ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສິນ​ຄ້າຕົກ​ຄ້າງ​ ຂະ​ນະ​ທີ່​ມີການ​ໂຈມ​ຕີ​ທາງ​ໄຊ​ເບີ້ ຕໍ່ທ່າ​ກຳ​ປັ່ນ​ ​ອອ​ສ​ເຕ​ຣ​ເລຍ


​ຄົນ​ງານ​ຜູ້​ນຶ່ງ​ພວມ​ຍົກ​ຍ້າຍ​ຕູ້​ຄອນ​ເທນ​ເນີ້ ທີ່​ບໍ​ລິ​ເວນ​ທ່າ​ກຳ​ປັ່ນ ຊຶ່ງ​ບໍ​ລິ​ຫານ​ງານ​ໂດຍ​ບໍ​ລິ​ສັດ DP World ທີ່​ທ່າ​ກຳ​ປັ່ນ​ໂບ​ທາ​ນີ ໃນ​ນະ​ຄອນ​ຊິດ​ນີ ເມື່ອ​ວັນ​ທີ 13 ພະ​ຈິກ 2023.
​ຄົນ​ງານ​ຜູ້​ນຶ່ງ​ພວມ​ຍົກ​ຍ້າຍ​ຕູ້​ຄອນ​ເທນ​ເນີ້ ທີ່​ບໍ​ລິ​ເວນ​ທ່າ​ກຳ​ປັ່ນ ຊຶ່ງ​ບໍ​ລິ​ຫານ​ງານ​ໂດຍ​ບໍ​ລິ​ສັດ DP World ທີ່​ທ່າ​ກຳ​ປັ່ນ​ໂບ​ທາ​ນີ ໃນ​ນະ​ຄອນ​ຊິດ​ນີ ເມື່ອ​ວັນ​ທີ 13 ພະ​ຈິກ 2023.

​ທ່າ​ກຳ​ປັ່ນ​ທີ່​ສຳ​ຄັນ​ຫຼາຍ​ແຫ່ງ ​ຂອງອອ​ສ​ເຕຣ​ເລຍ ເລີ້ມ​ປະ​ຕິ​ບັດ​ການ​ຄືນ​ອີກ ຫຼັງ​ຈາກ​ໄດ້​ປິດ​ລົງ​ຍ້ອນ​ມີ​ການ​ໂຈມ​ຕີ​ທາງ​ດ້ານ​ໄຊ​ເບີ້. ທ່າ​ກຳ​ປັ່ນ​ເຫຼົ່າ​ນີ້ ແມ່​ນ​ບໍ​ລິ​ຫານ​ງານ ​ໂດຍ​ບໍ​ລິ​ສັດ DP World Australia ຊຶ່ງ​ເປັນ​ນຶ່ງ​ໃນ​ບັນ​ດາ​ບໍ​ລິ​ສັດ​ລໍ​ຈິ​ສ​ຕິກ​ທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ. ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ເທື່ອ​ວ່າ​ ແມ່ນ​ໃຜ​ອາດ​ເປັນ​ຜູ້​ຮັບ​ຜິດ​ຊອບ ​ກ່ຽວ​ກັບ​ເລື້ອງນີ້. ຟິ​ລ ເມີ​ເຊີ ມີ​ລາຍ​ງານ​ຈາກ​ນະ​ຄອນ​ຊິດ​ນີ ຊຶ່ງ​ໄພ​ສານ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່​ານ.

ທ່າ​ກຳ​ປັ່ນ​ຫຼາຍ​ແຫ່ງໄດ້​ອັດ​ລົງ ​ຫຼັງ​ຈາກ​ມີ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້​ຕໍ່​ບໍ​ລິ​ສັດ​ຄຸ້ມ​ຄອງທ່າ​ກຳ​ປັ່ນ ​ທີ່​ໃຫຍ່​ສຸດ​ອັນ​ດັບ 2 ຂອງ​ອອ​ສ​ເຕ​ຣ​ເລຍ. ບໍ​ລິ​ສັດ DP World Australia ກ່າວ​ວ່າ ຕົນ​ໄດ້​ຮັບ​ຮູ້​ເຖິງກິດ​ຈະ​ກຳ​ທີ່​ມຸ່ງ​ຮ້າຍ​ ຕໍ່​ຕາ​ໜ່າງ​ຄອມ​ພິວ​ເຕີ​ຂອງ​ຕົນໃນ​ວັນ​ສຸກ​ແລ້ວ ແລະ​ໄດ້​ອັດ​ລະ​ບົບ​ດັ່ງ​ກ່າວ​ເພື່ອ​ເປັນ​ການ​ຮັບ​ມື.

ບໍ​ລິ​ສັດ​ລໍ​ຈິ​ສ​ຕິກ​ນີ້ຄຸ້ມ​ຄອງ​ປະ​ມານ 40 ເປີ​ເຊັນ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ທັງ​ເຂົ້າ​ແລະ​ອອກຈາກອອ​ສ​ເຕ​ຣ​ເລຍ. ທ່າ​ກຳ​ປັ່ນ​ທີ່​ນະ​ຄອນບ​ຣິ​ສ​ເບນ ແມ​ລ​ເບີນ ຊິ​ດ​ນີແລະ ​ຟ​ຣີ​ແມນ​ໂຕ ທາງ​ພາກ​ຕາ​ເວັນ​ຕົກ​ຂອງອ​ອ​ສ​ເຕ​ຣ​ເລຍ ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ ເຮັດ​ໃຫ້​ສິ​ນ​ຄ້າ​ແລະ​ຕູ້​ຄອນ​ເທນ​ເນີ້ ຕົກ​ຄ້າງ​ຢູ່​ຕາມ​ທ່າ​ກຳ​ປັ່ນ​ຕ່າງໆ.

ລັກ​ສ​ະ​ນະ​ທີ່ສະ​ເພາະ​ເຈາະ​ຈົງ ຂອງ​ການ​ໂຈມ​ຕີ ຍັງ​ບໍ່​ທັນ​ມີ​ການ​ເປີດ​ເຜີຍ​ໃຫ້ຮູ້ ແຕ່​ພວກ​ນັກ​ຊ່ຽວ​ຊານ​ແນະ​ວ່າ ພວກ​ໂຈມ​ຕີ​ເຈາະ​ຂໍ້​ມູນ​ອາດ​ຮຽກ​ຮ້ອງ​ເອົາ​ເງິນ​ຄ່າ​ໄຖ່. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ສືບ​ສວນ​ຫາ​ຂໍ້​ເທັດ​ຈິງ​ກ່ຽວ​ກັບ​ວ່າ​ຜູ້​ໃດ​ຮັບ​ຜິດ​ຊອບນັ້ນ ຈະ​ໃຊ້​ເວ​ລາ.

ອົງ​ການ​ປະ​ສານ​ງານ​ດ້ານ​ໄຊ​ເບີ້​ແຫ່ງ​ຊາດ​ຂອງອອ​ສ​ເຕ​ຣ​ເລຍກ່າວ​ວ່າ ການ​ຫຼັ່ງ​ໄຫຼ​ຂອງ​ສິນ​ຄ້າ ທັງ​ເຂົ້າ​ແລະ​ອອກ​ຈາກ​ປະ​ເທດ ມີ​ທ່າ​ທາງວ່າ​ ຈະ​ຖືກ​ລົບ​ກວນ​ເປັນ​ເວ​ລາ​ຫຼາຍໆ​ມື້. ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ອົງ​ການ​ຮັບ​ມື​ກັບວິ​ກິດ​ການ​ແຫ່ງ​ຊາດ​ທີ່​ຖືກ​ນຳ​ໃຊ້ ໃນ​ລະ​ຫວ່າງ​ທີ່​ເກີດໂຣ​ກ​ລະ​ບາດ​ໂຄວິດ-19 ໄດ້​ຖືກ​ນຳມາ​ໃຊ້​ຄືນ​ອີກເພື່ອ​ຮັບ​ມື​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ທີ່​ແນມ​ເຫັນ​ນັ້ນ ແມ່ນ​ເຄ​ຣນ​ຍົກ​ເຄື່ອງ​ ຂອງ​ບໍ​ລິ​ສັດ DP World ທີ່​ທ່າ​ເຮືອ​ໂບ​ຕາ​ນີ ຢູ່​ນະ​ຄອນ​ຊິດ​ນີ ປະ​ເທດອອ​ສ​ເຕ​ຣ​ເລຍ ເມື່ອ​ວັນ​ທີ 13 ພະ​ຈິກ 2023.
ທີ່​ແນມ​ເຫັນ​ນັ້ນ ແມ່ນ​ເຄ​ຣນ​ຍົກ​ເຄື່ອງ​ ຂອງ​ບໍ​ລິ​ສັດ DP World ທີ່​ທ່າ​ເຮືອ​ໂບ​ຕາ​ນີ ຢູ່​ນະ​ຄອນ​ຊິດ​ນີ ປະ​ເທດອອ​ສ​ເຕ​ຣ​ເລຍ ເມື່ອ​ວັນ​ທີ 13 ພະ​ຈິກ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ແລະ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ໄຊ​ເບີ້ ທ່ານນາງ​ແຄ​ລ ໂອ​ນຽ​ລ (Clare O’Neil) ກ່າວ​ຕໍ່​ສື່ມວນ​ຊົນ​ທ້ອງ​ຖິ່ນ​ໃນ​ວັນ​ຈັນ​ວານນີ້​ວ່າ ໄດ້​ມີ​ການ​ດຳ​ເນີນ​ຄວ​າມ​ພະ​ຍາ​ຍາມ ​ເພື່ອ​ຄ້ຳ​ປະ​ກັນ​ຕາ​ໜ່າງ​ຄອມ​ພິວ​ເຕີ້​ຂອງທາງ​ບໍ​ລິ​ສັດ ໃຫ້​ສາ​ມາດ​ເປີ​ດ​ໃຊ້​ຄືນ​ໄດ້​ຢ່າງ​ປອດ​ໄພ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ:

“ບໍ​ລິ​ສັດ DP World ໄດ້​ເຮັດ​ວຽກ​ກັບລັດ​ຖະ​ບານ ເພື່ອ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫານີ້ແລະ​ໃນ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ສິ່ງນີ້​ຈະມີ​ຜົນ​ກະ​ທົບໜ້ອຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ຕໍ່​ຊາວອອ​ສ​ເຕ​ຣ​ເລຍ. ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ມີ​ຄວາມ​ຫຼໍ່​ແຫຼມວ​ຫຼາຍ​ປານ​ໃດ​ຢູ່​ໃນ​ປະ​ເທດນີ້ ຕໍ່​ການ​ໂຈມ​ຕີ​ທາງ​ໄຊ​ເບີ້.”

ໃນ​ປີ​ກາຍນີ້ ບໍ​ລິ​ສັດປິ່ນ​ປົວ​ສຸ​ຂະ​ພາບ ​ແລະ ​ສື່​ສານ​ຄົມ​ມະ​ນາ​ຄົມ​ໃຫຍ່ໆ​ ໄດ້​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ໃນ​ການ​ໂຈມ​ຕີ​ທາງໄຊ​ເບີ້​ທີ່​ສຳ​ຄັນສຸດ 2 ເທື່ອໃນ​ປະ​ຫວັດ​ສາດ​ຂອງອອ​ສ​ເຕ​ຣ​ເລຍ.

ການ​ຄົ້ນ​ຄວ້າ ​ທີ່​ພິມ​ເຜີຍ​ແຜ່​ເມື່ອ​ເດືອນ​ພະ​ຈິກ ​ປີ 2022 ພົບ​ວ່າ ນຶ່ງ​ສ່ວນ​ສາມ​ຂອງ​ພວກຜູ້​ໃຫຍ່​ທັງ​ຍິງ​ແລະ​ຊາຍອອ​ສ​ເຕ​ຣ​ເລຍ​ໄດ້​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ໃນ​ການໂຈມ​ຕີ​ເຈາະ​ຂໍ້​ມູນ​ທາງ​ໄຊ​ເບີ້​ໃນ​ຮອບ​ປີ​ທີ​ຜ່ານ​ມາ. ການ​ສຶກ​ສາ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດອອ​ສ​ເຕ​ຣ​ເລຍ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໂຈມ​ຕີ​ທາງ​ໄຊ​ເບີ້ ພວມ​ກາຍ​ເປັນ​ອາ​ຊະ​ຍາ​ກຳ​ທີ່​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕ​ໄວ​ທີ່​ສຸດ ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

ຫ້ອງ​ການ​ເກັບ​ພາ​ສີ​ຂອງອອ​ສ​ເຕ​ຣ​ເລຍ​ໄດ້​ລາຍ​ງານ​ກ່ອນ​ໜ້ານີ້​ວ່າ ​ມີ​ການ​ພະ​ຍາ​ຍາມ​ໂຈມ​ຕີ​ເຈາະ​ຂໍ້​ມູນລະ​ບົບ​ຄອມ​ພິວ​ເຕີ້ ​ຕໍ່​ຫ້ອງ​ການ​ຂອ​ງ​ຕົນ 3 ລ້ານ​ເທື່ອ​ໃນ​ແຕ່​ລະ​ເດືອນ.

ສະ​ມາ​ຄົມ​ທະ​ນາ​ຄານ​ຂອງອອ​ສ​ເຕ​ຣ​ເລຍ ​ກ່າວ​ວ່າ ອາ​ຊະ​ຍາ​ກຳ​ທາງດ້ານ​ໄຊ​ເບີ້ “ອາດ​ຈະເປັນ​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ສຸດ..ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.”

ໃນ​ເດືອນ​ເມ​ສາ​ປີ 2023 ລັດ​ຖະ​ບານ​ແຄນ​ເບີ​ຣາ ໄດ້​ເກນ​ເອົາທະ​ນ​າ​ຄານ​ແລະ​ບໍ​ລິ​ສັດ​ບໍ​ລິ​ການ​ດ້ານ​ການ​ເງິນ​ທີ່​ສຳ​ຄັນໆ ​ໃຫ້​ເຂົ້າ​ຮ່ວມ​ໃນການ​ຝຶກ​ຊ້ອມ “ເກມ​ສົງ​ຄາມ” ເພື່ອ​ທົດ​ສອບ​ເບິ່ງວ່າ​ບັນ​ດາ​ທະ​ນາ​ຄານ​ແລະ​ບໍ​ລິ​ສັດ​ເຫຼົ່າ​ນີ້ ຈະ​ຮັບ​ມື​ແບບ​ໃດ​ຕໍ່​ການ​ໂຈມ​ຕີ​ທາງ​ໄຊ​ເບີ້.

XS
SM
MD
LG