ທະຫານ ສະຫະລັດ ຄົນນຶ່ງ ແລະ ຜູ້ຮັບເໝົາດ້ານການປ້ອງກັນປະເທດ 3 ຄົນເສຍຊີວິດ ເມື່ອວັນພະຫັດວານນີ້ ຫຼັງຈາກເຮືອບິນທີ່ກອງທັບ ສະຫະລັດ ວ່າຈ້າງນັ້ນ ໄດ້ຕົກໃນນາເຂົ້າທາງຕອນໃຕ້ຂອງປະເທດ ຟີລິບປິນ, ກອງບັນຊາການປະຈຳພາກພື້ນ ອິນໂດ-ປາຊີຟິກ ຂອງ ສະຫະລັດ ກ່າວ, ອີງຕາມລາຍງານຂອງອົງການຂ່າວ AP.
ກອງບັນຊາການໄດ້ລະບຸໃນຖະແຫຼງການວ່າ ເຮືອບິນລຳດັ່ງກ່າວ ກຳລັງປະຕິບັດພາລະກິດຕາມປົກກະຕິ “ເພື່ອໃຫ້ການສະໜັບສະໜູນດ້ານຂໍ້ມູນລັບ, ການສອດແນມ ແລະ ການສຳຫຼວດ ຕາມຄຳຂໍຮ້ອງຂອງພັນທະມິດ ຟີລິບປິນ ພວກເຮົາ” ແລະ ລະບຸວ່າ ສາເຫດຂອງການຕົກດັ່ງກ່າວ ຍັງຢູ່ລະຫວ່າງການສອບສວນ.
ອຳນາດການປົກຄອງການບິນພົນລະເຮືອນຂອງ ຟີລິບປິນ ຍັງໄດ້ຢືນຢັນການຕົກຂອງເຮືອບິນເບົາໃນແຂວງ ມິນດານາວ. ເຂົາເຈົ້າບໍ່ໄດ້ສະໜອງລາຍລະອຽດອື່ນໆໃນທັນທີ.
ສົບຂອງສີ່ຄົນນັ້ນ ຖືກກອບກູ້ອອກມາຈາກຊາກຫັກພັງໃນເມືອງ ອຳປາທວນ, ອີງຕາມການກ່າວຂອງທ່ານ ອາເມຍ ເຈຮາດ ທິມ ອຳໂບລົດໂຕ, ເຈົ້າໜ້າທີ່ດ້ານຄວາມປອດໄພຂອງແຂວງ ມິນດານາວ. ກອງບັນຊາການ ອິນໂດ-ປາຊີຟິກ ໄດ້ກ່າວວ່າ ຊື່ຂອງລູກເຮືອທີ່ວ່ານັ້ນ ຖືກປິດໄວ້ຈົນກວ່າຈະໄດ້ແຈ້ງໃຫ້ຄອບຄົວຂອງເຂົາເຈົ້າເສຍກ່ອນ.
ທ່ານນາງ ວິນດີ ບີຕີ, ເຈົ້າໜ້າທີ່ຫຼຸດຜ່ອນໄພພິບັດແຂວງ, ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ລາວໄດ້ຮັບລາຍງານທີ່ວ່າ ປະຊາຊົນໄດ້ເຫັນຄວັນປິວອອກມາຈາກເຮືອບິນ ແລະ ໄດ້ຍິນສຽງລະເບີດແຕກ ກ່ອນເຮືອບິນລຳດັ່ງກ່າວ ຈະຕົກລົງພື້ນດິນບໍ່ເຖິງນຶ່ງກິໂລແມັດ ຈາກບ້ານທົ່ງນາທີ່ຕັ້ງຢູ່ເປັນກຸ່ມ.
ບໍ່ມີລາຍງານການບາດເຈັບໂດຍຜູ້ຄົນທີ່ຢູ່ໃນ ຫຼື ໃກ້ສະຖານທີ່ເກີດອຸບັດຕິເຫດ, ເຊິ່ງຖືກປິດກັ້ນໂດຍກອງກຳລັງທະຫານ, ອີງຕາມການກ່າວຂອງທ່ານນາງ ບີຕີ.
ແຕ່ຄວາຍໂຕນຶ່ງຢູ່ເທິງດິນໄດ້ຕາຍ ຍ້ອນຜົນຂອງເຮືອບິນຕົກ, ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນກ່າວ.
ກອງກຳລັງ ສະຫະລັດ ຖືກສົ່ງໄປຄ້າຍທະຫານ ຟີລິບປິນ ໃນພາກໃຕ້ຂອງປະເທດຫຼາຍທົດສະວັດແລ້ວ ເພື່ອສະໜອງຄຳຊີ້ນຳ ແລະ ການຝຶກຊ້ອມໃຫ້ກອງກຳລັງ ຟີລິບປິນ ທີ່ຕໍ່ສູ້ກັບພວກຫົວຮຸນແຮງ ມຸສລິມ. ພາກພື້ນດັ່ງກ່າວແມ່ນບ້ານຂອງຊາວມຸສລິມກຸ່ມນ້ອຍ ໃນປະເທດທີ່ສ່ວນໃຫຍ່ນັບຖືສາສະໜາ ໂຣມັນ ກາໂຕລິກ.
ຟໍຣັມສະແດງຄວາມຄິດເຫັນ