ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີອອສເຕຣເລຍ ເດີນທາງມາ ວໍຊິງຕັນ ສໍາລັບການຫາລືທາງພັນທະມິດທີ່ສໍາຄັນ ດ້ານຄວາມໝັ້ນຄົງ


ແຟ້ມຮູບ- ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພົບກັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານອາລບານີສ ແລະນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ຢູ່ທີ່ຖານທັບເຮືອ Loma ໃນນະຄອນແຊນດີເອໂກ, ລັດຄາລິຟໍເນຍ, ວັນທີ 13 ມີນາ 2023.
ແຟ້ມຮູບ- ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພົບກັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານອາລບານີສ ແລະນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ຢູ່ທີ່ຖານທັບເຮືອ Loma ໃນນະຄອນແຊນດີເອໂກ, ລັດຄາລິຟໍເນຍ, ວັນທີ 13 ມີນາ 2023.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ເດີນທາງມາເຖິງ ສະຫະລັດ ໃນວັນຈັນວານນີ້ ເພື່ອຢ້ຽມຢາມເປັນເວລາ 4 ມື້, ໂດຍຫວັງວ່າ ຈະມີຄວາມຄືບໜ້າໃນຂໍ້ຕົກລົງເຮືອດຳນ້ຳນິວເຄລຍ ອໍກັສ (AUKUS). ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ຊຶ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ.

ສາຍ​ພົວ​ພັນທາງ​ດ້ານ​ຄວາມ​ໝັ້ນຄົງ​ຢ່າງ​ເປັນ​ທາງ​ການ​ຂອງ​ ອອສເຕຣເລຍ ກັບ ​ສະ​ຫະ​ລັດ ມີ​ມາ​ແຕ່ຕົ້ນ​ຊຸມ​ປີ 1950.

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານແອນໂທນີ ອາລບານີສ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ໃນ​ນະ​ຄອນຫຼວງແຄນເບີຣາ ໃນ​ວັນ​ຈັນ​ວານ​ນີ້​ວ່າ "​ພັນ​ທະ​ມິດ​ລະ​ຫວ່າງ ​ອອສເຕຣເລຍ ​ແລະ ​ສະ​ຫະ​ລັດ ​ແມ່ນ​ແກນສໍາຄັນດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຂອງອອສເ​ຕຣ​ເລຍ."

ການ​ຢ້ຽມ​ຢາມ ​ສະ​ຫະ​ລັດ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ ຈະ​ປະ​ກອບ​ດ້ວຍການ​ພົບ​ປະ​ຄັ້ງ​ທີ 9 ຂອງ ທ່ານອາລບານີສ ກັບ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດັນ ໃນໄລຍະ 16 ເດືອນ​ທີ່​ຜ່ານ​ມາ.

ນາຍົກລັດຖະມົນຕີອອສເຕຣເລຍກ່າວ​ວ່າ ທ່ານຈະຈັດການ​ຈະ​ເຈລະຈາຫາລື​ກັບ​ບັນດາ​ສະມາຊິກ​ສະພາ​ສູງ​ສະຫະລັດ ກ່ຽວ​ກັບ​ກົດໝາຍ​ທີ່​ຈຳ​ເປັນ​ເພື່ອ​ຮັບປະກັນ​ຄວາມ​ກ້າວໜ້າ​ຂອງ​ກຸ່ມພັນທະ​ມິດ AUKUS. ອົງການຂ່າວຂອງອອ​ສເ​ຕເ​ລຍ​ລາຍ​ງານ​ວ່າ ສະມາຊິກ​ສະພາ​ສະຫະລັດຈໍານວນນຶ່ງ ​ມີ​ຄວາມກັງວົນ​ຢ່າງ​ຫຼວງ​ຫຼາຍ​ກ່ຽວ​ກັບຂໍ້ຕົກລົງ​ດັ່ງກ່າວ.

ສັນຍາ AUKUS​ ແມ່ນ​ຂໍ້​ຕົກ​ລົງ​ສາມ​ຝ່າຍ​ທີ່​ໄດ້​ປະກາດ​ໃນ​ເດືອນ​ກັນຍາ ​ປີ 2021 ກັບ​ສະຫະລັດ ​ແລະ ​ອັງກິດ ເຊິ່ງ​ຈະເຮັດ​ໃຫ້​ ອອ​ສເຕຣເລຍ ເຂົ້າ​ເຖິງ​ເຮືອ​ດຳ​ນ້ຳ​ພະລັງງານ​ນິວ​ເຄລຍ​ໄດ້ເປັນ​ຄັ້ງ​ທຳ​ອິດ. ມີການຄາດການວ່າ ຂໍ້​ຕົກລົງ​ດັ່ງກ່າວ ​ສາມາດ​ເຮັດ​ໃຫ້ຄ່າໃຊ້ຈ່າຍຂອງ​ ອອສ​ເຕຣ​ເລຍ ​ສູງ​ເຖິງ 244 ຕື້​ໂດ​ລາ​ ​ແລະ ​ເຫັນ​ໄດ້​ຢ່າງ​ກວ້າງ​ຂວາງ​ວ່າ ​ເປັນ​ການ​ຕໍ່ຕ້ານ​ການ​ເພີ້ມຂຶ້ນທາງດ້ານອິດທິພົນຂອງ​ ຈີນ ຢູ່​ໃນ​ຂົງ​ເຂດ​ອິນ​ໂດ-ປາຊີ​ຟິກ.

ທ່ານແຄວິນ ຣາດ (Kevin Rudd) ​ເຊິ່ງເປັນ​ເອກ​ອັກຄະ​ລັດຖະທູດ​ ອອສເຕຣເລຍ ປະຈຳ​ສະຫະລັດ ​ແລະ ​ເປັນ​ອະດີດ​ນາຍົກລັດຖະມົນຕີ.

ທ່ານ​ກ່າວ​ຕໍ່ສະຖານີໂທລະພາບຂອງອອສເຕຣເລຍ​ ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ເປັນພາຄີ AUKUS ຈະ​ເປັນ​ພາກສ່ວນ​ສຳຄັນໃນ​ການ​ຢ້ຽມຢາມ ວໍ​ຊິງ​ຕັນ ຂອງ ທ່ານອາລບານີສ, ພ້ອມ​ດ້ວຍ​ການ​ເຈລະຈາ​ກ່ຽວ​ກັບ​ພະລັງງານທີ່​ສະອາດ.

ທ່ານຣາດ ກ່າວວ່າ:

"ເຮັດໃຫ້ໝັ້ນໃຈວ່າ ທຸກໆກົດໝາຍຂອງ AUKUS ທີ່ກ່ຽວຂ້ອງ ຈະໄປໃນຊ່ອງທາງທີ່ປະສົບຜົນສໍາເລັດຂອງຕົນ ໂດຍຜ່ານລັດຖະສະພາສະຫະລັດ. ອັນທີສອງ, ເປີດ​ກວ້າງ​ການ​ພົວພັນ​ທາງດ້ານ​ເສດຖະກິດ ໃນດ້ານ​ເທັກ​ໂນ​ໂລ​ຈີຂໍ້​ມູນ​ຂ່າວ​ສານ, ເທັກ​ໂນ​ໂລ​ຈີ​ທາງດ້ານຄວາມໝັ້ນຄົງ ແລະ​ເທັກ​ໂນ​ໂລ​ຈີດ້ານ​ພະລັງງານ​ທີ່ສະອາດ ແລະອີກຄັ້ງນຶ່ງ ເພື່ອຍົກລະດັບ​ດ້ານ​ພະລັງງານທີ່​ສະອາດ​ຂອງ​ພວກ​ເຮົາໃຫ້ໝັ້ນແກ່ນ ແລະການດໍາເນີນງານໃໝ່ຮ່ວມກັນ​ ກ່ຽວ​ກັບ​ແຮ່ທາດ​ທີ່​ສຳຄັນຍິ່ງ.”

ກ່ອນ​ໜ້ານັ້ນ ຈີນ​ໄດ້​ວິຈານຕໍ່​ຂໍ້​ຕົກລົງ AUKUS, ​ໂດຍ​ກ່າວ​ຫາ​ ສະຫະລັດ, ອັງກິດ ​ແລະ ອອສເ​ຕຣເ​ລຍ ​ວ່າ “ເດີນ​ໄປ​ຕາມເສັ້ນທາງ​ທີ່​ອັນຕະລາຍ ​ເພື່ອ​ຜົນ​ປະ​ໂຫຍ​ດທາງ​ການ​ເມືອງ​ທີ່​ເຫັນ​ແກ່​ຕົວ​ຂອງພວກ​ເຂົາ…ໂດຍບໍ່ສົນໃຈຕໍ່ຄວາມກັງວົນຂອງປະຊາຄົມນານາຊາດ.”

ໃນວັນອາທິດແລ້ວນີ້, ທ່ານອາລບານີສ ຢືນຢັນວ່າ ທ່ານຈະໄປຢ້ຽມຢາມປັກກິ່ງໃນຕົ້ນເດືອນພະຈິກ ເພື່ອພົບປະກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ. ຍ້ອນຂໍ້ພິພາດກ່ຽວກັບການສົ່ງອອກເຫຼົ້າວາຍຂອງ ອອສເຕຣເລຍ ຢູ່ອົງການການຄ້າໂລກ ຈຶ່ງໄດ້ຖືກລະງັບ ເນື່ອງຈາກທັງສອງປະເທດພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງທາງດ້ານການຄ້າ ແລະຄວາມເຄັ່ງຕຶງທາງດ້ານການທູດ ທີ່ແກ່ຍາວມາດົນນານ.

ຈີນ​ໄດ້​ຕົກລົງ​ທີ່​ຈະທົບທວນ​ຄືນກ່ຽວກັບ​ການ​ເກັບ​ພາສີ​ນຳ​ເຂົ້າ​ເຫຼົ້າວາຍ​ຂອງ​ອອສເຕຣເລຍ. ໃນທາງດຽວກັນ, ລັດຖະບານໃນນະຄອນຫຼວງແຄນເບີຣາ ກໍາລັງລະງັບການດໍາເນີນງານຂອງຕົນຢູ່ໃນອົງການ WTO. ການ​ເກັບ​ພາ​ສີ​ໄດ້​ຖືກ​ກໍານົດຂຶ້ນ​ໃນ​ປີ 2020 ເນື່ອງຈາກການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ຊຸດ​ໂຊມ​ລົງ​ຢ່າງໄວວາ​ ກ່ຽວ​ກັບ​ຂໍ້ພິພາດທາງ​ດ້ານ​ພູມ​ສາດ​ການ​ເມືອງ​ຕ່າງໆ. ຂໍ້​ຈໍາ​ກັດ​ຕໍ່​ສິນ​ຄ້າອື່ນໆຂອງ​ອອ​ສເ​ຕຣ​ເລຍ​, ລວມ​ທັງ​ເຂົ້າ​ບາ​ເລ່, ກໍໄດ້​ຖືກ​ຍົກ​ເລີກ​ໄປ​. ທ່ານອາລບານີສ ໄດ້ໃຊ້ວິທີການປະເຊີນຫນ້າກັບຈີນ ຫນ້ອຍລົງກວ່າ ລັດຖະບານອະນຸລັກນິຍົມໃນເມື່ອກ່ອນ ທີ່ທ່ານເອົາຊະນະການເລືອກຕັ້ງໃນປີແລ້ວນີ້.

ຢູ່ນະຄອນຫຼວງ ວໍຊິງຕັນ ໃນອາທິດນີ້, ທ່ານອາລບານີສ ຈະເຂົ້າຮ່ວມໃນງານລ້ຽງອາຫານຄ່ຳຢ່າງເປັນທາງການ ແລະຮ່ວມກອງປະຊຸມຢູ່ທີ່ຫ້ອງການຮູບໄຂ່ຂອງທຳນຽບຂາວ ກັບປະທານາທິບໍດີ ໄບເດັນ.

ອ່ານບົດລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG