ນັກຮ້ອງດາລາດັງ ລະດັບສຸບເປີສະຕາຣ ຄົນນີ້ ເອົາຊະນະ ນາງ ເທເລີ ສວິຟ, ນາງ ບີລລີ ອາຍລິສ ແລະສິລະປິນຄົນອື່ນໆ ທີ່ໄດ້ຮັບລາງວັນດັ່ງກ່າວ ທີ່ບໍ່ ເຄີຍໄດ້ຮັບ ທັ້ງໆທີ່ນາງໄດ້ຮັບຫຼາຍໆລາງວັນຂອງ ແກຣມມີ ຕະຫຼອດຊີວິດ ຫຼາຍກວ່າສິລະປິນຄົນອື່ນໆກໍຕາມ
ຊາວອາເມຣິກັນປະມານ 53 ເປີເຊັນ ໄດ້ຄາດໝາຍວ່າ ເສດຖະກິດຂອງ ສະຫະລັດ ຈະຂະຫຍາຍຕົວຕະຫຼອດໄລຍະຫົກເດືອນ ອີງຕາມການສຳພາດ ທາງໂທລະສັບທີ່ໄດ້ດຳເນີນການໃນສອງອາທິດທຳອິດຂອງເດືອນມັງກອນ ກັບພວກຜູ້ໃຫຍ່ປະມານ 1,000 ຄົນ
ປະທານາທິບໍດີ ທ່ານດໍໂນລ ທຣໍາ ຂອງສະຫະລັດຂຶ້ນພາສີນໍາເຂົ້າກັບ ການາດາ, ແມັກຊິໂກ ແລະ ຈີນ. ເຮັດໃຫ້ ເກີດຄວາມເປັນຫ່ວງວ່າການສະໜອງນໍ້າມັນດິບຈາກ ສອງຜູ້ສະໜອງນໍ້າມັນທີ່ ໃຫຍ່ທີ່ສຸດສອງແຫ່ງຂອງສະຫະລັດຈະຢຸດສະງັກ
ອົງການ USAID ແມ່ນຜູ້ໃຫ້ທຶນແຕ່ຜູ້ດຽວທີ່ໃຫຍ່ທີ່ສຸດໃນໂລກ, ໃນງົບປະມານ ປີ 2023, ສະຫະລັດ ໄດ້ທໍາການຈັດສັນຄວາມຊ່ວຍເຫຼືອໃນມູນຄ່າ 72 ຕື້ໂດລາ
ທ່ານ ທຣໍາ ກ່າວວ່າ ທ່ານຈະສົນທະນາໃນວັນຈັນມື້ນີ້ ກັບບັນດາຜູ້ນໍາຂອງ ການາດາ ແລະ ເມັກຊິໂກ, ເຊິ່ງທັງສອງປະເທດ ກໍໄດ້ປະກາດອັດຕາພາສີ ຕອບໂຕ້ເຊັ່ນກັນ
ນັກວິເຄາະຫຼາຍທ່ານປະເມີນວ່າ ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດຄົນໃໝ່ ໄດ້ວາງຍຸດທະສາດກ່ຽວກັບພາກພື້ນເອເຊຍຕາເວັນອອກສຽງໃຕ້ ແລະເອເຊຍຕາເວັນອອກ ໃຫ້ເປັນໄປໃນລັກສະນະຕໍ່ຕ້ານຈີນ
ຢາຊະນິດໃໝ່ດັ່ງກ່າວນີ້ ຈະມີລາຄາຂາຍຍ່ອຍຢູ່ທີ່ເມັດລະ 15 ໂດລາ 50 ເຊັນ
ນຶ່ງໃນປະເດັນທີ່ມີການຕິດຕາມທິດທາງຂອງລັດຖະບານສະໄໝທີ 2 ຂອງປະທານາທິບໍດີ ດໍໂນລ ທຣໍາ ຄືນະໂຍບາຍຕ່າງປະເທດທີ່ເຂັ້ມງວດຂຶ້ນກວ່າເກົ່າ ເພື່ອໃຫ້ມີສັນຕິພາບໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ ແລະຜົນປະໂຫຍດຕ່າງໆຂອງອາເມຣິກາ
ການປະທະກັນດັ່ງກ່າວ ເປັນເຫດການຄັ້ງທຳອິດໃນຮອບ 15 ປີ ທີ່ເຮັດໃຫ້ມີຜູ້ເສຍຊີວິດຈໍານວນຫຼາຍ ຢູ່ບໍລິເວນນ່ານຟ້າຂອງ ສະຫະລັດ ທີ່ພົວພັນກັບສາຍການບິນພານິດ
ຄະນະກຳມະການດ້ານຄວາມປອດໄພຂົນສົ່ງແຫ່ງຊາດ ຈະລວບລວມເອົາຂໍ້ມູນການບິນຂອງເຮືອບິນ ແລະເຄື່ອງບັນທຶກລາຍລະອຽດຂອງການບິນໃນຫ້ອງນັກບິນ ເພື່ອຊອກຫາຂໍ້ມູນຂອງສາເຫດຕ່າງໆທີ່ເຮັດໃຫ້ເຮືອບິນຕົກ
ຜູ້ເຄາະຮ້າຍຈາກອຸປະຕິເຫດລະຫວ່າງເຮືອບິນຂອງສາຍການບິນອາເມຣິກັນ ແອຣ໌ໄລນ໌ແລະເຮລິຄັອບເຕີ້ ກອງທັບ ປະກອບມີນັກສະເກັດໄວໜຸ່ມທີ່ເດີນທາງກັບມາຈາກການແຂ່ງຂັນລະດັບຊາດ ພ້ອມກັບແມ່ແລະຄູຝືກ, ນັກສຶກສາຈາກວິທະຍາໄລໃນລັດໂອໄຮໂອ ທີ່ເດີນທາງກັບມາຈາກງານສົບພໍ່ຕູ້ຂອງລາວ, ຊາວຈີນ 2 ຄົນ ແລະ ກຸ່ມນັກລ່າສັດ
ການຍຸຕິຊົ່ວຄາວເປັນເວລາ 90 ມື້ ເພື່ອທົບທວນການຊ່ວຍເຫຼືອເພື່ອການພັດທະນາລະຫວ່າງປະເທດ ເຊິ່ງເປົ້າໝາຍເພື່ອໃຫ້ໝັ້ນໃຈວ່າ ບັນດາຜູ້ເສຍະາສີຂອງສະຫະລັດ ຈະໄດ້ຮັບຜົນປະໂຫຍດໃນໂຄງການລິເລີ້ມລະດັບໂລກຕ່າງໆ
ໂຫລດຕື່ມອີກ
No live streaming currently available