ຜົນກ່ຽວກັບຄວາມທ້າທາຍ ຕໍ່ສັ່ງເພື່ອສິ້ນສຸດສິດທິໃນການໃຫ້ສັນຊາດແຕ່ກໍາເນີດ ຈະເປັນໂຕກໍານົດວ່າ ດິນແດນສະຫະລັດ ຈະດຶງດູດຊາວຕ່າງປະເທດທີ່ຖືພາ ຕໍ່ໄປ ຫຼື ບໍ່
ທ່ານ ທຣໍາ ໄດ້ອອກມາວິຈານວ່າ ສົງຄາມດັ່ງກ່າວນີ້ ເຮັດໃຫ້ ສະຫະລັດ ສູນເສຍເງິນໄປຫຼາຍປານໃດ
ທ່ານ ເກຣັນ ຍັງກິນ ເຈົ້າຄອງລັດເວີຈິເນຍຈາກພັກຣີພັບບລີກັນ ໄດ້ປະກາດພາວະສຸກເສີນອະນຸຍາດໃຫ້ອົງການຕ່າງໆຂອງລັດ ສະໜອງຄວາມຊ່ວຍເຫຼືອແກ່ ລັດຖະບານທ້ອງຖິ່ນ.ໂຮງຮຽນ ແລະ ສຳນັກງານຕ່າງໆຂອງລັດຖະບານທົ່ວເວີຈິເນຍ ໄດ້ຖືກກຳນົດໃຫ້ປິດ ໃນວັນອັງຄານມື້ນີ້.
ທ້າວ ລຽງ, ຄົນສັນຊາດສະຫະລັດ ທີ່ເກີດໃນ ຈີນ, ໄດ້ປະຕິເສດຂໍ້ກ່າວຫາຕ່າງໆ ແລະ ໄດ້ສາລະພາບວ່າ ບໍ່ມີຄວາມຜິດ. ທະນາຍຄວາມຂອງລາວ, ໃນລະຫວ່າງການດຳເນີນຄະດີໄດ້ເອີ້ນຂໍ້ກ່າວທັງຫຼາຍນັ້ນວ່າ “ໄຮ້ສາລະ”
ກົມບໍລິການໄປສະນີຂອງສະຫະລັດ ຫຼື USPS ໄດ້ປະກາດໃນວັນ ອັງຄານອາທິດແລ້ວນີ້ວ່າ ຕົນໄດ້ຢຸດເຊົາຮັບສິ່ງຂອງທີ່ສົ່ງເຂົ້າມາຈາກ ຈີນ ແລະ ຮົງກົງ, ແລ້ວໃນເວລາຕໍ່ມາ ໄດ້ປີ້ນການຕັດສິນໃຈຂອງຕົນ
ເຈົ້າໜ້າທີ່ຝ່າຍບໍລິຫານຂອງທ່ານ ດໍໂນລ ທຣໍາ ຕັ້ງຄຳຖາມຕໍ່ອຳນາດຝ່າຍຕຸລາການຢ່າງເປີດເຜີຍໃນການເຮັດໜ້າທີ່ກວດສອບອຳນາດຝ່າຍບໍລິຫານ. ຂະນະທີ່ວາລະການປະຊຸມໃຫຍ່ຂອງປະທານາທິບໍດີຄົນໃໝ່ປະເຊີນກັບການຕໍ່ຕ້ານຈາກສານຫຼາຍຂຶ້ນເລື້ອຍ ໆ.
ທ່ານ ທຣໍາ ກ່າວວ່າ “ຂ້າພະເຈົ້າຄິດວ່າ ການາດາ ຄວນເປັນລັດທີ 51 ຂອງ ສະຫະລັດ ຈະດີກວ່າຫຼາຍ ເພາະວ່າ ພວກເຮົາສູນເສຍເງິນ 200 ຕື້ໂດລາຕໍ່ປີ ໃຫ້ແກ່ ການາດາ
ມະຫາເສດຖີ ອີລອນ ມັສຄ໌ ກ່າວວ່າ ຕົນບໍ່ມີຄວາມສົນໃຈເຂົ້າຊື້ສື່ສັງຄົມອອນ ໄລນ໌ ຕິກຕ໊ອກ (TikTok) ທີ່ສະຫະລັດ ພະຍາຍາມຫ້າມແອັປພລີເຄຊັ້ນ ດັ່ງກ່າວ ເນື່ອງຈາກຄວາມກັງວົນດ້ານຄວາມໝັ້ນຄົງແຫ່ງຊາດ
ທີມອາເມຣິກັນຟຸດບອລ ຟີລາແດລເຟຍ ອີໂກລສ໌ ຄຸມເກມກັບທີມ ຊີຟ ໄດ້ດີ ກວ່າ ໃນການແຂ່ງຂັນຊິງແຊ້ມ Super Bowl ໂດຍສະກັດກັ້ນຄູ່ແຂ່ງທີມ ແຄນສັດສ໌ ຊີຕີ ຊີຟ ໃນການເຮັດຄະແນນໄດ້ ແລະສາມາດເຮັດຄະແນນ 40 ຕໍ່ 22 ເມື່ອວັນອາທິດວານນີ້ ທີ່ນະຄອນ ນິວ ອອຣລີນສ໌
ພາຍໃນລັດທີ່ຮ້ອງຕົນເອງວ່າເປັນ 'ເມືອງທີ່ເປັນສະຖານທີ່ຫລົບໄພ ສໍາລັບຜູ້ຄົນທີ່ເຂົ້າເມືອງຜິດກົດໝາຍ ເພື່ອປ້ອງກັນການກໍ່ອາຊະຍາກໍາ'
ແຜນການດັ່ງກ່າວ ຈະເຮັດໃຫ້ເຫຼືອພະນັກງານບໍ່ຮອດ 300 ຄົນ ຢູ່ໃນອົງການທີ່ປັດຈຸບັນ ມີຢູ່ 8,000 ຄົນ ທີ່ຖືກຈ້າງໂດຍກົງ ແລະເປັນພະນັກງານສັນຍາຈ້າງ
ອຳນາດການປົກຄອງການບິນພົນລະເຮືອນຂອງ ຟີລິບປິນ ຍັງໄດ້ຢືນຢັນການຕົກຂອງເຮືອບິນເບົາໃນແຂວງ ມິນດານາວ. ເຂົາເຈົ້າບໍ່ໄດ້ສະໜອງລາຍລະອຽດອື່ນໆໃນທັນທີ
ໂຫລດຕື່ມອີກ
No live streaming currently available