ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ ແອນໂທນີ ອາລບານີສ ໄດ້ນຳສະເໜີທຸລະກິດໃໝ່ ໃນວັນພຸດທີ່ຜ່ານມາ ຕໍ່ບັນດາຜູ້ນໍາປະເທດ ເອເຊຍຕາເວັນອອກສຽງໃຕ້ ຢູ່ທີ່ກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງຈາກາຕາ. ເອເຊຍຕາເວັນອອກສຽງໃຕ້ເປັນຄູ່ການຄ້າ ລາຍໃຫຍ່ອັນດັບສອງຂອງອອສເຕຣເລຍ ຖັດຈາກຈີນ, ແຕ່ລັດຖະບານແຄນເບີຣາ ຫວັງວ່າຈະລົງເລິກການພົວພັນດ້ານເສດຖະ ກິດກັບປະເທດເພື່ອນບ້ານເພື່ອຫຼຸດຜ່ອນການເອື່ອຍອີງທາງການຄ້າຕໍ່ປັກກິ່ງ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງອາດນະສັກ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ການຄ້າແມ່ນສ່ວນສຳຄັນຂອງເສດຖະກິດອອສເຕຣເລຍ. ມັນປະກອບສ່ວນຫຼາຍກວ່າ 40% ຂອງລາຍຮັບຂອງປະເທດ, ຫຼື GDP.
12 ໃນ 15 ຕະຫຼາດສົ່ງອອກຫຼັກ ຂອງອອສເຕຣເລຍແມ່ນຢູ່ໃນເອເຊຍ. ມາຮອດປະຈຸບັນ, ຈີນແມ່ນປະເທດທີ່ພົ້ນເດັ່ນທີ່ສຸດ, ໂດຍກວມເອົາປະມານ 1/3 ຂອງການສົ່ງອອກສິນຄ້າ ແລະ ການບໍລິການຂອງອອສເຕຣເລຍ.
ສະມາຄົມບັນດາປະເທດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ຍັງເປັນກຸ່ມການຄ້າທີ່ສຳຄັນ, ໂດຍກວມເອົາ 12% ຂອງການສົ່ງອອກທັງໝົດຂອງອອສເຕຣເລຍ.
ໃນປີ 2021, ການຄ້າຂອງອອສເຕຣເລຍກັບບັນດາປະເທດອາຊຽນມີມູນຄ່າເຖິງ 80.8 ຕື້ໂດລາສະຫະລັດ, ເຊິ່ງຫຼາຍກວ່າການຄ້າສອງຝ່າຍກັບຍີ່ປຸ່ນ ແລະ ສະ ຫະລັດ, ອີງຕາມຂໍ້ມູນຢ່າງເປັນທາງການຂອງລັດຖະບານ.
ຖ່ານຫີນ ແລະ ແກັສທຳມະຊາດແມ່ນສິນຄ້າສົ່ງອອກທີ່ສຳຄັນຂອງອອສເຕຣເລຍ ໄປຍັງກຸ່ມອາຊຽນ, ພ້ອມກັບສິນຄ້າກະສິກຳ ແລະ ການບໍລິການການສຶກສາ. ສະມາຊິກອາຊຽນຂາຍຜະລິດຕະພັນນ້ຳມັນເຊື້ອໄຟ, ພາຫະນະ ແລະການບໍລິການຂົນສົ່ງໃຫ້ກັບອອສເຕຣເລຍ.
ພາກພື້ນອາຊຽນລວມມີປະເທດທີ່ເຕີບໂຕໄວທີ່ສຸດໃນໂລກ, ທີ່ມີປະຊາກອນທີ່ອາໃສຢູ່ໃນຕົວເມືອງ, ເປັນຮູບແບບດິຈິຕອລ ແລະມີການສຶກສາເພີ່ມຂຶ້ນ. ແຕ່ບົດລາຍງານຂອງລັດຖະບານທີ່ນະຄອນຫຼວງແຄນເບີຣາກ່າວວ່າ, ການພົວພັນດ້ານການຄ້າກັບສະມາຊິກອາຊຽນໄດ້ຢຸດສະງັກ ແລະຈຳເປັນຕ້ອງໄດ້ຮັບການສົ່ງເສີມໂດຍການເພີ່ມຈຳນວນຖ້ຽວບິນໄປຍັງພາກພື້ນດັ່ງກ່າວ ແລະ ຫຼຸດຜ່ອນອຸປະສັກຕໍ່ການລົງທຶນຂອງຕ່າງປະເທດ.
ສາຍພົວພັນດ້ານເສດຖະກິດປະຈໍາປີຂອງອອສເຕຣເລຍກັບອິນໂດເນເຊຍມີມູນຄ່າປະມານ 4.64 ຕື້ໂດລາ, ຫຼືຫນ້ອຍກວ່າ 2% ຂອງການຄ້າທັງຫມົດໃນທົ່ວໂລກຂອງອອສເຕຣເລຍ.
ນາຍົກລັດຖະມົນຕີ ແອນໂທນີ ອາລບານີສ ກ່າວຕໍ່ລັດຖະສະພາໃນນະຄອນຫຼວດງແຄນເບີຣາ ໃນວັນອັງຄານວ່າ ນີ້ເປັນພື້ນທີ່ນຶ່ງທີ່ທ່ານຫວັງວ່າຈະເພີ່ມທະວີສາຍພົວພັນທາງການຄ້າ, ໂດຍໄດ້ກ່າວວ່າ:
“ພວກເຮົາມີອິນໂດເນເຊຍ, ເຊິ່ງເປັນນື່ງໃນປະເທດທີ່ມີເສດຖະກິດ ແລະປະຊາທິປະໄຕໃຫຍ່ທີ່ສຸດຂອງໂລກ, ຢູ່ໜ້າປະຕູບ້ານຂອງພວກເຮົາ. ແຕ່ຄວາມຈິງແມ່ນມັນບໍ່ໄດ້ຢູ່ໃນ ແມ້ແຕ່ ບັນດາຄູ່ຄ້າຊັ້ນນໍາຂອງພວກເຮົາ.”
ການຄ້າຂອງອອສເຕຣເລຍກັບຈີນຖືກລົບກວນໃນຊຸມປີມໍ່ໆມານີ້ ຍ້ອນຄວາມຂັດແຍ້ງທາງດ້ານພູມສາດການເມືອງຕ່າງໆ, ລວມທັງປະຊາທິປະໄຕໃນຮົງກົງ, ຄວາມເສລີໃນການເດີນເຮືອໃນທະເລຈີນໃຕ້, COVID-19 ແລະສິດທິມະນຸດ, ສົ່ງຜົນໃຫ້ ອອສເຕຣເລຍຕ້ອງຊອກຫາຕະຫຼາດໃຫມ່ແລະ ກະຈາຍການຄ້າຂອງຕົນ.
ທ່ານ ລີ ຮາວເວີດ (Leigh Howard), ຫົວຫນ້າຂອງ Asialink Business ຢູ່ມະຫາວິທະຍາໄລ ເມລເບີນ. ທ່ານບອກກັບວີໂອເອວ່າ ສະມາຊິກອາຊຽນເປັນຕົວແທນໃຫ້ແກ່ໂອກາດອັນດີຂອງອອສເຕຣເລຍ, ໂດຍໄດ້ກ່າວວ່າ:
"ການກະຈາຍຄວາມສ່ຽງຍັງຄົງເປັນຫົວຂໍ້ຫຼັກ ໃນຂະນະທີ່ທຸລະກິດຕ່າງໆຊອກຫາຕະຫຼາດໃຫມ່ນອກຈາກ ຫຼືແທນທີ່ປະເທດຈີນ. ອີກເທື່ອນື່ງ, ດ້ວຍຄວາມໃກ້ຊິດກັບເອເຊຍຕາເວັນອອກສຽງໃຕ້, ຊົນຊັ້ນຮັ່ງມີທີ່ເພີ່ມຂຶ້ນໃນບັນດາປະເທດຂະໜາດໃຫຍ່ທີ່ມີປະຊາກອນໜ້າແໜ້ນເລົ່ານີ້ ເຮັດໃຫ້ເກີດໂອກາດທີ່ໜ້າ ສົນໃຈ ສຳລັບທຸລະກິດໃນອອສເຕຣເລຍ.”
ກຸ່ມ 10 ຊາດອາຊຽນ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1967. ລວມມີ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ບຣູໄນ, ຫວຽດນາມ, ລາວ, ມຽນມາ ແລະ ກຳປູເຈຍ.
ກອງປະຊຸມສຸດຍອດອາຊຽນປະຈຳປີຂອງປີນີ້ຢູ່ນະຄອນຫຼວງຈາກາຕາໄດ້ຮັບຄວາມ ສົນໃຈ ເນື່ອງຈາກບໍ່ມີປະທານປະເທດຈີນ ທ່ານ ສີ ຈິ້ນ ຜິງ ແລະຄູ່ຮ່ວມຕຳແໜ່ງຈາກສະຫະລັດ ທ່ານ ໂຈ ໄບເດັນ ເຂົ້າຮ່ວມ.