ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໗ ເມສາ ໒໐໒໕

ສະຫະລັດຖອນອອກຈາກອົງການສິດທິມະນຸດຂອງສະຫະປະຊາຊາດ ເຮັດໃຫ້ເກີດປະຕິກິລິຍາຫຼວງຫຼາຍ


ຮູບ​ທຸງ​​ຢູ່​ຕໍ່​ໜ້າ​ສຳ​ນັກ​ງານ​ໃຫຍ່ UNHCR ໃນ​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສະ​ວິດ, ວັນ​ທີ 13 ມິ​ຖຸ​ນາ 2018.
ຮູບ​ທຸງ​​ຢູ່​ຕໍ່​ໜ້າ​ສຳ​ນັກ​ງານ​ໃຫຍ່ UNHCR ໃນ​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສະ​ວິດ, ວັນ​ທີ 13 ມິ​ຖຸ​ນາ 2018.

ຜູ້ຊ່ຽວຊານດ້ານສິດທິມະນຸດໃນນະຄອນຫຼວງວໍຊິງຕັນ ມີຄວາມເຫັນແຕກຕ່າງກັນວ່າ ການຖອນໂຕອອກຈາກໜ່ວຍງານດ້ານສິດທິມະນຸດຂອງສະຫະປະຊາຊາດຂອງ ສະຫະລັດ ຈະສົ່ງຜົນກະທົບຕໍ່ສະຖານະການສິດທິມະນຸດຂອງເກົາຫຼີເໜືອ ທີ່ຊຸດໂຊມຢູ່ແລ້ວ ຫຼື ບໍ່.

ໃນຕອນແລງຂອງວັນອັງຄານວານນີ້, ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ທໍາການລົງນາມຄຳສັ່ງຝ່າຍບໍລິຫານ ເພື່ອຖອນ ສະຫະລັດ ອອກຈາກຄະນະກໍາມະການຄວາມໝັ້ນຄົງດ້ານທິມະນຸດຂອງສະຫະປະຊາຊາດ ຫຼື UNHCR ໂດຍນໍາໃຊ້ຈຸດຢືນທີ່ທ່ານເຄີຍຢຶດໝັ້ນ ໃນຊ່ວງດຳລົງຕຳແໜ່ງໃະໄໝທໍາອິກ ກັບມາໃຊ້ອີກຄັ້ງ.

ຄຳສັ່ງຝ່າຍບໍລິຫານລະບຸວ່າ UNHCR ໄດ້ “ປົກປ້ອງຜູ້ລະເມີດສິດທິມະນຸດໂດຍອະນຸຍາດໃຫ້ພວກເຂົານໍາໃຊ້ອົງການດັ່ງກ່າວນີ້ ເພື່ອປົກປ້ອງຕົນເອງຈາກການກວດສອບ” ແລະ ກ່າວຕື່ມວ່າ ສະພາຄວນໄດ້ຮັບ” ການກວດສອບຄືນໃໝ່.”

ນັບຕັ້ງແຕ່ດຳລົງຕໍາແໜ່ງປະທານາທິບໍດີວາລະທໍາອິດ, ທ່ານ ດໍໂນລ ທຣໍາ ບໍ່ເຫັນດີນໍາກັບກິດຈະກຳຂອງຄະນະກໍາມະການດ້ານສິດທິມະນຸດແຫ່ງອົງການສະຫະປະຊາຊາດ. ໃນເດືອນມິຖຸນາ ປີ 2018, ລັດຖະບານຂອງ ທ່ານ ທຣໍາ ໄດ້ອອກມາວິຈານຕໍ່ UNHCR ວ່າ “ມີອະຄະຕິຕໍ່ ອິສຣາແອລ” ໂດຍເນັ້ນຢໍ້າວ່າ ຄະນະກໍາມະການ ໄດ້ອອກມະຕິຕໍ່ຕ້ານ ອິສຣາແອລ ໃນປີນັ້ນ ຫຼາຍກວ່າມະຕິຕໍ່ຕ້ານ ເກົາຫຼີເໜືອ, ອີຣ່ານ ແລະ ຊີເຣຍ ລວມກັນ,

ທ່ານ ໂຣເບີດ ຄິງ, ເຊິ່ງດຳລົງຕໍາແໜ່ງທູດພິເສດຂອງສະຫະລັດວ່າດ້ວຍສິດທິມະນຸດຂອງເກົາຫຼີເໜືອ ພາຍໃຕ້ລັດຖະບານ ທ່ານ ໂອບາມາ ກ່າວວ່າ ການຕັດສີນໃຈຂອງ ສະຫະລັດ ທີ່ຈະຖອນໂຕອອກຈາກ UNHCR ສົ່ງຜົນເສຍຕໍ່ຄວາມພະຍາຍາມລະຫວ່າງປະເທດໃນການປັບປຸງເງື່ອນໄຂດ້ານສິດທິມະນຸດຢູ່ໃນ ເກົາຫຼີເໜືອ.

ທ່ານ ຄິງກ່າວທາງໂທລະສັບກັບອົງການຂ່າວວີໂອເອໃນອາທິດທີ່ຜ່ານມາວ່າ “ມັນຈະສົ່ງຜົນກະທົບໃນທາງລົບ. UNHCR ເປັນອົງການທີ່ມີປະສິດຕິພາບຫຼາຍໃນການດຶງເອົາຄວາມສົນໃຈໃຫ້ເຫັນການລະເມີດສິດທິມະນຸດທີ່ຮ້າຍແຮງຂອງ ເກົາຫຼີເໜືອ, ແລະຄວາມຈິງທີ່ວ່າ ສະຫະລັດ ຈະບໍ່ມີສ່ວນຮ່ວມຢ່າງຈິງຈັງ ກໍ່ຖືເປັນສະຖານະການທີ່ໜ້າເສຍດາຍຫຼາຍທີ່ສຸດ ອີກຄັ້ງ.”

ອ່ານຂ່າວເປັນພາສາອັງກິດ

Human rights experts in Washington are divided over whether the U.S. withdrawal from a United Nations body on human rights will hurt North Korea’s already poor human rights situation.

Last Tuesday, U.S. President Donald Trump signed an executive order pulling the U.S. out of the U.N. Human Rights Council, or UNHRC, reintroducing the stance he held during his previous term.

The executive order said that the UNHRC has “protected human rights abusers by allowing them to use the organization to shield themselves from scrutiny,” adding that the council deserves “renewed scrutiny.”

The executive order said that the UNHRC has “protected human rights abusers by allowing them to use the organization to shield themselves from scrutiny,” adding that the council deserves “renewed scrutiny.”.

Since his first term, President Trump has been disapproving of the activities of the U.N. human rights body. In June 2018, the Trump administration criticized the UNHRC for its “bias against Israel,” stressing the council that year passed resolutions against Israel more than those passed against North Korea, Iran and Syria combined.

Robert King, who served as the U.S. special envoy for North Korea’s human rights under the Obama administration, said that the U.S. decision to withdraw from the U.N. Human Rights Council could negatively undermine international efforts to improve human rights conditions in the North. “It will have a negative impact. The U.N. Human Rights Council has been a very effective body in terms of calling attention to North Korea’s serious human rights abuses,” King told VOA Korean on the phone last week. “And the fact that the United States will not be an active participant is again a very unfortunate situation.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG