ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ການຄ້າ ແລະ ຄວາມໝັ້ນຄົງ ແມ່ນ​ລວມ​ຢູ່​ໃນ​ການ​ ຫາລື ລະຫວ່າງອອສເຕຣເລຍ ແລະນິວຊີແລນ

ແຟ້ມຮູບ-ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກ່າວຄຳປາໄສກ່ຽວກັບຄວາມສໍາຄັນ ຢູ່ທີ່ຢູ່ທີ່ກອງປະຊຸມ IISS Shangri-La ຄັ້ງທີ 20 ທີ່ຈັດຂຶ້ນໃນປະເທດສິງກະໂປ, ວັນທີ 2 ມິຖຸນາ 2023.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສເດີນທາງໄປຢ້ຽມຢາມນິວຊີແລນຢ່າງເປັນທາງ ໃນວັນພຸດແລ້ວນີ້. ຄາດ​ວ່າ ການຄ້າແລະດ້ານຄວາມໝັ້ນຄົງ ພ້ອມທັງຄວາມທະເຍີທະຍານຂອງຈີນ ຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ ຈະເປັນວາລະ ຂອງການປະຊຸມໃນຄັ້ງນີ້. ໃນປີນີ້ ທັງສອງປະ ເທດພາກັນສະເຫຼີມສະຫຼອງວັນຄົບຮອບ 80 ປີ ຂອງສາຍພົວພັນທາງການທູດ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ເຖິງແມ່ນຈະຖືກແຍກອອກຈາກກັນ ໂດຍທະເລ ທັສມານ (Tasman), ແຕ່ ອອສເຕຣເລຍ ແລະ ນິວຊີແລນ ແມ່ນມີສາຍພົວພັນທີ່ໃກ້ຊິດກັນທີ່ສຸດ. ສາຍພົວພັນທາງດ້ານວັດທະນະທໍາ, ສັງຄົມ ແລະ ເສດຖະກິດ ມີຄວາມຮັດແໜ້ນຢ່າງເລິກເຊິ່ງ.

ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກ່າວວ່າ ທ່ານຕ້ອງການ “ເສີມສ້າງຄວາມເຂັ້ມແຂງ ທາງມິດຕະພາບທີ່ພິເສດ.” ຄູ່ຕໍາ
ແໜ່ງຂອງທ່ານ, ທ່ານຄຣິສ ຮິບກິນສ໌ (Chris hipkins) ເຊື່ອວ່າ ສາຍສໍາພັນສອງຝ່າຍຂອງພວກເຂົາເຈົ້າ ແມ່ນ “ມີມາຫຼາຍທົດສະວັດແລ້ວ.”

ເຖິງແມ່ນຈະມີຄວາມຂັດແຍ້ງກ່ຽວກັບການເນລະເທດຊາວນິວຊີແລນຂອງແຄນເບີຣາ ທີ່ຖືກຕັດສິນວ່າມີຄວາມຜິດໃນຄະດີອາຊະຍາກໍາຮ້າຍແຮງ. ລັດຖະບານໃນນະຄອນຫຼວງວິລລິງຕັນ ໄດ້ຕ້ອງຕິວ່າ ບັນດາຜູ້ຖືກເນລະເທດມັກຈະມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ສຳ​ພັນ​ພຽງ​ເລັກ​ນ້ອຍ​ກັບນິວຊີແລນ. ແນວໃດກໍຕາມ, ນະໂຍ ບາຍດັ່ງກ່າວນັ້ນ ໄດ້ຫຼຸດຜ່ອນລົງແລ້ວ.

ນັບຕັ້ງແຕ່ເລີ້ມເຂົ້າເດືອນກໍລະກົດມາ, ເຊິ່ງມັນມີຄວາມງ່າຍຂຶ້ນ ສໍາລັບຊາວນິວຊີແລນທີ່ອາໄສຢູ່ໃນອອສເຕຣເລຍນັ້ນ ຈະໄດ້ຮັບສັນຊາດຂອງປະເທດດັ່ງ​ກ່າວ.

ການຄ້າ, ຈະເປັນວາລະຂອງການປະຊຸມໃນຄັ້ງນີ້ ເນື່ອງຈາກປະເທດທັງສອງ ພາກັນສະເຫຼີມສະຫຼອງຄົບຮອບ 40 ປີ ກ່ຽວກັບຂໍ້ຕົກລົງການຄ້າເສລີ ທີ່ມີການພົວພັນທາງດ້ານເສດຖະກິດທີ່ໃກ້ຊິດກັນ.

ໃນປີ 2009, ນິວຊີແລນ ແລະ ອອສເຕຣເລຍ ຍັງໄດ້ເຊັນຂໍ້ຕົກລົງ ການຄ້າເສລີ ກັບ​ສະ​ມາຄົມບັນ​ດາ​ປະ​ຊາ​ຊາດ ​ໃນ​ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ເຊິ່ງເປັນກຸ່ມຈັດ​ຕັ້ງພູມິພາກ​ທີ່​ປະ​ກອບ​ດ້ວຍ 10 ປະເທດ.

ບັນດານັກວິເຄາະກ່າວວ່າ ຄວາມທະເຍີທະຍານທາງດ້ານການທູດ, ການຄ້າ ແລະການທະຫານຂອງຈີນ ຢູ່ໃນເຂດມະຫາສະໝຸດປາຊີຟິກ ຍັງຈະມີການຫາລືກັນໂດຍຜູ້ນໍາທັງສອງປະເທດ ໃນລະຫວ່າງການຢ້ຽມຢາມສອງມື້ ຂອງທ່ານອາລບານີສ ອີກດ້ວຍ.

ໃນປີແລ້ວນີ້, ປັກກິ່ງ ໄດ້ບັນ​ລຸຂໍ້ຕົກລົງທາງດ້ານຕໍາຫຼວດກັບປະເທດໝູ່ເກາະໂຊໂລມອນ, ເຊິ່ງເປັນປະເທດໝູ່ເກາະຂອງຊາວເມລາເນຊຽນ (Melanesian) ທີ່ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຂອງປະເທດອອສເຕຣເລຍ.

ແນວໃດກໍຕາມ, ຈີນ ບໍ່ປະສົບຜົນສໍາເລັດໃນການຊັກຊວນປະເທດໝູ່ເກາະອື່ນໆ ໃຫ້ເຂົ້າຮ່ວມໃນຂໍ້ຕົກລົງທີ່ກວ້າງຂວາງຢູ່ໃນພູມິພາກແຫ່ງນີ້.

ແຕ່ສາດສະດາຈານ ຈອນ ບລາກສ໌ແລນ (John Blaxland) ຈາກມະຫາວິ ທະຍາໄລແຫ່ງຊາດອອສເຕຣເລຍ ບອກ VOA ວ່າ: ຈີນ ຈະຍັງຄົງດໍາເນີນຄວາມທະເຍີທະຍານຂອງຕົນຕໍ່ໄປ.

ທ່ານບລາກສ໌ແລນ ກ່າວວ່າ:

“ພວກເຮົາກໍາລັງປະເຊີນໜ້າກັບສິ່ງທີ່ຂ້າພະເຈົ້າອະທິບາຍໄດ້ວ່າ ເປັນການແຂ່ງ ຂັນທີ່ບໍ່ມີຂີດຈໍາກັດ. ຈີນບໍ່ມີວັນຍອມແພ້. ຈີນ ກໍາລັງຫຼິ້ນເກມໄລຍະຍາວ. ຈີນ ມີຄວາມສົນໃຈຫຼາຍໆຢ່າງເຊັ່ນ ຜົນປະໂຫຍດທາງດ້ານເສດຖະກິດ ແລະດ້ານ ອື່ນໆ, ຜົນປະໂຫຍດໃນດ້ານຍຸດທະສາດ ຢູ່ບໍລິເວນຂົງເຂດມະຫາສະໝຸດປາຊີ ຟິກເໜືອໝູ່ເກາະໂຊໂລມອນ ແລະພວກເຂົາກໍມີຄວາມອົດທົນ. ແລະມັນກໍເກີດຂຶ້ນ ເພື່ອຂັດຂວາງກັບຜົນປະໂຫຍດຂອງອອສເຕຣເລຍ ແລະນິວຊີແລນ ພ້ອມ ດ້ວຍບັນດາປະເທດພາຄີອື່ນໆເຊັ່ນ ສະຫະລັດ.”

ລັດຖະບານອ່ຽງຊ້າຍຂອງອອສເຕຣເລຍ ໄດ້ຮັບການເລືອກຕັ້ງໃນເດືອນພຶດສະ ພາ ປີ 2022, ແລະໄດ້ໃຊ້ຄວາມພະຍາຍາມຮ່ວມກັນ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງກັບຈີນ. ພວກເຂົາເຈົ້າມີຄວາມຂັດແຍ້ງກັນໃນຊ່ວງບໍ່ເທົ່າໃດປີມານີ້ ກ່ຽວກັບຂໍ້ພິພາດຫຼາຍໆຢ່າງທາງດ້ານການເມືອງ, ເຊິ່ງລວມມີ ຂໍ້ພິພາດທາງດ້ານປະຊາ ທິປະໄຕ ຢູ່ໃນຮົງກົງ, ຂໍ້ພິພາດທາງດ້ານເສລີພາບໃນການເດີນເຮືອຢູ່ໃນທະເລຈີນໃຕ້ ແລະໄພຂົ່ມ​ຂູ່​ຕໍ່ໄຕ້ຫວັນ.

ການລົງໂທດທາງດ້ານການຄ້າທີ່ຖືກກໍານົດໂດຍ ຈີນ ກ່ຽວກັບລາຍການສິນຄ້າຕ່າງໆຂອງ ອອສເຕຣເລຍ ກໍໄດ້ທໍາລາຍຄວາມສໍາພັນເຊັ່ນກັນ, ແຕ່ບັນດານັກວິເຄາະກ່າວວ່າ ການປະຊຸມຂັ້ນສູງຂອງຄະນະລັດຖະມົນຕີ ກໍໄດ້ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງລົງ.

ຈີນ, ເປັນປະເທດຄູ່ຄ້າທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ, ແຕ່ການເປັນພັນທະມິດທາງທະຫານທີ່ຍາວນານກັບສະຫະລັດ ຂອງແຄນເບີຣາ ໄດ້ກາຍເປັນ​ແຫຼ່ງ​ທີ່​ມີ​ຂອງ​ຄວາມ​ເປັນ​ປໍ​ລະ​ປັກກັບປັກກິ່ງ.

ອ່ານບົດລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG