ເຈົ້າໜ້າທີ່ກິດຈະການການຕ່າງປະເທດ ແລະດ້ານຄວາມໝັ້ນຄົງຂອງສະຫະລັດ ກັບອອສເຕຣເລຍ ຈະພົບປະກັນໃນເມືອງບຣິສເບນ ເພື່ອປຶກສາຫາລືປະຈໍາປີ. ການປຶກສາຫາລື ລະດັບລັດຖະມົນຕີລະຫວ່າງ ອອສເຕຣເລຍ ແລະສະຫະລັດ ຫຼື AUSMIN 2023, ຈະຖືກຈັດຂຶ້ນໃນວັນເສົາມື້ອື່ນນີ້, ເຊິ່ງຄາດວ່າ ຈະມີການສົນທະນາກັນກ່ຽວກັບການຂາຍເຮືອດໍານໍ້າອັນເປັນສ່ວນນຶ່ງຂອງພັນທະມິດ AUKUS, ຄວາມຂັດແຍ້ງຢູ່ໃນຢູເຄຣນ ແລະຄວາມໝັ້ນຄົງຢູ່ໃນມະຫາສະໝຸດປາຊີຟິກ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍ ອອສຕິນ ມີກໍານົດທີ່ຈະພົບປະຢູ່ໃນເມືອງບຣິສແບນ ເພື່ອຫາລືກັບຄູ່ຕໍາແໜ່ງຝ່າຍອອສເຕຣເລຍໃນວັນເສົາມື້ອື່ນນີ້.
ທ່ານບລິງເກັນ ໄດ້ໄປຢ້ຽມຢາມນິວຊີແລນ ແລະ ທັອງກາ ໃນອາທິດນີ້ ໃນຂະນະທີ່ສະຫະລັດຕ້ອງການຮັດແໜ້ນຄວາມພະຍາຍາມທາງດ້ານການທູດ ເພື່ອຕໍ່ ຕ້ານຄວາມທະເຍີທະຍານຂອງຈີນ ຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ. ທ່ານ ບລິງເກັນ ກ່າວຕໍ່ບັນດານັກຂ່າວຢູ່ປະເທດທັອງກາ ໃນມື້ວັນພຸດແລ້ວນີ້ວ່າ “ໃນຂະນະທີ່ການພົວພັນຂອງຈີນເພີ້ມຂຶ້ນຢູ່ໃນພູມິພາກແຫ່ງນີ້, ໃນວິໄສທັດຂອງພວກເຮົາແລ້ວ ໃນບາງກໍລະນີ ມັນມີບັນຫາທາງພຶດຕິກໍາທີ່ເພີ້ມຂຶ້ນນໍາ.”
ການສົນທະນາກັບເຈົ້າໜ້າທີ່ອອສເຕຣເລຍ ຄາດວ່າ ຈະມີເນື້ອໄນທີ່ກວມລວມ. ບັນດານັກວິເຄາະເຊື່ອວ່າ ເຖິງແມ່ນອັງກິດ ຈະບໍ່ໄດ້ເຂົ້າຮ່ວມໃນການປະຊຸມທີ່ຈັດຂຶ້ນຢູ່ເມືອງບຣິສແບນນີ້, ແຕ່ ການສົນທະນາ AUSMIN ປະຈໍາປີ 2023 ກໍມີລັກສະນະທີ່ແນເປົ້າໝາຍ ໃສ່ກຸ່ມພັນທະມິດ AUKUS, ເຊິ່ງເປັນຫຼັກການທາງດ້ານຄວາມໝັ້ນຄົງຂອງສະຫະລັດ, ອອສເຕຣເລຍ ແລະ ອັງກິດ.
ໃນການປະກາດເມື່ອປີ 2021, ກຸ່ມພັນທະມິດ AUKUS ມີແຜນ ທີ່ຈະອະນຸ ຍາດໃຫ້ອອສເຕຣເລຍສ້າງເຮືອດໍານໍ້າພະລັງງານນິວເຄລຍຈຳນວນນຶ່ງ ໃນມູນ
ຄ່າຫຼາຍຕື້ໂດລາ ໂດຍການຊ່ວຍເຫຼືອຈາກວໍຊິງຕັນ ແລະ ລອນດອນ.
ແນວໃດກໍຕາມ, ການຢັ່ງຫາງສຽງຂອງປະຊາຊົນໃນເດືອນແລ້ວນີ້ ໂດຍສະຖາບັນໂລວີ (Lowy) ເຊິ່ງເປັນອົງການຄົ້ນຄວ້າທີ່ມີສໍານັກງານໃຫຍ່ຢູ່ໃນນະຄອນຊິດນີ ພົບວ່າ ມີພຽງ 1 ສ່ວນ 4 ຂອງປະຊາຊົນອອສເຕຣເລຍເທົ່ານັ້ນ ທີ່ສະໜັບສະໜຸນ ຕໍ່ຂໍ້ຕົກລົງເຮືອດໍານໍ້າດັ່ງກ່າວ, ເຊິ່ງມັນອາດຈະເຮັດໃຫ້ອອສເຕຣເລຍ ຕ້ອງໄດ້ຈ່າຍເງິນສູງເຖິງ 244 ຕື້ໂດລາ.
ທ່ານອາເທີ ຊິໂນດີໂນສ (Arthur Sinodinos), ອະດີດເອກອັກຄະລັດຖະທູດອອສເຕຣເລຍປະຈໍາສະຫະລັດ ກ່າວຕໍ່ສະຖານີໂທລະພາບຂອງອອສເຕຣເລຍໃນວັນພະຫັດວານນີ້ວ່າ ການສົນທະນາ AUSMIN ຈະກວມເອົາຫຼາຍບັນຫາ ເຊິ່ງລວມມີບັນຫາທາງດ້ານຄວາມໝັ້ນຄົງ ແລະການປ່ຽນແປງຂອງສະພາບອາກາດ, ໂດຍທ່ານກ່າວວ່າ:
“ພວກເຂົາເຈົ້າເລີ້ມຕົ້ນຂອບຂອງບັນຫາຕ່າງໆຢູ່ໃນພູມິພາກ. ດັ່ງນັ້ນ, ຕົວຢ່າງ ມັນຈະຕ້ອງມີການປຶກສາຫາລືກ່ຽວກັບສິ່ງທີ່ກໍາລັງເກີດຂຶ້ນໃນດ້ານຄວາມສໍາພັນຂອງສະຫະລັດ ແລະຈີນ. ຕົວຢ່າງ, ເມື່ອໄວໆມານີ້ ສະຫະລັດໄດ້ມີການຍື່ນມືໄປຫາຟີລິບປິນເພີ້ມຂຶ້ນ. ພວກເຂົາເຈົ້າຈະສືບຕໍ່ຫາລືກັນກ່ຽວກັບຄວາມກ້າວໜ້າ ໃນການທົບທວນຄືນດ້ານນິຕິບັນຢັດຢູ່ໃນສະພາສະຫະລັດໃນເລື້ອງນີ້ ພ້ອມທັງນຶ່ງໃນນະວັດຕະກໍາຈາກການປະຊຸມ AUSMIN ໃນປີແລ້ວນີ້ ກ່ຽວກັບສະພາບອາກາດ ທີ່ຖືກລວມເຂົ້າໃນການຫາລືຄັ້ງນີ້ເຊັ່ນກັນ.”
ການເຈລະຈາຫາລືລະດັບລັດຖະມົນຕີທີ່ເມືອງບຣິສແບນ ຍັງຄາດວ່າ ຈະກວມ ເອົາສົງຄາມຢູ່ໃນຢູເຄຣນ ອີກດ້ວຍ. ອອສເຕຣເລຍເປັນນຶ່ງໃນປະເທດທີ່ບໍ່ແມ່ນສະມາຊິກອົງການ NATO ທີ່ໃຫ້ຄວາມຊ່ວຍເຫຼືອແກ່ຄວາມພະຍາຍາມໃນການເຮັດສົງຄາມຂອງກີຢິບ ທີ່ໃຫຍ່ທີ່ສຸດ.
ອອສເຕຣເລຍ, ໄດ້ປັບປ່ຽນຄວາມສໍາພັນກັບສາກົນຂອງຕົນໄປມາ. ໃນປະຫວັດ ສາດ, ພວກເຂົາເຈົ້າມີການພົວພັນທາງດ້ານວັດທະນະທໍາ ແລະສັງຄົມທີ່ໃກ້ຊິດກັບສະຫະລາດຊະອານາຈັກອັງກິດ. ອອສເຕຣເລຍ ມີຊາວອັງກິດເຂົ້າມາຕັ້ງຖິ່ນຖານໃນປີ 1788 ແລະກໍເຄີຍເປັນອະດີດອານານິຄົມຂອງອັງກິດ. ໃນດ້ານເສດ ຖະກິດ, ຄວາມຈະເລີນຮຸ່ງເຮືອງຂອງອອສເຕຣເລຍໃນປັດຈຸບັນນີ້ ແມ່ນຂຶ້ນຢູ່ກັບຈີນ ເປັນຫຼັກ, ເຊິ່ງເປັນປະເທດຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງພວກເຂົາເຈົ້າ.
ແຕ່ສົນທິສັນຍາທາງທະຫານຢ່າງເປັນທາງການຂອງ ອອສເຕຣເລຍກັບສະຫະ ລັດ, ເຊິ່ງຢ້ອນກັບໄປເມື່ອຕົ້ນຊຸມປີ 1950 ແມ່ນໄດ້ຮັບການຮັບຮູ້ ຢ່າງກວ້າງ ຂວາງ ວ່າເປັນຫຼັກໝັ້ນທີ່ສໍາຄັນທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງປະເທດ.
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ຄາດວ່າຈະປະ ກາດການຢ້ຽມຢາມວໍຊິງຕັນ ຢ່າງເປັນທາງການ ໃນໄວໆນີ້, ເຊິ່ງອາດຈະເປັນເດືອນພະຈິກນີ້.