the Voice actually about and there is an absolute lack of detail for them."

The Voice to Parliament was recommended after Indigenous leaders met in Central Australia six years ago. They signed the Uluru Statement From The Heart, which spoke of their despair at the chronic problems in their communities.

First Nations Australians make up about 3% of the population, but they suffer high rates of poverty, ill-health, unemployment and imprisonment.

Referendums rarely succeed in Australia. The last one was in 1999, when voters rejected a proposal to become a republic and severe their constitutional ties to the British monarchy.

XS
SM
MD
LG