ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ອຸບັດຕິເຫດ ໃນນະຄອນຫຼວງວໍຊິງຕັນ ໄດ້ທໍາລາຍສະຖິຕິດ້ານຄວາມປອດໄພຂອງການບິນສະຫະລັດ ທີ່ມີມາຍາວນານ


ທີມນັກດໍານໍ້າ ແລະເຈົ້າໜ້າທີ່ທາງເຮືອ ພາກັນປະຕິບັດງານໃກ້ກັບສະໜາມບິນແຫ່ງຊາດ Ronald Reagan Washington ໃນເມືອງ ອາຣ໌ລິງຕັນ, ລັດເວີຈີເນຍ, ວັນທີ 30 ມັງກອນ ປີ 2025.
ທີມນັກດໍານໍ້າ ແລະເຈົ້າໜ້າທີ່ທາງເຮືອ ພາກັນປະຕິບັດງານໃກ້ກັບສະໜາມບິນແຫ່ງຊາດ Ronald Reagan Washington ໃນເມືອງ ອາຣ໌ລິງຕັນ, ລັດເວີຈີເນຍ, ວັນທີ 30 ມັງກອນ ປີ 2025.

ການປະທະກັນລະຫວ່າງເຮືອບິນໂດຍສານ ກັບເຮລິຄັອບເຕີ້ຂອງກອງທັບສະຫະລັດ ໃກ້ສະໜາມບິນແຫ່ງຊາດ Ronald Reagan Washington ໃນຕອນແລງຂອງວັນພຸດແລ້ວນີ້, ເປັນເຫດການຄັ້ງທຳອິດໃນຮອບ 15 ປີ ທີ່ເຮັດໃຫ້ມີຜູ້ເສຍຊີວິດຈໍານວນຫຼາຍຢູ່ບໍລິເວນນ່ານຟ້າຂອງ ສະຫະລັດ ທີ່ພົວພັນກັບສາຍການບິນພານິດ.

ເຈົ້າໜ້າທີ່ກ່າວວ່າ ອຸບັດເຫດດັ່ງກ່າວນີ້ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 67 ຄົນ, ເຊິ່ງເກີດຂຶ້ນໃນຂະນະທີ່ສາຍການບິນອາເມຣິກັນແອລາຍ ຖ້ຽວບິນ 5342 ກໍາລັງບິນຂັ້ນສຸດທ້າຍເພື່ອລົງສູ່ທາງແລ່ນຂອງສະໜາມບິນ, ແລະເຮືອບິນລົບ Bombardier CRJ700 ແລະ Sikorsky H-60, ເຊິ່ງຮູ້ຈັກໂດຍທົ່ວໄປໃນນາມ “Black Hawk,” ໄດ້ປະທະໃສ່ກັນຢູ່ເໜືອໜ້າດິນພຽງບໍ່ເທົ່າໃດຮ້ອຍແມັດ.

ເຮືອບິນໂດຍສານລຳດັ່ງກ່າວ ບັນທຸກຜູ້ໂດຍສານ 60 ຄົນ ແລະພະນັກງານການບິນ 4 ຄົນ, ແລະມີເຈົ້າໜ້າທີ່ທະຫານສາມຄົນ ລວມທັງນັກບິນ ຢູ່ເທິງເຮືອບິນເຮລິຄັອບເຕີ້ຂອງທະຫານ. ເຮືອບິນທັງສອງລຳນັ້ນ ໄດ້ຕົກລົງໃສ່ນ້ຳທີ່ເຢັນເປັນນໍ້າກ້ອນຂອງແມ່ນ້ຳ Potomac, ໂດຍເຈົ້າໜ້າທີ່ກ່າວໃນວັນພະຫັດວານນີ້ວ່າ ພວກເຂົາບໍ່ເຊື່ອວ່າຈະມີຜູ້ລອດຊີວິດ.

ອຸບັດເຫດດັ່ງກ່າວ ເກີດຂຶ້ນໃນຕອນຄໍ່ານະເວລາ 8:47, ແລະ ບໍ່ມີລາຍງານບັນຫາກ່ຽວກັບສະພາບອາກາດ. ມາຮອດວັນພະຫັດວານນີ້, ເຈົ້າໜ້າທີ່ຍັງບໍ່ທັນໄດ້ລະບຸສາເຫດຂອງອຸບັດເຫດຄັ້ງນີ້ເທື່ອ.

ແນວໃດກໍ່ຕາມ, ໜັງສືພິມ New York Times ທີ່ພິມເຜີຍແຜ່ອອກມາໃນວັນພະຫັດວານນີ້, ໂດຍອ້າງອີງໃສ່ ການທົບທວນຄືນຂອງ “ບົດລາຍງານຄວາມປອດໄພຂັ້ນຕົ້ນຂອງອົງການບໍລິຫານການບິນແຫ່ງຊາດ,” ທີ່ລາຍງານວ່າພະນັກງານຢູ່ໃນຫໍຄວບຄຸມການຈະລາຈອນທາງອາກາດຂອງສະຫນາມບິນ ເຮັດວຽກ “ບໍ່ເປັນປົກກະຕິ” ໃນຕອນແລງຂອງວັນພຸດ. ໜັງສືພິມກ່າວວ່າ ມີເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງອາກາດພຽງຄົນດຽວ ທີ່ຊີ້ນຳການສັນຈອນທາງອາກາດຂອງເຮືອບິນພານິດຂາເຂົ້າ ແລະຂາອອກ, ພ້ອມທັງການສັນຈອນຂອງເຮລິຄັອບເຕີ້ ໃນບໍລິເວນດັ່ງກ່າວ. ວຽກງານເຫຼົ່ານີ້ ປົກກະຕິແລ້ວແມ່ນແບ່ງອອກລະຫວ່າງເຈົ້າໜ້າທີ່ສອງຄົນ ເພື່ອທໍາການຄວບຄຸມການຈາລາຈອນ.

ນີ້ ເປັນເຫດການທີ່ເກີດຂຶ້ນຍາກທີ່ສຸດ.

ຜູ້ຊ່ຽວຊານດ້ານການບິນກ່າວວ່າ ເຖິງອຸບັດຕິເຫດຄັ້ງນີ້ຈະເປັນໂສກນາດຕະກໍາຮ້າຍແຮງ, ແຕ່ກໍຄວນຈະຖືກພິຈາລະນາວ່າ ເປັນຄວາມຜິດປົກກະຕິໃນລະບົບການຈະລາຈອນທາງອາກາດ ທີ່ປອດໄພຈາກຫາຍານະຄັ້ງໃຫຍ່ມາເປັນເວລາຫຼາຍປີ.

ອະດີດນັກບິນຂອງສາຍການບິນ United Airlines, ກັບຕັນ ຣອສ “ຣັສຕີ້” ອາເມ (Ross “Rusty” Aimer) ກ່າວຕໍ່ VOA ວ່າ “ສ່ວນນຶ່ງແມ່ນເປັນຈັງໂຊກ. ສ່ວນນຶ່ງເນື່ອງຂຶ້ນຢູ່ກັບເທັກໂນໂລຈີ, ແລະສ່ວນສໍາຄັນ ແມ່ນການເຮັດວຽກທີ່ຍິ່ງໃຫຍ່ສໍາລັບນັກບິນ ແລະຜູ້ຄວບຄຸມການຈະລາຈອນທາງອາກາດ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG