ກົມບໍລິການໄປສະນີຂອງສະຫະລັດ ຫຼື USPS ໄດ້ປະກາດໃນວັນ ອັງຄານອາທິດແລ້ວນີ້ວ່າ ຕົນໄດ້ຢຸດເຊົາຮັບສິ່ງຂອງທີ່ສົ່ງເຂົ້າມາຈາກ ຈີນ ແລະ ຮົງກົງ, ແລ້ວໃນເວລາຕໍ່ມາ ໄດ້ປີ້ນການຕັດສິນໃຈຂອງຕົນໃນວັນພຸດ ເຊິ່ງ ສະຕີບ ເຮີແມນ ມີລາຍງານ.
ສຽງເພງຈາກກາຕູນແອນນີເມຊັນບັນຍາຍວ່າ “ຮູ້ສຶກຄືກັບຄວາມຝັນ, ຮູ້ສຶກວ່າ ບໍ່ໜ້າເຊື່ອ ເລີຍ...”
ໂຄສະນາທັງຫຼາຍໃນໂທລະພາບຄືກັບໂຄສະນານີ້ ຈາກບໍລິສັດຍັກໃຫຍ່ ດ້ານ e-commerce ຫຼື ການຄ້າທາງອອນໄລນ໌ ຄື Temu ກໍໄດ້ດຶງດູດໃຈ ຊາວອາເມຣິກັນ ເຂົ້າໄປສຳພັດໃນປະສົບການຊື້ສິນຄ້າລາຄາຖືກ ແລະມ່ວນຊື່ນ ທາງອອນໄລນ໌, ເຊິ່ງເຊື່ອມໂຍງພວກເຂົາໂດຍກົງກັບບັນດາຜູ້ຜະລິດທີ່ຄົນຈີນ ເປັນເຈົ້າຂອງ, ຜູ້ທີ່ສ່ວນຫຼາຍບໍ່ຄິດໄລ່ຄ່າຂົນສົ່ງເລີຍ.
ພວກເຂົາສາມາດຊື້ແລະເຮັດແບບນັ້ນໄດ້ ກໍເພາະວ່າ ຫໍ່ສິນຄ້າທັງຫຼາຍທີ່ມີມູນ ຄ່າຕ່ຳກວ່າ 800 ໂດລາ ສາມາດສົ່ງເຂົ້າມາໃນອາເມຣິກາ ໄດ້ໂດຍບໍ່ເສຍພາສີ ອາກອນເລີຍ.
ແຕ່ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກໍໄດ້ປິດຊ່ອງຫວ່າງນັ້ນແລ້ວ ເຊິ່ງເປັນສ່ວນນຶ່ງຂອງການວາງພາສີໃໝ່ຕໍ່ຈີນຂອງທ່ານ ທີ່ຮູ້ຈັກກັນຄື de minimis provision ຫຼື ກົດໝາຍຂໍ້ຍົກເວັ້ນພາສີອາກອນສິນຄ້າລາຄາຕ່ຳ ທີ່ນຳເຂົ້າ ສະຫະລັດ.
ກົມບໍລິການໄປສະນີຂອງສະຫະລັດ ໄດ້ປະກາດໃນວັນອັງຄານອາທິດແລ້ວນີ້ວ່າ ຕົນຈະບໍ່ຮັບສິ່ງຂອງທີ່ສົ່ງເຂົ້າມາຈາກ ຈີນ ແລະ ຮົງກົງ ແຕ່ໄດ້ປີ້ນການຕັດສິນ ໃຈນັ້ນໃນມື້ຕໍ່ມາ ໂດຍໃຫ້ຄຳອະທິບາຍວ່າ ຕົນຕ້ອງການເວລາເພື່ອເຮັດວຽກກັບ ກົມປ້ອງກັນຊາຍແດນແລະພາສີ ເພື່ອຫາທາງເກັບພາສີອາກອນໃໝ່ ແລະຫລຸດ ຜ່ອນບັນຫາຄວາມຊັກຊ້າໃນການນຳສົ່ງສິນຄ້າໃຫ້ໜ້ອຍທີ່ສຸດ.
ມັນອາດໃຊ້ເວລາຫຼາຍເດືອນກ່ອນທີ່ທຸກຫ້ອງການໄປສະນີ ແລະບັນດາຜູ້ກວດ ກາພາສີຈະສາມາດຈັດຕັ້ງລະບົບການກວດກາ ແລະການວາງມູນຄ່າຕໍ່ສິ່ງຂອງ ທັງໝົດທີ່ສົ່ງເຂົ້າມານັ້ນ ອີງຕາມ ທ່ານມາກຄ໌ ເຄັນເນດີ ນັກຊ່ຽວຊານດ້ານຍຸດ ທະສາດການແຂ່ງຂັນຢູ່ທີ່ ສູນກາງ ວຽວລ໌ສັນ (Wilson Center).
ທ່ານມາກຄ໌ ເຄັນເນດີ ກ່າວຜ່ານຊູມ ວ່າ “ນີ້ບໍ່ແມ່ນສິ່ງທີ່ພວກເຮົາເຄີຍເຮັດ ມາກ່ອນ. ມັນບໍ່ແມ່ນວຽກງ່າຍເລີຍ. ມັນຈະເປັນຄວາມທ້າທາຍທີ່ໃຫຍ່ ສຳລັບ ພວກເຂົາທີ່ຈະປັບໂຕຕໍ່ການປ່ຽນແປງນີ້.”
ດ້ວຍສິ່ງຂອງຈຳນວນພັນລ້ານຫໍ່ ທີ່ລົງທະບຽນທີ່ຢູ່ຂອງພວກລູກຄ້າຢູ່ໃນ ສະຫະລັດ ແຕ່ລະປີ, ຈາກຕ່າງປະເທດ, ເຊິ່ງສິ່ງຂອງທີ່ຜິດກົດໝາຍສ່ວນຫຼາຍ ລອດຜ່ານໄປໄດ້ ທີ່ລວມມີເຄື່ອງອັດຢາເມັດທີ່ຜະລິດ ເຟນຕານອລ, ໂມງຂໍ້ມື ຫລູປອມ ແລະເຄື່ອງສຳອາງຕ່າງໆທີ່ອັນຕະລາຍ ເຊິ່ງຜູ້ອຳນວຍການສຳນັກ ງານປົກປ້ອງເຂດຊາຍແດນແລະພາສີຂອງນະຄອນ ຊິກຄາໂກ ທ່ານນາງ ລາຟອນດາ ຊັຕຕັນ-ເບີກຄ໌ ໄດ້ອະທິບາຍ.
ທ່ານນາງ ຊັຕຕັນ-ເບີກຄ໌ ໄດ້ກ່າວວ່າ “ດັ່ງນັ້ນ ຂ້າພະເຈົ້າ ພຽງແຕ່ຢາກຂໍໃຫ້ ໝົດທຸກຄົນມີສາມັນສຳນຶກໃນການຊື້ສິ່ງຂອງທີ່ຈະສົ່ງມາໃຫ້ພວກເຈົ້າທັງຫຼາຍເຫຼົ່ານີ້ ທີ່ອາດເປັນໄປໄດ້ວ່າອັນຕະລາຍ ແລະ ບໍ່ປອດໄພ.”
ເຄື່ອງນຸ່ງຜ້າຝ້າຍບາງສ່ວນທີ່ຊາວອາເມຣິກັນ ສັ່ງມາຈາກຈີນ ໄດ້ເພີ້ມຄວາມ ກັງວົນແບບທີ່ແຕກຕ່າງກັນໄປ ດັ່ງທີ່ ທ່ານເຄັນເນດີ ຢູ່ສູນກາງ ວຽວລ໌ສັນ ໄດ້ໃຫ້ຂໍ້ສັງເກດ.
ທ່ານເຄັນເນດີ ໄດ້ກ່າວອີກວ່າ “ຫຼາຍຄົນເປັນຫ່ວງວ່າ ສິນຄ້າຈຳນວນນຶ່ງ ຜະລິດໂດຍແຮງງານຂ້າທາດ - ເຊິ່ງພວກເຂົາໄດ້ພະຍາຍາມທີ່ຈະຄວບຄຸມຄົນ ຈຳພວກເຫຼົ່ານັ້ນ ໂດຍນຳໃຊ້ຊາວ ວີເກີ ໃນແຂວງຊິນຈຽງ ທີ່ຖືກນຳເຂົ້າມາ ຜ່ານສະຖານທີ່ແຫ່ງນີ້ ແລະອຸດສາຫະກຳຕ່ຳແຜ່ນ ກໍໄດ້ພາກັນຈົ່ມທຸກວ່າ ນີ້ເຮັດໃຫ້ພວກເຂົາເສຍວຽກງານ.”
ການດຳເນີນການຕ່າງໆຂອງສະຫະລັດ ແມ່ນຂັດກັບແນວໂນ້ມຂອງການຂະ ຫຍາຍຕົວດ້ານການຄ້າທາງອິນເຕີເນັດຂ້າມຊາຍແດນ, ໂຄສົກຂອງກະຊວງ ການຄ້າຈີນ ທ່ານນາງ ເຮີ ຢົງຈຽນ ກ່າວໃນການໃຫ້ຄວາມເຫັນເມື່ອວັນພະຫັດ ອາທິດແລ້ວນີ້ ທີ່ໄດ້ອອກອາກາດໂດຍສື່ມວນຊົນຂອງທາງການຈີນ.
ທ່ານນາງ ເຮີ ຢົງຈຽນ ກ່າວໃນພາສາຈີນກາງວ່າ “ພວກກເຮົາຫວັງວ່າ ສະຫະລັດ ຈະສາມາດປັບແນວທາງໃຫ້ສອດຄ່ອງກັບແນວໂນ້ມຂອງໂລກ ກ່ຽວກັບ ການພັດທະນາການຄ້າໂລກ, ປັບປຸງກົດລະບຽບຕ່າງໆໃຫ້ດີທີ່ສຸດ ແລະ ສ້າງສະພາບແວດລ້ອມດ້ານນະໂຍບາຍທີ່ຍຸຕິທຳ ແລະສາມາດຄາດການໄດ້ ສຳລັບການຄ້າທາງອິນເຕີເນັດຂ້າມຊາຍແດນ ທີ່ສະໜອງໃຫ້ແກ່ບັນດາຜູ້ບໍລິ ໂພກໃນທ້ອງຖິ່ນດ້ວຍຄວາມສະດວກສະບາຍຫຼາຍຂຶ້ນ, ທີ່ມີຄຸນນະພາບສູງ ແລະ ການຊື້ສິນຄ້າຢ່າງຄຸ້ມຄ່າທີ່ມີຫຼາຍແນວໃຫ້ເລືອກ.”
ຈີນ ໄດ້ຕອບໂຕ້ຄືນຕໍ່ຄຳສັ່ງຕ່າງໆຂອງທ່ານທຣຳ ໂດຍວາງພາສີໃໝ່ຕໍ່ຖ່ານ ຫີນ, ແກັສທຳມະຊາດແຫລວ, ນໍ້າມັນ, ລົດຍົນເຄື່ອງຈັກໃຫຍ່ ແລະ ເຄື່ອງຈັກ ການກະສິກຳຂອງອາເມຣິກາ.
ຊົມວີດີໂອລາຍງານໃນພາສາລາວ
ຟໍຣັມສະແດງຄວາມຄິດເຫັນ