ເຈົ້າໜ້າທີ່ຝ່າຍບໍລິຫານຂອງທ່ານ ດໍໂນລ ທຣໍາ ຕັ້ງຄຳຖາມຕໍ່ອຳນາດຝ່າຍຕຸລາການຢ່າງເປີດເຜີຍໃນການເຮັດໜ້າທີ່ກວດສອບອຳນາດຝ່າຍບໍລິຫານ. ຂະນະທີ່ວາລະການປະຊຸມໃຫຍ່ຂອງປະທານາທິບໍດີຄົນໃໝ່ປະເຊີນກັບການຕໍ່ຕ້ານຈາກສານຫຼາຍຂຶ້ນເລື້ອຍ ໆ. ອີງຕາມການລາຍງານຂອງອົງການຂ່າວ ເອພີ.
ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາເຈົ້າໜ້າທີ່ຕັ້ງແຕ່ມະຫາເສດຖີ ອີລອມ ມັສຄ໌ ໄປຈົນເຖິງຮອງປະທານາທິບໍດີ ທ່ານ ເຈດີ ແວນສ໌ ບໍ່ພຽງແຕ່ວິຈານການຕັດສິນໃຈຂອງຜູ້ພິພາກສາຂອງລັດຖະບານກາງເມື່ອຕອນເຊົ້າວັນເສົາທີ່ຜ່ານມາທີ່ຂັດຂວາງບໍ່ໃຫ້ກົມປະສິດທິພາບລັດຖະບານຂອງ ທ່ານ ອີລອນ ມັສຄ໌ເຂົ້າເຖິງບັນທຶກຂອງກະຊວງການເງິນເທົ່ານັ້ນແຕ່ຍັງໂຈມຕີຄວາມຊອບທຳຂອງການກຳກັບດູແລຂອງຝ່າຍຕຸລາການຊຶ່ງເປັນເສົາຫຼັກພື້ນຖານຂອງປະຊາທິປະໄຕອາເມຣິກັນຊຶ່ງມີພື້ນຖານຢູ່ຈຸດການແບ່ງແຍກອຳນາດ.
“ ຖ້າຫາກຜູ້ພິພາກສາພະຍາຍາມບອກນາຍພົນວ່າຄວນດຳເນີນການທາງທະຫານຢ່າງໃດນັ້ນຖືເປັນສີ່ງຜິດກົດໝາຍ. ຖ້າຫາກຜູ້ພິພາກສາພະຍາຍາມສັ່ງໄອຍະການສູງສຸດວ່າຈະໃຊ້ການພິຈາລະນາໃນຖານະໄອຍະການຢ່າງໃດ ນັ້ນຖືເປັນສີ່ງຜິດກົດໝາຍເຊັ່ນກັນ. ຜູ້ພິພາກສາບໍ່ມີສິດຄວບຄຸມອຳນາດທີ່ຖືກຕ້ອງຕາມກົດໝາຍຂອງຝ່າຍບໍລິຫານ “ ທ່ານ ເຈດີ ແວນສ໌ ຂຽນໃນສື່ສັງຄົມອ໋ອນລາຍນ໌ ເອັກສ ອອນ ເມື່ອຕອນເຊົ້າຂອງວັນອາທິດຜ່ານມາ.
ໂພດສ໌ດັ່ງກ່າວອອກມາບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກທີ່ ທ່ານ ອີລອນ ມັສຄ໌ ກ່າວເມື່ອຄືນນີ້ວ່າຜູ້ພິພາກສາທີ່ຕັດສິນຕໍ່ຕ້ານລາວຄວນຖືກຟ້ອງຮ້ອງ.
“ ຜູ້ພິພາກສາທີ່ສໍ້ລາດບັງຫຼວງປົກປ້ອງການສໍ້ລາດບັງຫຼວງລາວຈຳເປັນຕ້ອງຖືກຟ້ອງຮ້ອງທັນທີ” ທ່ານ ອີລອນ ມັສຄ໌ ກ່າວ. ລາວໄດ້ຮັບມອບໝາຍຈາກປະທານາທິບໍດີ ທ່ານ ດໍໂນລ ທຣໍາ ໃຫ້ກຳຈັດການສໍ້ລາດບັງຫຼວງໃນລັດຖະບານກາງ.
ທ່ານ ອີລອນ ມັສຄ໌ ຍັງແຊຣໂພດສ໌ ຈາກຜູ້ໃຊ້ຄົນນຶ່ງທີ່ແນະນໍາວ່າລັດຖະບານ ທ່ານ ດໍໂນລ ທຣໍາບໍ່ປະຕິບັດຕາມຄຳສັ່ງຢ່າງເປີດເຜີຍ.
“ ຂ້ອບບໍ່ມັກແບບຢ່າງທີ່ເກີດຂຶ້ນເມື່ອທ່ານບໍ່ປະຕິບັດຕາມຄຳຕັດສີນຂອງານ ແຕ່ຂ້ອຍພຽງແຕ່ສົງໄສວ່າຜູ້ພິພາກສາເຫຼົ່ານີ້ຖີ້ມທາງເລືອກອື່ນໃດໄວ້ໃຫ້ເຮົາຢ ບຸກຄົນດັ່ງກ່າວຂຽນໄວ້ເປັນສ່ວນນຶ່ງ.
ຄຳສັ່ງສານທີ່ສັ່ງຕໍ່ຕ້ານ ອີລອນ ມັສຄ໌ ຫ້າມທີມງານຂອງລາວເຂົ້າເຖິງລະບົບຂອງກະຊວງການເງິນຊຶ່ງມີຂໍ້ມູນສ່ວນບຸກຄົນທີ່ລະອຽດອ່ອນເຊັ່ນໝາຍເລກປະກັນສັງຄົມແລະໝາຍເລກບັນຊີທະນາຄານຂອງຊາວອາເມຣິກັນຫຼາຍລ້ານຄົນເປັນການຊົ່ວຄາວ. ທ່ານ ອີລອນ ມັສຄ໌ ແລະ ທີມງານຂອງລາວບອກວ່າພວກເຂົາກຳລັງກວດສອບລະບົບຂອງລັດຖະບານເພື່ອກຳນົດການສໍ້ລາດບັງຫຼວງ ແລະ ການລະເມີດຕາມຄຳສັ່ງຂອງປະທານາທິບໍດີພັກຣີພັບລິກັນ.
ອ່ານຂ່າວເປັນພາສາອັງກິດ
Top Trump administration officials are openly questioning the judiciary’s authority to serve as a check on executive power as the new president’s sweeping agenda faces growing pushback from the courts.
Over the past 24 hours, officials ranging from billionaire Elon Musk to Vice President JD Vance have not only criticized a federal judge’s decision early Saturday that blocks Musk’s Department of Government Efficiency from accessing Treasury Department records, but have also attacked the legitimacy of judicial oversight, a fundamental pillar of American democracy, which is based on the separation of powers.
“If a judge tried to tell a general how to conduct a military operation, that would be illegal. If a judge tried to command the attorney general in how to use her discretion as a prosecutor, that’s also illegal. Judges aren’t allowed to control the executive’s legitimate power,” Vance wrote on X on Sunday morning.
That post came hours after Musk said overnight that the judge who ruled against him should be impeached.
“A corrupt judge protecting corruption. He needs to be impeached NOW!” said Musk, who has been tasked by President Donald Trump with rooting out waste across the federal government.
Musk also shared a post from a user who had suggested that the Trump administration openly defy the court order.
“I don’t like the precedent it sets when you defy a judicial ruling, but I’m just wondering what other options are these judges leaving us,” the person had written, in part.
The court order against Musk barred his team temporarily from accessing a Treasury system that contains sensitive personal data, such as Social Security and bank account numbers for millions of Americans. Musk and his team say they are simply rooting through government systems to identify waste and abuse at the direction of the Republican president.
ຟໍຣັມສະແດງຄວາມຄິດເຫັນ