ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາຂອງອອສເຕຣເລຍ ອອກມາເຕືອນກ່ຽວກັບໄພຂອງສຸຂະພາບຈາກເຄື່ອງປັບອາກາດ


ແຟ້ມຮູບ-ຜູ້ຊາຍຄົນນຶ່ງ ຢືນແນມເບິ່ງຝາທີ່ສະແດງໃຫ້ເຫັນກ່ຽວກັບລຸ້ນຕ່າງໆຂອງເຄື່ອງປັບອາກາດ ທີ່ກໍາລັງຫຼຸດລາຄາ ຢູ່ທີ່ຮ້ານຄ້າ, ໃນນະຄອນຫຼວງໂຣມ, ວັນທີ 25 ກໍລະກົດ 2023.
ແຟ້ມຮູບ-ຜູ້ຊາຍຄົນນຶ່ງ ຢືນແນມເບິ່ງຝາທີ່ສະແດງໃຫ້ເຫັນກ່ຽວກັບລຸ້ນຕ່າງໆຂອງເຄື່ອງປັບອາກາດ ທີ່ກໍາລັງຫຼຸດລາຄາ ຢູ່ທີ່ຮ້ານຄ້າ, ໃນນະຄອນຫຼວງໂຣມ, ວັນທີ 25 ກໍລະກົດ 2023.

ຖ້າໃຊ້ແອເຢັນຫຼາຍເກີນໄປ ກໍອາດຈະສົ່ງຜົນທີ່ບໍ່ດີຕໍ່ສຸຂະພາບຂອງພວກເຮົາໄດ້, ອີງຕາມການສຶກສາຄົ້ນຄວ້າໃໝ່ ທີ່ນໍາພາໂດຍມະຫາວິທະຍາໄລແຫ່ງຊາດຂອງອອສເຕຣເລຍ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນະຄອນດາວິນ (Darwin), ເປັນເມືອງເອກໃນດິນແດນຢູ່ທາງພາກເໜືອຂອງອອສເຕຣເລຍ ອາດເປັນເມືອງທີ່ມີຄວາມຮ້ອນ ແລະອົບເອົ້າຫຼາຍທີ່ສຸດ. ພົນລະເມືອງຈໍານວນ 150,000 ຄົນທີ່ອາໄສຢູ່ໃນເມືອງແຫ່ງນີ້ ຫຼາຍໆຄົນພະຍາຍາມຊອກຫາບ່ອນພັກພິງຈາກສະພາບແວດລ້ອມຂອງເຂດຮ້ອນ ເຊັ່ນວ່າ ຢູ່ໃນ ເຮືອນ, ຫ້ອງການ ແລະລົດ ທີ່ມີແອເຢັນນັ້ນ.

ແຕ່ບັນດານັກຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດຂອງອອສເຕຣເລຍ ຫຼື ANU ແນະນໍາວ່າ ເຄື່ອງແອເຢັນ ເຊິ່ງສ່ວນຫຼາຍມັກຈະຖືກຕັ້ງຢູ່ລະດັບ 21​ ອົງສາເຊລຊຽສ, ແມ່ນເຮັດໃຫ້ຜູ້ຄົນມີຄວາມສ່ຽງຫຼາຍ ຕໍ່ການເສຍຊີວິດທີ່ພົວພັນກັບຄວາມຮ້ອນ.

ຄື້ນຄວາມຮ້ອນທັງຫຼາຍ ເປັນໄພອັນຕະລາຍດ້ານທຳມະຊາດທີ່ຮ້າຍແຮງສຸດ ໃນອອສເຕຣເລຍ. ພວກມັນສັງຫານປະຊາຊົນຫຼາຍກວ່າ ຜົນກະທົບຈາກການເກີດໄຟປ່າ, ນໍ້າຖ້ວມ ແລະພາຍຸຕ່າງໆລວມກັນ.

ANU ຢືນຢັນວ່າ “ການປ່ຽນແປງຂອງສະພາບອາກາດ ເປັນຜົນເຮັດໃຫ້ມີການເສຍຊີວິດທີ່ກ່ຽວຂ້ອງກັບຄວາມຮ້ອນເພີ້ມຂຶ້ນ ໂດຍສະເພາະຢູ່ໃນເຂດຕ່າງໆທີ່ຮ້ອນຂຶ້ນກວ່າເກົ່າຂອງໂລກ.”

ທ່ານໄຊມອນ ກຽວຕີ້ (Simon Quilty), ຫົວໜ້າຜູ້ຂຽນກ່ຽວກັບການຄົ້ນຄ້ວາດັ່ງກ່າວ ຈາກສູນກາງສໍາລັບການສຶກສາທາງດ້ານຜິວໜັງ ແລະສຸຂະພາບຂອງປະຊາກອນ ມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ.

ທ່ານກ່າວຕໍ່ VOA ວ່າ ການຫຼີກລ້ຽງອອກຈາກຄວາມຮ້ອນ ແລະຄວາມອົບເອົ້າ ອາດເຮັດໃຫ້ຜູ້ຄົນບໍ່ສາມາດປັບໂຕເຂົ້າກັບສະພາບອາກາດໄດ້, ເຊິ່ງທ່ານໄດ້ອະທິບາຍວ່າ:

“ການອອກມາຢູ່ໃນສະພາບອາກາດໂດຍທົ່ວໄປຢ່າງເປັນປົກກະຕິ ໃນຂົງເຂດທີ່ພວກທ່ານອາໄສຢູ່ ຄວາມຈິງແລ້ວມັນຈະຊ່ວຍປັບຮ່າງກາຍຂອງພວກທ່ານ. ພວກເຮົາຮູ້ວ່າ ການປັບສະພາບຮ່າງກາຍນັ້ນ ໃຊ້ເວລາປະມານ 14 ມື້ເພື່ອໃຫ້ມັນເຫັນຜົນໃນຮ່າງກາຍຂອງມະນຸດ ແລະການປ່ຽນແປງນັ້ນ ຄືວິທີທີ່ພວກເຮົາເຫື່ອອອກ, ມັນປ່ຽນໃນວິທີທີ່ພວກເຮົາຫາຍໃຈ, ມັນປ່ຽນແປງໝາກໄຂ່ຫຼັງຂອງພວກເຮົາ ແລະມັນຍັງປ່ຽນແປງ ແມ່ນກະທັງວິທີໃນການເຕັ້ນຂອງຫົວໃຈພວກເຮົາອີກດ້ວຍ. ສິ່ງທີ່ກໍາລັງເກີດຂຶ້ນນະເວລານີ້ ແມ່ນວ່າ ຊີວິດການເປັນຢູ່ທັງໝົດຂອງພວກເຮົາ ແມ່ນຕັ້ງໄວ້ຢູ່ລະດັບ 21 ອົງສາເຊລຊຽສ ແລະດັ່ງນັ້ນ ສໍາລັບຜູ້ໃດກໍຕາມທີ່ອາໄສຢູ່ໃນຂົງເຂດທີ່ມີສະພາບອາກາດຮ້ອນຫຼາຍ ຄຶດັ່ງດິນແດນຢູ່ໃນຂົງເຂດທາງພາກເໜືອ ທີ່ບໍ່ມີການປັບສະພາບຂອງຮ່າງກາຍ ແນ່ນອນວ່າມັນອາດເພີ້ມຄວາມສ່ຽງໄພຫຼາຍຂຶ້ນຈາກຄວາມຮ້ອນໄດ້.”

ທ່ານກຽວຕີ້ ກ່າວວ່າ ການຄົ້ນຄວ້າຍັງໄດ້ພົບວ່າ ຊຸມຊົນຕ່າງໆທີ່ເປັນເຊື້ອຊາດກຸ່ມທໍາອິດ (First Nations) ຢູ່ໃນດິນແດນທາງພາກເໜືອ ເຊິ່ງມີຄວາມສ່ຽງຕໍ່ຄວາມຮ້ອນໜ້ອຍທີ່ສຸດ ເນື່ອງຈາກວ່າ ພວກເຂົາເຈົ້າ ມີແນວໂນ້ມໜ້ອຍ ຫຼືສາມາດທີ່ຈະໃຊ້ແອເຢັນໄດ້.

ທ່ານກຽວຕີ້ ກ່າວອີກວ່າ

“ແມ່ນ, ມັນຢູ່ຍາກຫຼາຍຢູ່ໃນສະພາບອາກາດທີ່ຮ້ອນແທ້ໆ ໃນນະຄອນດາວິນ ແລະຂົງເຂດອື່ນໆທີ່ມີອາກາດຮ້ອນຢູ່ໃນທົ່ວໂລກ, ແຕ່ພວກເຮົາທັງໝົດບໍ່ຈໍາເປັນຈະຕ້ອງອາໄສຢູ່ໃນສະພາບອາກາດ 21 ອົງສາເຊລຊຽສ. ແລະແນ່ນອນ ສໍາລັບປະຊາຊົນຊາວອະບໍຣີຈີນ ພື້ນເມືອງ ແທ້ຈິງແລ້ວ ພວກເຂົາເຈົ້າບໍ່ມັກອາໄສຢູ່ໃນສະພາບແວດລ້ອມຂອງແອເຢັນ. ພວກເຂົາເຈົ້າຮູ້ສຶກອຶດອັດໂຕເມື່ອຢູ່ໃນນັ້ນ.”

ທ່ານກຽວຕີ້ ກ່າວວ່າ ເຊື້ອຊາດຈຸທໍາອິດ ໄດ້ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າ “ມີຄວາມທົນທານຕໍ່ສະພາບອາກາດທີ່ຮ້ອນແຮງນີ້ ຢ່າງໜ້າມະຫັດສະຈັນ ມາເປັນເວລາຫຼາຍພັນປີແລ້ວ.”

ການສຶກສາຂອງມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ເຊື່ອວ່າ “ຊຸມຊົນຕ່າງໆທີ່ອາໄສຢູ່ໃນສະພາບອາກາດຮ້ອນ ຈໍາເປັນຕ້ອງເລີ້ມພິຈາລະນາເບິ່ງວິຖີທາງດ້ານວັດທະນະທໍາ-ສັງຄົມ ຂອງການປັບໂຕເຂົ້າກັບສະພາບອາກາດທີ່ຮ້ອນຂຶ້ນກວ່າເກົ່າ.”

ຊົນເຜົ່າພື້ນເມືອງຂອງອອສເຕຣເລຍ ໃນທຸກກໍລະນີ ມັກຈະຫຼີກລ້ຽງອອກຈາກຄວາມຮ້ອນຂອງແສງແດດ ໃນຊ່ວງຕອນບ່າຍ ແລະຫຼຸດຜ່ອນການອອກແຮງງານຢູ່ໃນເຂດຕ່າງໆທີ່ມີອາກາດອຸ່ນກວ່າໃນຊ່ວງມື້ດຽວກັນ. ການສຶກສາແນະນໍາວ່າ ເຮືອນທີ່ຕັ້ງຢູ່ໃນສະພາບອາກາດຮ້ອນ ຄວນໄດ້ຮັບການອອກແບບເພື່ອໃຫ້ໝັ້ນໃຈວ່າ ມີລັກສະນະການສ້າງຄວາມເຢັນ ເພື່ອຫຼຸດຄ່າໃຊ້ຈ່າຍສໍາລັບພະລັງງານອີກດ້ວຍ.

ນັກຄົ້ນຄວ້າຊາວອອສເຕຣເລຍ ຍັງຢືນຢັນອີກວ່າ ການນອນເວັນ ຫຼືການນອນຜັກງີບນຶ່ງຕອນບ່າຍ ໃນຊ່ວງອາກາດອຸ່ນທີ່ສຸດຂອງມື້ນັ້ນ ສາມາດຊ່ວຍໃຫ້ຮ່າງກາຍປັບຕົວເຂົ້າກັບສະພາບຄວາມຮ້ອນໄດ້.

ການສຶກສາຄົ້ນຄວ້ານີ້ ໄດ້ຖືກພິມເຜີຍແຜ່ອອກໃນວາລະສານທີ່ມີຊື່ວ່າ Lancet Planetary Health.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG