ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ສົ່ງກໍາປັ່ນລົບທີ່ໃຫຍ່ທີ່ສຸດ ໄປຊ້ອມລົບ ຮ່ວມກັບ ຟີລິບປິນ ແລະ ສະຫະລັດ


ແຟ້ມຮູບ-ລູກເຮືອຂອງກໍາປັ່ນ HMAS Canberra ລວມກັນຢູ່ຊັ້ນເທິງດາດຟ້າ ໃນຂະນະທີ່ກໍາປັ່ນແລ່ນເຂົ້າໄປທ່າPearl Harbor, ຮາວາຍ, ວັນທີ 28 ມິຖຸນາ 2022.
ແຟ້ມຮູບ-ລູກເຮືອຂອງກໍາປັ່ນ HMAS Canberra ລວມກັນຢູ່ຊັ້ນເທິງດາດຟ້າ ໃນຂະນະທີ່ກໍາປັ່ນແລ່ນເຂົ້າໄປທ່າPearl Harbor, ຮາວາຍ, ວັນທີ 28 ມິຖຸນາ 2022.

ກໍາປັ່ນລົບທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ ກໍາລັງມຸ້ງໜ້າໄປຟີລິບປິນໃນວັນຈັນມື້ນີ້ ເຊິ່ງຄວາມເຄັ່ງຕຶງທີ່ມີກັບຈີນ ກ່ຽວກັບຂໍ້ພິພາດທາງນໍ້າຢູ່ໃນຂົງເຂດທະເລຈີນໃຕ້ ໄດ້ເພີ້ມສູງຂຶ້ນໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ. ກໍາປັ່ນ HMAS Canberra ຈະເປັນສ່ວນນຶ່ງໃນການຊ້ອມລົບທາງທະຫານຮ່ວມກັບກອງກໍາລັງຂອງສະຫະລັດ ແລະຟີລິບປິນ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທະເລຈີນໃຕ້ ເປັນນຶ່ງໃນເສັ້ນທາງເດີ​ນ​ເຮືອທີ່ມີຄວາມສໍາຄັນທີ່ສຸດໃນໂລກ, ເຊິ່ງມັນໄດ້ເຊື່ອມມະຫາສະໝຸດອິນເດຍ ແລະມະຫາສະໝຸດປາຊີຟິກ ພ້ອມທັງເປັນເສັ້ນທາງຂົນສົ່ງທີ່ສໍາຄັນແລະ​ບ່ອນຫາປາ​ທີ່ອຸດົມສົມບູນ. ນອກຈາກນີ້, ມັນ​ອາດເປັນແຫຼ່ງຊັບ​ພະ​ກອນທໍາມະຊາດທີ່ອຸດົມຮັ່ງມີອີກດ້ວຍ.

ບັນດາປະເທດເພື່ອນບ້ານໃກ້ຄຽງ ມີການໂຕ້ແຍ້ງກັນຢູ່ໃນພູມິພາກແຫ່ງນີ້ມາເປັນເວລາດົນ​ນານ. ຈີນ ໄດ້ອ້າງ​ເອົາ​ກຳ​ມະ​ສິດເອົາຂອງດິນແດນສ່ວນໃຫຍ່ ເຊິ່ງສ້າງຄວາມບໍ່ພໍໃຈ ໃຫ້ແກ່ປະ​ເທດ​ທີ່​ອ້າງ​ເອົາ​ກຳ​ມະ​ສິດ​ອື່ນໆ ລວມທັງບຣູນາຍ, ມາເລເຊຍ, ໄຕ້ຫວັນ ແລະຫວຽດນາມ. ຈຸດລະ​ເບີດ-ໃຫຍ່ ແລະນ້ອຍ ​ຕ່າງ​ກໍ​ມີ​ຄວາມ​ປະ​ສົງ​ຄືກັນ.

​ເມື່ອ​ໄວໆ​ມານີ້, ເຈົ້າໜ້າທີ່ໃນຟີລິບປິນໄດ້​ກ່າວ​ຫາ​ຈີນ​ວ່າໃຊ້ທໍ່ນໍ້າ​ສີດ​ນ້ຳ ສີດເຂົ້າໃສ່ກໍາປັ່ນຂົນເຄື່ອງໄປໃຫ້ທະ​ຫານຂອງຟີລິບປິນ ເຊິ່ງ​ຢູ່​ເທິງ​ເກາະນຶ່ງໃນ​ໝູ່ເກາະ​ສະ​ແປ​ຣັດ​ລີ. ເຈົ້າໜ້າທີ່ຍາມຝັ່ງຂອງຟີລິບປິນ ກ່າວວ່າ ການກະທໍາຂອງຈີນ ເປັນການກະທໍາ “ທີ່ເກີນກວ່າເຫດແລະຜິດກົດໝາຍ.” ຈີນໄດ້ຮຽກຮ້ອງ ໃຫ້ຍົກຍ້າຍກໍາປັ່ນ ທີ່ຈອດຄາ​ຫາດ ແລະ​ມີທະຫານອາໄສຢູ່ນັ້ນ ອອກໄປ.

ສະຫະລັດ ສະແດງຄວາມເປັນກາງໃນຂໍ້ພິພາດລະ​ຫວ່າງ​ປະ​ເທດນີ້ ແຕ່ໄດ້ສົ່ງ​ເຮືອ​ບິນ​ທະ​ຫານແລະກໍາປັ່ນອອກ ໄປຍັງບໍລິເວນໝູ່ເກາະທີ່ມີການ​ຂັດ​ແຍ້ງ​ກັນ ໃນສິ່ງທີ່ພວກເຂົາເຈົ້າຮ້ອງວ່າ ເປັນການປະຕິບັດງານ​ເພື່ອ “ອິດສະຫຼະພາບໃນການເດີນເຮືອ” ຢູ່ໃນທະເລຈີນໃຕ້.

ໃນວັນຈັນວານນີ້, ອອສເຕຣເລຍ ໄດ້ສົ່ງກໍາປັ່ນລົບຂະໜາດໃຫຍ່ HMAS Canberra ຂອງຕົນ ໄປຊ້ອມລົບຮ່ວມກັບກອງທັບສະຫະລັດ ແລະກອງທັບຟີລິບປິນ.

ພົນເຮືອໂທ ມາກ ແຮມມອນ (Mark Hammond), ຜູ້ບັນຊາການກອງທັບເຮືອຂອງອອສເຕຣເລຍ ກ່າວຕໍ່ສະຖານີໂທລະພາບຂອງອອສເຕຣເລຍໃນວັນຈັນວານນີ້ວ່າ ອອສເຕຣເລຍ ຕ້ອງການຮັກສາສັນຕິພາບຢູ່ໃນພາກພື້ນແຫ່ງນີ້, ເຊິ່ງ ທ່ານໄດ້ກ່າວວ່າ:

“ປັດຈຸບັນນີ້, ຂົງເຂດທະເລຈີນໃຕ້ ເຊິ່ງເປັນບໍລິເວນທີ່ມີຄວາມເຄັ່ງຕຶງ ມາເປັນເວລາຫຼາຍປີ. ພວກເຮົາຈະ​ສືບ​ຕໍ່ ​ທຳການ​ປະ​ຕິ​ບັດງານແລະການເຄື່ອນໄຫວຕ່າງໆ ພ້ອມທັງການຊ້ອມລົບຮ່ວມ ກັບບັນດາປະເທດພັນທະມິດ ແລະບັນດາປະເທດພາຄີຂອງພວກເຮົາເພື່ອໃຫ້​ມີຄວາມປອດໄພ ແລະຄວາມໝັ້ນຄົງ ຢ່າງ ເຖິງແມ່ນຈະມີຄວາມເຄັ່ງຕຶງຕ່າງໆເຫຼົ່ານັ້ນກໍຕາມ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງບໍ່ກັງ ວົນເປັນພິເສດກ່ຽວກັບການສົ່ງກຳ​ປັ່ນ​ໃນ​ເທື່ອນີ້ ຫຼາຍກວ່າການປະຕິບັດງານທາງທະຫານອື່ນໆທີ່ພວກເຮົາ​ເຮັດ​ມານັ້ນ.”

ອອສເຕຣເລຍ ເປັນພາຄີທາງດ້ານຄວາມໝັ້ນຄົງ ແລະການປ້ອງກັນປະເທດກັບຟີລິບປິນ ຢ້ອນຫຼັງໄປຫຼາຍກວ່າ 100 ປີ.

ໃນຕົ້ນປີນີ້, ເຈົ້າໜ້າທີ່ກ່າວວ່າ ຟີລິບປິນ ແລະ ອອສເຕຣເລຍ ໄດ້ຫາລືກ່ຽວກັບການລາດຕະເວນຮ່ວມກັນ ຢູ່ໃນຂົງເຂດທະເລຈີນໃຕ້.

ໃນເດືອນກຸມພາ, ໜ່ວຍຍາມຝັ່ງຂອງຈີນ ໄດ້ຍິງແສງເລເຊີ້ທາງທະຫານໃສ່ພະນັກງານຂອງເຮືອໜ່ວຍຍາມຝັ່ງຟີລິບປິນ ຢູ່ໃກ້ໆກັບຫາດໂທມັສທີສອງ.

ປັກກິ່ງຢືນຢັດວ່າ ການກະທໍາຂອງພວກເຂົາ ເປັນການກະທໍາທີ່ຖືກ​ຕ້ອງ​ຕາມກົດໝາຍ.

ຄວາມ​ທະ​ເຍີ​ທະ​ຍານຂອງຈີນ ຢູ່ໃນບໍລິເວນທະເລຈີນໃຕ້ ແລະ​ບ່ອນ​ຂັດ​ແຍ້ງ​ອື່ນໆທາງດ້ານພູມສາດການເມືອງພ້ອມທັງຂໍ້ພິພາດທາງດ້ານການຄ້າ ໄດ້ເຮັດໃຫ້ຄວາມສໍາພັນຂອງອອສເຕຣເລຍ ແລະ ປັກກິ່ງ ​ມີ​ຄວາມ​ທແຕກ​ແຫງ​ ໃນຊ່ວງບໍ່ເທົ່າໃດປີມານີ້.

ລັດຖະບານເປັນກາງອ່ຽງຊ້າຍໃນແຄນເບີຣາ ທີ່ໄດ້ຮັບການເລືອກຕັ້ງເມື່ອເດືອນ ພຶດສະພາ ປີ 2022 ແລ້ວນີ້ ໄດ້ພະຍາຍາມສ້າງສະຖຽນລະພາບດ້ານຄວາມສໍາພັນສອງຝ່າຍ, ແຕ່ໄດ້ຢືນຢັດວ່າ ອາດມີພື້ນທີ່ທີ່ຕົກລົງກັນບໍ່​ໄດ້ ແລະ ພື້ນທີ່ຂອງການແຂ່ງຂັນທີ່ບໍ່ສາມາດຫຼີກລ້ຽງໄດ້.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG