ນຶ່ງໃນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍກໍາລັງຮຽກຮ້ອງ ໃຫ້ບັນດານັກຮຽນສຶກສາແລະພະນັກງານດ້ານວິຊາການທັງຫຼາຍ ລາຍງານໃຫ້ຊາບ ກ່ຽວກັບ “ການແຊກແຊງຂອງລັດຖະບານຕ່າງປະເທດ” ທີ່ພົບເຫັນຢູ່ໃນ ວິທະຍາເຂດ. ນັກເຄື່ອນໄຫວທາງດ້ານສິດທິມະນຸດ ໄດ້ກ່າວວ່າ ບັນດາກຸ່ມທີ່ນິຍົມຈີນ ໄດ້ຂົ່ມຂູ່ພວກນັກສຶກສາທີ່ຕ້ອງຕິວິພາກວິຈານພັກຄອມມູນິສຈີນ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ມະຫາວິທະຍາໄລລັດນິວເຊົາທ໌ເວລໃນນະຄອນຊິດນີ ໄດ້ເຕືອນວ່າ “ການແຊກແຊງຂອງຕ່າງປະເທດ ສາມາດມີຂຶ້ນໃນຮູບການຮາວີລົບກວນ, ການຂົ່ມຂູ່ ຫຼືມີພຶດຕິກໍາຄຸກຄາມໂດຍກົງໃສ່ນັກສຶກສາ ແລະພະນັກງານຂອງມະຫາວິທະຍາໄລ ໃນນາມລັດຖະບານຕ່າງປະເທດ.”
ມະຫາວິທະຍາໄລກ່າວວ່າ “ລັກສະນະຂອງການເຄື່ອນໄຫວນີ້ເປັນໄພຂົ່ມຂູ່ຕໍ່ສິດເສລີພາບໃນດ້ານການສຶກສາ ແລະສິດເສລີພາບໃນການປາກເວົ້າ.”
ມີການສົ່ງອີເມລໄປຫາພວກນັກສຶກສາ ແລະພະນັກງານ ໃນລະຫວ່າງເດືອນ ມິຖຸນາແລະເດືອນກໍລະກົດ ເພື່ອເຕືອນກ່ຽວກັບໄພອັນຕະລາຍຂອງການແຊກແຊງຈາກຕ່າງປະເທດ ຢູ່ໃນວິທະຍາເຂດຂອງມະຫາວິທະຍາໄລ.
ໃນເດືອນມິຖຸນາ ປີ 2021, ບົດລາຍງານຂອງອົງການປົກປ້ອງສິດທິມະນຸດ Human Rights Watch ອອສເຕຣເລຍ ຫຼື HRW ຢືນຢັນວ່າ “ລັດຖະບານຈີນ ຍັງສືບຕໍ່ຕິດຕາມສອດແນມເບິ່ງບັນດານັກສຶກສາຈີນແຜ່ນດິນໃຫຍ່ ແລະນັກສຶກສາຮົງກົງ ຢູ່ໃນມະຫາວິທະຍາໄລຕ່າງໆຂອງອອສເຕຣເລຍ ຜູ້ທີ່ໄດ້ຮັບການຮາວີລົບກວນ ແລະຂົ່ມຂູ່ໂດຍກົງ ຈາກເພື່ອນນັກສຶກສາຈີນ ໃນຫ້ອງຮຽນດຽວກັນ.”
ໃນການສະແດງຄວາມເຫັນຕໍ່ບົດລາຍງານຂອງປີ 2021 ນັ້ນ, ສະຖານທູດຈີນປະຈໍານະຄອນຫຼວງແຄນເບີຣາ ໄດ້ປະຕິເສດຕໍ່ການຢືນຢັນຂອງອົງການ HRW ເຊິ່ງຮ້ອງອົງການ HRW ວ່າ “ມີອະຄະຕິ.”
ທ່ານນາງແດນຽລລາ ກາບວ໌ຊອນ (Daniela Gavshon), ຜູ້ອໍານວຍການອົງ ການປົກປ້ອງສິດທິມະນຸດ Human Rights Watch ອອສເຕຣເລຍ ກ່າວຕໍ່ສະຖານີໂທລະພາບຂອງອອສເຕຣເລຍວ່າ ພຶດຕິກໍາດັ່ງກ່າວນັ້ນ ຍັງຄົງດໍາເນີນຢູ່.
ທ່ານນາງກາບວ໌ຊັນ ກ່າວວ່າ:
“ບັນດາສາດສະດາຈານ ແລະນັກວິຊາການກ່າວວ່າ ນັກສຶກສາທີ່ນິຍົມຈີນ ບໍ່ຈໍາເປັນຈະຕ້ອງມາຈາກກອງກໍາລັງພາຍນອກໂດຍກົງ ຫຼືນໍາພາໂດຍກອງກໍາລັງພາຍນອກ, ແຕ່ພວກທ່ານຮູ້ວ່າ ພວກເຂົາມີແຮງຈູງໃຈສ່ວນໂຕຂອງພວກເຂົາເອງ ທີ່ຢາກສະແດງຄວາມຊື່ສັດຕໍ່ລັດຖະບານ ແລະເມື່ອພວກເຂົາເຊື່ອວ່າ ມີການດູຖູກຕໍ່ຈີນ ຫຼື ຕໍ່ລະບົບຕ່າງໆຂອງຈີນ, ພວກເຂົາຮູ້ສຶກຖືກບັງຄັບໃຫ້ປົກປ້ອງປະເທດຂອງພວກເຂົາໃນທັນທີ. ດັ່ງນັ້ນ, ຕໍ່ຈາກນັ້ນ ພວກເຂົາກໍຈະເຮັດ ສິ່ງຕ່າງໆເຊັ່ນ ຂູ່ເຂຂັນ, ຂົ່ມຂູ່ ເປີດເຜີຍບ່ອນຢູ່ຂອງນັກຮຽນຄົນອື່ນໆ. ສະນັ້ນ ເຈົ້າຮູ້ວ່າ ການເປີດເຜີຍບ່ອນຢູ່ນັ້ນ ແລະທີ່ຈິງແລ້ວ ແມ່ນເປັນສ່ວນນຶ່ງທີ່ພົວພັນກັບພຶດຕິກໍາຂອງການຂົ່ມຂູ່.”
ສະຖານທູດຈີນ ຢູ່ໃນນະຄອນຫຼວງແຄນເບີຣາ ບໍ່ໄດ້ໃຫ້ຄຳຕອບໃດໆ ຕໍ່ການຂໍຄວາມເຫັນຂອງ VOA ກ່ຽວກັບຄວາມກັງວົນຂອງມະຫາວິທະຍາໄລ.
ນອກຈາກ ການກ່າວຫາຈີນ ກ່ຽວກັບການຂົ່ມຂູ່ ຢູ່ວິທະຍາດເຂດຂອງມະຫາວິ ທະຍາໄລອີກແລ້ວ, ພວກນັກເຄື່ອນໄຫວຍັງໄດ້ກ່າວຫາອີຣ່ານ ແລະ ຣວັນດາ ກ່ຽວກັບ “ການບີບບັງຄັບຂ້າມຊາດ” ຢູ່ໃນອອສເຕຣເລຍ ເຊັ່ນກັນ.
ຈົນເຖິງຂະນະນີ້, ຍັງບໍ່ມີການໃຫ້ຄຳຕອບໃດໆຈາກລັດຖະບານເຫຼົ່ານີ້ ຕໍ່ຂໍ້ກ່າວຫາດັ່ງກ່າວ.
ໃນເດືອນເມສາ, ກະຊວງປ້ອງກັນປະເທດຂອງອອສເຕຣເລຍໄດ້ເຕືອນວ່າ ບັນ ດານັກສຶກສາຕ່າງປະເທດ ອາດມີຄວາມສ່ຽງ ທາງດ້ານຄວາມປອດໄພ, ໂດຍເປີດໃຫ້ວິທະຍາເຂດຕ່າງໆຂອງມະຫາວິທະຍາໄລ ຖືກແຊກແຊງຈາກຕ່າງປະເທດ.
ໃນປີ 2019, ອະດີດລັດຖະບານ ທີ່ມີຫົວອະນຸລັກນິຍົມຂອງແຄນເບີຣາ ໄດ້ເຕືອນວ່າ ຈີນອາດໃຊ້ອິດທິພົນທີ່ມີຢູ່ຢ່າງຫຼວງຫຼາຍຂອງຕົນຕໍ່ມະຫາວິທະຍາ ໄລຕ່າງໆ.
ພວກນັກສຶກສາທີ່ພາກັນປະທ້ວງເພື່ອສະໜັບສະໜຸນປະຊາທິປະໄຕຢູ່ໃນຮົງກົງກ່າວວ່າ ພວກເຂົາເຈົ້າຖືກຕິດຕາມສອດແນມເບິ່ງໂດຍບັນດາສ່ວນບຸກຄົນທີ່ມີຄວາມຈົງຮັກພັກດີຕໍ່ປັກກິ່ງ.
ອົງການຕິດຕາມເບິ່ງການແຊກແຊງຂອງຕ່າງປະເທດໃນມະຫາວິທະຍາໄລໄດ້ ຖືກຕັ້ງຂຶ້ນໃນອອສເຕຣເລຍ ເມື່ອເດືອນພະຈິກ ປີ 2019, ເຊິ່ງຫຼັງຈາກນັ້ນໄດ້ເປີດເຜີຍວິທີທາງເພື່ອຊ່ວຍຍຸຕິການລົບກວນຢູ່ໃນຫ້ອງຮຽນ.
ໃນເວລາດຽວກັນ, ນັກວິຊາການບາງຄົນໄດ້ໂຕ້ແຍ້ງ ຢູ່ໃນການອະພິປາຍກ່ຽວກັບການກ່າວຫາວ່າປັກກິ່ງ ມີອິດທິພົນຕໍ່ມະຫາວິທະຍາໄລຕ່າງໆໃນອອສເຕຣເລຍນັ້ນ ແມ່ນດໍາເນີນງານໂດຍ “ພວກທີ່ມີແນວຄິດຕໍ່ຕ້ານຈີນ.”