ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ປົກປ້ອງສິດທິ ໃນການຕອບໂຕ້ຂອງອິສຣາແອລ ລຸນຫຼັງການໂຈມຕີຂອງກຸ່ມຮາມາສ


ຜູ້ເຂົ້າຮ່ວມໂຮມຊຸມນຸມສະໜັບສະໜູນຊາວປາແລັສໄຕນ໌ ສະແດງທ່າທີຕໍ່ຕ້ານ ຢູ່ດ້ານນອກໂຮງລະຄອນຊິດນີ, ວັນທີ 9 ຕຸລາ 2023.
ຜູ້ເຂົ້າຮ່ວມໂຮມຊຸມນຸມສະໜັບສະໜູນຊາວປາແລັສໄຕນ໌ ສະແດງທ່າທີຕໍ່ຕ້ານ ຢູ່ດ້ານນອກໂຮງລະຄອນຊິດນີ, ວັນທີ 9 ຕຸລາ 2023.

ອອສເຕຣເລຍ ຮຽກຮ້ອງ​ໃຫ້​ໃຊ້​ຄວາມ​ຢັບ​ຢັ້ງ ແລະ​ສະ​ແດງ​ການ​ສະໜັບສະໜູນ​ຕໍ່ອິສຣາ​ແອລ ແລະສິດທິໃນ​ການປ້ອງ​ກັນ​ໂຕ​ ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ໂດຍພວກຫົວຮຸນແຮງກຸ່ມຮາມາສ. ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້, ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມນຸມສະໜັບສະໜູນ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຢູ່​ທີ່ໂຮງ​ລະ​ຄອນ​ຊິດ​ນີ ​ໃນ​ຂະນະ​ທີ່​ຕຶກ​ ເອ້​ປະ​ດັບໄປດ້ວຍ​ສີ​ຂອງ​ທຸງຊາດ​ອິສຣາ​ແອ​ລ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ທິບສຸດາມີລາຍລະອຽດກ່ຽວ​ກັບ​ເລື້ອງນີ້.

ພວກ​ປະ​ທ້ວງ​ທີ່​ສະໜັບສະໜູນ​ປາ​ແລັ​ສ​ໄຕນ໌​ຫຼາຍ​ຮ້ອຍ​ຄົນ, ​ໃນ​ວັນ​ຈັນຜ່ານ​ມາ​ນີ້ ​ໄດ້ພາກັນ​ເດີນ​ຂະ​ບວນຜ່ານ​ນະຄອນ​ຊິດ​ນີ, ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ໄປ​ເຕົ້າ​ໂຮມ​ກັນ ​ຢູ່​ຂັ້ນ​ໄດ​ຂອງ​ໂຮງ​ລະຄອນ​ໃຫຍ່. ເຮືອໃບ ທີ່ມີຊື່ສຽງຂອງປະເທດ ໄດ້ແຈ້ງສະຫວ່າງໄປດ້ວຍໄຟສີຟ້າ ແລະສີຂາວຂອງທຸງຊາດອິສຣາແອລ ເຊິ່ງເປັນການ ສະແດງໃຫ້ເຫັນເຖິງຄວາມເປັນ​ເອກ​ກະ​ພາບ ກັບຊຸມຊົນຊາວຢິວຢູ່ໃນອອສເຕຣເລຍ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໄດ້​ຮຽກ​ຮ້ອງ​ໃຫ້ຍົກເລີກ​ການ​ເດີນ​ຂະ​ບວນ ​ສະ​ຫນັບ​ສະ​ຫນູນປາແລັສໄຕນ໌ ໃນນະຄອນຊິດນີ. ຜູ້ນໍາຝ່າຍຄ້ານອະນຸລັກນິຍົມ ທ່ານປີເຕີ ດັດຕັນ (Peter Dutton) ໄດ້​ປະນາມ​ການ​ປະ​ທ້ວງ​ດັ່ງກ່າວ​ວ່າ "ໜ້າລັງ​ກຽດ" ​ແລະ "ບໍ່​ຄາດ​ຝັນຊິເກີດຂຶ້ນ​ໃນປະເທດ​ອອສເຕຣເລຍຍຸກ​ໃໝ່​."

ນັກ​ເຄື່ອນ​ໄຫວ​ທີ່ສະ​ໜັບ​ສະ​ໜູນ​ຊາວ​ປາ​ແລັ​ສ​ໄຕນ໌​ຄົນ​ໜຶ່ງ​ ​ກ່າວ​ຕໍ່ອົງການ​ຂ່າວ​ທ້ອງ​ຖິ່ນ​ວ່າ ມັນ​ເປັນ “ຄວາມ​ໂສກ​ເສົ້າ​ທີ່​ເຫັນ​ພົນ​ລະ​ເຮືອນ​ຖືກ​ສັງຫານ” ຢູ່​ໃນ​ເຂດກາຊາ ໂດຍ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງອິສະ​ຣາ​ແອລ.

ລັດຖະບານແຄນເບີຣາ ​ໄດ້​ສະ​ແດງ​ການ​ສະໜັບສະໜຸນ​ຂອງຕົນຕໍ່​ອິສຣາ​ແອ​ລ ລຸນຫລັງທີ່​ໄດ້​ເກີດ​ເຫດການຄວາມ​ຮຸນ​ແຮງ​ໃນ​ພາກຕາ​ເວັນ​ອອກ​ກາງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ທ່ານນາງເພັນນີ ວອງ ກ່າວ​ຕໍ່ສະຖານີໂທລະ ພາບຂອງອອ​ສເ​ຕຣ​ເລຍ ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງຮາມາສ ຕໍ່ ອິ​ສ​ຣາແອລ “ເປັນ​ທີ່​ໜ້າລັງ​ກຽດ​.”

ທ່ານນາງກ່າວວ່າ:

“ອິສຣາ​ແອ​ລ​ມີ​ສິດ​ທິປ້ອງ​ກັນ​ໂຕ ແລະ​ນີ້​ແມ່ນ​ການ​ໂຈມ​ຕີ​ທີ່​ໜ້າລັງ​ກຽດ. ການ​ຈັບໂ​ຕ​ປະກັນ, ການ​ໂຈມ​ຕີ​ຕໍ່​ພົນລະ​ເຮືອນ, ຮູບ​ພາບ​ຕ່າງໆເຫຼົ່ານັ້ນ, ຮູບ​ພາບ ​ທີ່ເປັນຕາຢ້ານກົວ, ທີ່​ພວກ​ເຮົາ​ກຳລັງ​ເຫັນຢູ່ນີ້ ​ໄດ້​ເຕືອນ​ພວກ​ເຮົາ​ກ່ຽວ​ກັບ​ສະ ຖານະ​ການ​ຄວາມ​ໝັ້ນຄົງ ​ທີ່​ອິສຣາ​ແອ​ລ ກໍາລັງປະ​ເຊີນ​ໜ້າ​ຢູ່.”

ອອສເຕຣເລຍ ​ໄດ້​ຍົກ​ລະ​ດັບ​ການ​ອອກຄໍາ​ແນະ​ນໍາໃນ​ການ​ເດີນທາງ​ຂອງ​ຕົນ ​ນັບ​ຕັ້ງ​ແຕ່ຄວາມ​ຮຸນ​ແຮງ​ໄດ້​ເລີ່ມ​ຕົ້ນຂຶ້ນ ​ແລະຮຽກ​ຮ້ອງ​ໃຫ້​ພົນ​ລະ​ເມືອງ​ຂອງ​ຕົນ​ "ຄິດ​ຄືນ​ໃຫມ່ຕໍ່​ຄວາມ​ຕ້ອງ​ການ​ຂອງ​ພວກເຂົາເຈົ້າ​ ໃນ​ການ​ເດີນ​ທາງ​ໄປ
​ອິ​ສະ​ຣາ​ແອລ ​ແລະຂົງເຂດ​ປາ​ແລັ​ສໄຕນ໌​ທີ່ຖືກ​ຍຶດ​ຄອງ​, ໂດຍ​ລວມແລ້ວ ​ຍ້ອນ​ສະ​ພາບ​ຄວາມ​ໝັ້ນຄົງທີ່ຍັງບໍ່ປົກກະຕິ, ລວມ​ທັງ​ໄພ​ຂົ່ມ​ຂູ່​ຂອງ​ລັດ​ທິ​ກໍ່​ການ​ຮ້າຍ, ຄວາມຂັດແຍ້ງທາງດ້ານອາວຸດ ແລະ​ຄວາມ​ບໍ່​ສະ​ຫງົບຂອງ​ພົນ​ລະ​ເຮືອນ.”

ອອສເຕຣເລຍ ມີການພົວພັນທາງການທູດກັບອິສຣາແອລ ນັບຕັ້ງແຕ່ປີ 1949 ເປັນຕົ້ນມາ. ໃນນະຄອນຫຼວງແຄນເບີຣາ, ກະຊວງການຕ່າງປະເທດ ແລະການຄ້າເປີດເຜີຍວ່າ "ອອສເຕຣເລຍ ມີສາຍພົວພັນທີ່ອົບອຸ່ນ ແລະໃກ້ຊິດກັບ ອິສຣາແອລ."

ທາງ​ດ້ານ​ການ​ເມືອງ, ລັດຖະບານແຄນເບີຣາ ໄດ້​ມີ​ຄວາມໝັ້ນ​ໝາຍ ຕໍ່ແກ້​ໄຂ​ແບບ​ມີ​ສອງ​ລັດ ລະຫວ່າງ​ອິສຣາ​ແອລ ແລະ​ປາ​ແລັສໄຕ​ນ໌ໃນ​ອ​ະ​ນາ​ຄົດ ໃຫ້ມີຊາຍແດນທີ່​ໄດ້​ຮັບ​ການຮັບຮູ້​ຈາກ​ສາ​ກົນຮ່ວມກັນ.

ຢູ່​ບ່ອນ​ອື່ນ​ໆໃນ​ພາກ​ພື້ນ​ອິນ​ໂດ​-ປາ​ຊີ​ຟິກ, ລັດຖະບານ​ມາ​ເລ​ເຊຍ​ກ່າວ​ວ່າ ປະ​ເທດ​ຂອງຕົນ​ຢຶດໝັ້ນ ໃນຄວາມ​ເປັນ​ເອກ​ກະ​ພາບ​ສຳ​ລັບ​ການ​ຕໍ່ສູ້​ຂອງຊາວ​ປາ​ແລັ​ສ​ໄຕນ໌. ໃນປະເທດອິນໂດເນເຊຍ ເຊິ່ງເປັນຜູ້ສະໜັບສະໜູນຊາວປາແລັສໄຕນ໌ມາດົນນານ, ເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າມີຄວາມກັງວົນຢ່າງເລິກເຊິ່ງກ່ຽວກັບຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະປາແລັສໄຕນ໌ ທີ່ເພີ້ມທະວີຂຶ້ນ ແລະມີການຮຽກຮ້ອງໃຫ້ຍຸຕິຄວາມຮຸນແຮງດັ່ງກ່າວນັ້ນ.

ກະຊວງ​ການ​ຕ່າງປະ​ເທດຂອງ​ເກົາຫຼີ​ໃຕ້​ໄດ້​ປະນາມ​ຕໍ່ “ການ​ໂຈມ​ຕີ​ທີ່​ບໍ່​ຈຳ​ແນ​ກ ຕໍ່​ອິສຣາ​ແອ​ລ.”

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG