ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ໄມຄ໌ ວອລສ໌ ໄດ້ຕອບໂຕ້ ໃນວັນອາທິດຜ່ານມາຕໍ່ພວກຜູ້ວິພາກວິຈານ ກ່ຽວກັບແຜນການຍຶດຄອງເຂດກາຊາທີ່ປະທານາທິບດໍ ທ່ານ ດໍໂນລ ທຣໍາ ສະເໜີ ໃນອາທິດທີ່ຜ່ານມາ
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ໄມຄ໌ ວອລສ໌ (MIKE WALTZ ) ໄດ້ຕອບໂຕ້ ໃນວັນອາທິດຜ່ານມາຕໍ່ພວກຜູ້ວິພາກວິຈານ ກ່ຽວກັບແຜນການຍຶດຄອງເຂດກາຊາທີ່ປະທານາທິບດໍ ທ່ານ ດໍໂນລ ທຣໍາ ສະເໜີ ໃນອາທິດທີ່ຜ່ານມາ
ຜູ້ຊ່ຽວຊານດ້ານສິດທິມະນຸດໃນນະຄອນຫຼວງວໍຊິງຕັນ ມີຄວາມເຫັນແຕກຕ່າງກັນວ່າ ການຖອນໂຕອອກຈາກໜ່ວຍງານດ້ານສິດທິມະນຸດຂອງສະຫະປະຊາຊາດຂອງ ສະຫະລັດ ຈະສົ່ງຜົນກະທົບຕໍ່ສະຖານະການສິດທິມະນຸດຂອງເກົາຫຼີເໜືອ
ຄັ້ງສຸດທ້າຍທີ່ກຳປັ່ນກອງທັບເຮືອ ສະຫະລັດ ຢືນຢັນວ່າ ໄດ້ເດີນທາງຜ່ານຊ່ອງແຄບນັ້ນ ແມ່ນໃນເດືອນຕຸລາທີ່ຜ່ານມາ
ທຳນຽບຂາວໄດ້ປົດຫົວໜ້າກວດກາຂອງອົງການການພັດທະນາສາກົນຂອງສະຫະລັດ ຫຼື USAID ເມື່ອວັນອັງຄານວານນີ້. ເຈົ້າໜ້າທີ່ສະຫະລັດຫຼາຍທ່ານກ່າວວ່າ ການປົດອອກຈາກຕໍາແໜ່ງເກີດຂຶ້ນພຽງນຶ່ງວັນ ຫຼັງຈາກທີ່ຫ້ອງການຂອງທ່ານເຕືອນວ່າ ການຮື້ໂຄງການຂອງ USAID ພາຍໃຕ້ລັດຖະບານ ທ່ານ ດໍໂນລ ທຣໍາ
ຜົນກ່ຽວກັບຄວາມທ້າທາຍ ຕໍ່ສັ່ງເພື່ອສິ້ນສຸດສິດທິໃນການໃຫ້ສັນຊາດແຕ່ກໍາເນີດ ຈະເປັນໂຕກໍານົດວ່າ ດິນແດນສະຫະລັດ ຈະດຶງດູດຊາວຕ່າງປະເທດທີ່ຖືພາ ຕໍ່ໄປ ຫຼື ບໍ່
ທ່ານ ທຣໍາ ໄດ້ອອກມາວິຈານວ່າ ສົງຄາມດັ່ງກ່າວນີ້ ເຮັດໃຫ້ ສະຫະລັດ ສູນເສຍເງິນໄປຫຼາຍປານໃດ
ທ່ານ ເກຣັນ ຍັງກິນ ເຈົ້າຄອງລັດເວີຈິເນຍຈາກພັກຣີພັບບລີກັນ ໄດ້ປະກາດພາວະສຸກເສີນອະນຸຍາດໃຫ້ອົງການຕ່າງໆຂອງລັດ ສະໜອງຄວາມຊ່ວຍເຫຼືອແກ່ ລັດຖະບານທ້ອງຖິ່ນ.ໂຮງຮຽນ ແລະ ສຳນັກງານຕ່າງໆຂອງລັດຖະບານທົ່ວເວີຈິເນຍ ໄດ້ຖືກກຳນົດໃຫ້ປິດ ໃນວັນອັງຄານມື້ນີ້.
ທ້າວ ລຽງ, ຄົນສັນຊາດສະຫະລັດ ທີ່ເກີດໃນ ຈີນ, ໄດ້ປະຕິເສດຂໍ້ກ່າວຫາຕ່າງໆ ແລະ ໄດ້ສາລະພາບວ່າ ບໍ່ມີຄວາມຜິດ. ທະນາຍຄວາມຂອງລາວ, ໃນລະຫວ່າງການດຳເນີນຄະດີໄດ້ເອີ້ນຂໍ້ກ່າວທັງຫຼາຍນັ້ນວ່າ “ໄຮ້ສາລະ”
ກົມບໍລິການໄປສະນີຂອງສະຫະລັດ ຫຼື USPS ໄດ້ປະກາດໃນວັນ ອັງຄານອາທິດແລ້ວນີ້ວ່າ ຕົນໄດ້ຢຸດເຊົາຮັບສິ່ງຂອງທີ່ສົ່ງເຂົ້າມາຈາກ ຈີນ ແລະ ຮົງກົງ, ແລ້ວໃນເວລາຕໍ່ມາ ໄດ້ປີ້ນການຕັດສິນໃຈຂອງຕົນ
ເຈົ້າໜ້າທີ່ຝ່າຍບໍລິຫານຂອງທ່ານ ດໍໂນລ ທຣໍາ ຕັ້ງຄຳຖາມຕໍ່ອຳນາດຝ່າຍຕຸລາການຢ່າງເປີດເຜີຍໃນການເຮັດໜ້າທີ່ກວດສອບອຳນາດຝ່າຍບໍລິຫານ. ຂະນະທີ່ວາລະການປະຊຸມໃຫຍ່ຂອງປະທານາທິບໍດີຄົນໃໝ່ປະເຊີນກັບການຕໍ່ຕ້ານຈາກສານຫຼາຍຂຶ້ນເລື້ອຍ ໆ.
ທ່ານ ທຣໍາ ກ່າວວ່າ “ຂ້າພະເຈົ້າຄິດວ່າ ການາດາ ຄວນເປັນລັດທີ 51 ຂອງ ສະຫະລັດ ຈະດີກວ່າຫຼາຍ ເພາະວ່າ ພວກເຮົາສູນເສຍເງິນ 200 ຕື້ໂດລາຕໍ່ປີ ໃຫ້ແກ່ ການາດາ
ໂຫລດຕື່ມອີກ
No live streaming currently available